Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 5:2 - ພຣະຄຳພີສັກສິ

2 ໃນ​ນະຄອນ​ເຢຣູຊາເລັມ​ໃກ້​ແຄມ​ປະຕູ​ແກະ​ມີ​ສະນໍ້າ​ໜ່ວຍ​ໜຶ່ງ ຕາມ​ພາສາ​ເຮັບເຣີ​ເອີ້ນ​ສະນັ້ນ​ວ່າ, ເບັດຊະທາ ທີ່​ມີ​ສາລາ​ຫ້າ​ຫລັງ​ອ້ອມ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ໃນ​ນະຄອນ​ເຢຣູຊາເລັມ ໃກ້​ປະຕູ​ແກະ​ມີ​ສະນ້ຳ​ແຫ່ງ​ໜຶ່ງ​ເອີ້ນ​ຕາມ​ພາສາ​ອາຣາມິກ​ວ່າ​ເບັດສະທາ ແລະ ສະນໍ້າ​ນີ້​ມີ​ສາລາ​ຫ້າ​ຫລັງ​ອ້ອມ​ຢູ່,

Uka jalj uñjjattʼäta Copia luraña




ໂຢຮັນ 5:2
14 Jak'a apnaqawi uñst'ayäwi  

ແລະ​ຈາກ​ທີ່​ນັ້ນ​ພວກເຮົາ​ຜ່ານ​ໄປ​ທາງ​ປະຕູ​ເອຟຣາອິມ, ປະຕູ​ເຢຊານາ, ປະຕູ​ປາ, ຫໍຄອຍ​ຂອງ​ຮານາເນນ, ກັບ​ຫໍຄອຍ​ຂອງ​ຄົນ​ໜຶ່ງຮ້ອຍ, ສູ່​ປະຕູ​ແກະ. ພວກເຮົາ​ຕ່າງ​ກໍ​ເດີນ​ເປັນ​ຂະບວນ ແລະ​ມາ​ຢຸດ​ຢູ່​ໃກ້​ກັບ​ປະຕູ​ເຂົ້າ​ຂອງ​ພຣະວິຫານ.


ຕໍ່ໄປນີ້​ແມ່ນ​ເລື່ອງ​ການ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່. ມະຫາ​ປະໂຣຫິດ​ເອລີອາຊິບ​ກັບ​ເພື່ອນ​ປະໂຣຫິດ​ຄົນອື່ນໆ ໄດ້​ສ້າງ​ປະຕູ​ຄອກ​ແກະ​ຂຶ້ນ​ໃໝ່ ເພື່ອ​ອຸທິດ​ຖວາຍ ແລະ​ຕັ້ງ​ປະຕູ​ໃນ​ບ່ອນ​ຂອງ​ມັນ. ພວກເຂົາ​ໄດ້​ອຸທິດ​ຖວາຍ​ກຳແພງ​ເມືອງ ຊຶ່ງ​ຍາວ​ອອກ​ໄປ​ຈົນຮອດ​ຫໍຄອຍ​ໜຶ່ງຮ້ອຍ ແລະ​ຫໍຄອຍ​ຂອງ​ຮານາເນນ.


ພວກ​ຊ່າງ​ຕີຄຳ​ແລະ​ພວກ​ພໍ່ຄ້າ​ໄດ້​ສ້າງ​ສ່ວນ​ສຸດທ້າຍ ຄື​ຕັ້ງແຕ່​ຫ້ອງ​ທີ່​ຢູ່​ແຈ​ກຳແພງ​ເມືອງ ຈົນ​ໄປຮອດ​ປະຕູ​ແກະ.


ພວກເຈົ້າ​ໄດ້​ສ້າງ​ອ່າງນໍ້າ​ໄວ້​ຢູ່​ພາຍ​ໃນ​ເມືອງ ເພື່ອ​ກັກ​ນໍ້າ​ທີ່​ໄຫລ​ມາ​ແຕ່​ສະ​ນໍ້າ​ເກົ່າ, ແຕ່​ພວກເຈົ້າ​ບໍ່​ເອົາໃຈໃສ່​ຕໍ່​ພຣະເຈົ້າ ຜູ້​ທີ່​ໄດ້​ວາງແຜນ​ສິ່ງ​ທັງໝົດ​ນີ້​ແຕ່​ດົນນານ​ມາ​ແລ້ວ ແລະ​ຜູ້​ທີ່​ໄດ້​ບັນດານ​ໃຫ້​ເຫດການ​ຕ່າງໆ​ເກີດຂຶ້ນ.


ພວກເຈົ້າ​ໄດ້​ພົບ​ບ່ອນ​ຊຶ່ງ​ກຳແພງ​ຂອງ​ນະຄອນ​ເຢຣູຊາເລັມ ຕ້ອງການ​ໃຫ້​ສ້ອມແປງ. ພວກເຈົ້າ​ໄດ້​ກວດເບິ່ງ​ເຮືອນ​ທຸກ​ຫລັງ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ມ້າງ​ບາງ​ຫລັງ​ລົງ​ເພື່ອ​ຈະ​ເອົາ​ຫີນ​ໄປ​ສ້ອມແປງ​ກຳແພງ. ເພື່ອ​ຈະ​ເກັບ​ຮັກສາ​ນໍ້າ​ໄວ້​ໃຊ້


ພໍ​ປີລາດ​ໄດ້ຍິນ​ດັ່ງນັ້ນ, ເພິ່ນ​ກໍ​ພາ​ພຣະເຢຊູເຈົ້າ​ອອກ​ມາ​ທາງ​ນອກ ເພິ່ນ​ໄດ້​ນັ່ງ​ບັນລັງ​ສານ​ຕັດສິນ​ບ່ອນ​ທີ່​ຄົນ​ເອີ້ນ​ວ່າ ລານຫີນ. (ພາສາ​ເຮັບເຣີ​ເອີ້ນ​ວ່າ, “ຄັບບາທາ.”)


ດັ່ງນັ້ນ ພວກເຂົາ​ຈຶ່ງ​ຄຸມ​ພຣະເຢຊູເຈົ້າ​ອອກ​ໄປ ພຣະອົງ​ແບກ​ໄມ້ກາງແຂນ​ຂອງ​ພຣະອົງ​ອອກ​ໄປ ໃນ​ບ່ອນ​ທີ່​ມີ​ຊື່​ວ່າ ກະໂຫລກ​ຫົວ. (ພາສາ​ເຮັບເຣີ​ເອີ້ນ​ວ່າ ໂຄລະໂຄທາ.)


ມີ​ຊາວ​ຢິວ​ຫລາຍ​ຄົນ​ໄດ້​ອ່ານ​ປ້າຍ​ນັ້ນ ເພາະ​ບ່ອນ​ທີ່​ພຣະເຢຊູເຈົ້າ​ຖືກ​ຄຶງ​ນັ້ນ​ຢູ່​ໃກ້​ຕົວເມືອງ, ປ້າຍ​ນີ້​ຂຽນ​ເປັນ​ພາສາ​ເຮັບເຣີ, ພາສາ​ລາຕິນ ແລະ​ພາສາ​ກຣີກ.


ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ນາງ​ວ່າ, “ມາຣີ.” ນາງ​ປິ່ນ​ໜ້າ​ມາ​ຫາ​ພຣະອົງ ແລະ​ເວົ້າ​ເປັນ​ພາສາ​ເຮັບເຣີ​ວ່າ, “ຣັບໂບນີ” (ແປ​ວ່າ, “ພຣະອາຈານ.”)


ຕາມ​ສາລາ​ເຫຼົ່ານັ້ນ​ມີ​ຄົນ​ປ່ວຍ​ນອນ​ຄອຍ​ຖ້າ​ຢູ່​ຢ່າງ​ຫລວງຫລາຍ​ເຊັ່ນ: ຄົນ​ຕາບອດ, ຄົນ​ຂາເສັ້ງ ແລະ​ຄົນ​ເປັນ​ອົງຄະ​ລີບ.


ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ເຮົາ​ໄດ້​ເຮັດ​ການ​ອັດສະຈັນ​ພຽງ​ຢ່າງ​ດຽວ ພວກເຈົ້າ​ທຸກຄົນ​ກໍ​ປະຫລາດ​ໃຈ​ແລ້ວ.


ເມື່ອ​ນາຍພັນ​ອະນຸຍາດ​ແລ້ວ ໂປໂລ​ກໍ​ຢືນ​ຂຶ້ນ​ທີ່​ຂັ້ນໄດ ແລະ​ໃຊ້​ມື​ເຮັດ​ສັນຍານ​ໃຫ້​ປະຊາຊົນ​ງຽບ ເມື່ອ​ພວກເຂົາ​ງຽບ​ແລ້ວ​ໂປໂລ​ກໍ​ກ່າວ​ແກ່​ພວກເຂົາ​ເປັນ​ພາສາ​ເຮັບເຣີ​ວ່າ,


ແລະ​ວິນຍານ​ເຫຼົ່ານັ້ນ ໄດ້​ພາ​ກະສັດ​ທັງຫລາຍ​ມາ​ຊຸມນຸມ​ກັນ​ໃນ​ບ່ອນ​ໜຶ່ງ ຕາມ​ພາສາ​ເຮັບເຣີ​ເອີ້ນ​ວ່າ, “ອາມາເຄໂດນ.”


ພວກ​ມັນ​ມີ​ກະສັດ​ອົງ​ໜຶ່ງ​ຄຸ້ມຄອງ ກະສັດ​ອົງ​ນັ້ນ ຄື​ບໍລິວານ​ຂອງ​ເຫວເລິກ​ນັ້ນ ຕາມ​ພາສາ​ເຮັບເຣີ​ເອີ້ນ​ວ່າ ອາບັດໂດນ ຊື່​ພາສາ​ກຣີກ​ເອີ້ນ​ວ່າ ອາໂປລິໂອນ (ໝາຍຄວາມວ່າ “ຜູ້​ທຳລາຍ”).


Jiwasaru arktasipxañani:

Anuncios ukanaka


Anuncios ukanaka