Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 5:1 - ພຣະຄຳພີສັກສິ

1 ຫລັງຈາກ​ນັ້ນ ກໍ​ເຖິງ​ເທດສະການ​ຂອງ​ຊາດ​ຢິວ ແລະ​ພຣະເຢຊູເຈົ້າ​ກໍໄດ້​ຂຶ້ນ​ເມືອ​ນະຄອນ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ຕໍ່ມາ​ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ເພື່ອ​ຮ່ວມ​ເທດສະການ​ຂອງ​ຊາວຢິວ.

Uka jalj uñjjattʼäta Copia luraña




ໂຢຮັນ 5:1
8 Jak'a apnaqawi uñst'ayäwi  

ສາມ​ເທື່ອ​ຕໍ່​ທຸກໆ​ປີ​ໃດ ຈົ່ງ​ໃຫ້​ຜູ້ຊາຍ​ທຸກຄົນ​ເຂົ້າ​ມາ​ນະມັດສະການ​ພຣະເຈົ້າຢາເວ​ພຣະເຈົ້າ, ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.


ແຕ່​ພຣະເຢຊູເຈົ້າ​ຊົງ​ຕອບ​ລາວ​ວ່າ, “ບັດນີ້ ຈົ່ງ​ຍອມ​ໃຫ້​ເປັນ​ໄປ​ຢ່າງ​ນີ້​ສາ ເພາະ​ສົມຄວນ​ທີ່​ເຮົາ​ຈະ​ເຮັດ​ຢ່າງ​ນີ້​ໃຫ້​ສຳເລັດ​ຕາມ​ຄວາມ​ຊອບທຳ​ທຸກຢ່າງ​ທີ່​ພຣະເຈົ້າ​ປະສົງ.” ດັ່ງນັ້ນ ໂຢຮັນ​ຈຶ່ງ​ຍອມ.


ພໍ​ເທດສະການ​ປັດສະຄາ​ຂອງ​ພວກ​ຢິວ​ໃກ້​ຈະ​ມາ​ເຖິງ ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ.


ແຕ່​ເມື່ອ​ຄົບ​ກຳນົດ​ເວລາ​ແລ້ວ ພຣະເຈົ້າ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ ຊົງ​ບັງເກີດ​ນຳ​ຍິງ​ຄົນ​ໜຶ່ງ ແລະ​ຊົງ​ມີ​ຊີວິດ​ຢູ່​ພາຍໃຕ້​ກົດບັນຍັດ,


“ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໂດຍ​ການ​ສະຫລອງ​ປັດສະຄາ​ໃນ​ເດືອນ​ອາບີບ; ມັນ​ແມ່ນ​ໃນ​ຄືນ​ໜຶ່ງ​ຂອງ​ເດືອນ​ນີ້ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ໃຫ້​ຜູ້ຊາຍ​ທຸກໆ​ຄົນ​ໃນ​ຊົນຊາດ​ຂອງ​ພວກເຈົ້າ ເຂົ້າ​ມາ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ບ່ອນ​ທີ່​ພຣະອົງ​ໄດ້​ເລືອກໄວ້ ສາມ​ເທື່ອ​ຕໍ່​ປີ ດັ່ງນີ້: ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ແປ້ງ, ເທດສະການ​ລະດູ​ເກັບກ່ຽວ ແລະ​ເທດສະການ​ປຸກຕູບຢູ່. ຢ່າ​ໃຫ້​ພວກເຂົາ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ​ໂດຍ​ມື​ເປົ່າ;


Jiwasaru arktasipxañani:

Anuncios ukanaka


Anuncios ukanaka