Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 4:9 - ພຣະຄຳພີສັກສິ

9 ຍິງ​ຊາວ​ຊາມາເຣຍ​ຕອບ​ພຣະອົງ​ວ່າ, “ດ້ວຍເຫດໃດ​ທ່ານ​ຜູ້​ເປັນ​ຄົນ​ຢິວ ຈຶ່ງ​ຂໍ​ດື່ມ​ນໍ້າ​ຈາກ​ຂ້ານ້ອຍ ທີ່​ເປັນ​ຄົນ​ຊາມາເຣຍ?” (ຊາວ​ຢິວ ແລະ ຊາວ​ຊາມາເຣຍ​ບໍ່ມີ​ສ່ວນ​ກ່ຽວ​ຂ້ອງ​ກັນ).

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ຍິງ​ຊາວ​ຊາມາເຣຍ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ, “ທ່ານ​ເປັນ​ຄົນຢິວ ສ່ວນ​ຂ້ານ້ອຍ​ເປັນ​ຍິງ​ຊາວ​ຊາມາເຣຍ. ດ້ວຍ​ເຫດໃດ​ທ່ານ​ຈຶ່ງ​ມາ​ຂໍ​ດື່ມນ້ຳ​ຈາກ​ຂ້ານ້ອຍ?” (ເພາະ​ຊາວ​ຢິວ​ບໍ່​ຄົບຄ້າສະມາຄົມ​ກັບ​ຊາວ​ຊາມາເຣຍ.)

Uka jalj uñjjattʼäta Copia luraña




ໂຢຮັນ 4:9
12 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໄດ້​ໃຊ້​ສິບສອງ​ຄົນ​ນີ້​ອອກ​ໄປ ໂດຍ​ໃຫ້​ຄຳສັ່ງ​ດັ່ງນີ້: “ຢ່າ​ໄປ​ໃນ​ທາງ​ຂອງ​ພວກ​ຕ່າງຊາດ ຫລື​ຢ່າ​ເຂົ້າ​ໄປ​ໃນ​ເມືອງ​ຂອງ​ຊາວ​ຊາມາເຣຍ.


ແຕ່​ມີ​ໄທ​ຊາມາເຣຍ​ຄົນ​ໜຶ່ງ ທີ່​ເດີນທາງ​ມາ​ພໍ້​ຊາຍ​ຄົນ​ນີ້ ແລະ​ເມື່ອ​ເຫັນ​ລາວ​ແລ້ວ ກໍ​ມີ​ໃຈ​ເມດຕາ​ສົງສານ.


ໃນ​ຂະນະ​ນັ້ນ ພວກ​ສາວົກ​ຂອງ​ພຣະອົງ​ກໍ​ມາ​ເຖິງ ພວກເພິ່ນ​ປະຫລາດ​ໃຈ​ທີ່​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ເວົ້າ​ກັບ​ແມ່ຍິງ, ແຕ່​ບໍ່ມີ​ຜູ້ໃດ​ຖາມ​ວ່າ, “ທ່ານ​ຕ້ອງການ​ຫຍັງ? ຫລື​ຖາມ​ພຣະເຢຊູເຈົ້າ​ວ່າ ເປັນຫຍັງ​ພຣະອົງ​ຈຶ່ງ​ເວົ້າ​ກັບ​ນາງ?”


ພວກ​ຢິວ​ໄດ້ຕອບ​ພຣະອົງ​ວ່າ, “ພວກເຮົາ​ເວົ້າ​ຖືກຕ້ອງ​ແລ້ວ ທີ່​ວ່າ​ເຈົ້າ​ເປັນ​ຊາວ​ຊາມາເຣຍ ແລະ​ມີ​ຜີມານຮ້າຍ​ສິງ​ຢູ່.”


ແຕ່​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ພຣະຣາຊທານ​ຣິດເດດ ເມື່ອ​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ສະເດັດ​ມາ​ເທິງ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ ໃນ​ນະຄອນ​ເຢຣູຊາເລັມ ຕະຫລອດ​ທົ່ວ​ແຂວງ​ຢູດາຍ ກັບ​ແຂວງ​ຊາມາເຣຍ ແລະ​ຈົນເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”


ເປໂຕ​ໄດ້​ກ່າວ​ກັບ​ຄົນ​ເຫຼົ່ານັ້ນ​ວ່າ, “ທ່ານ​ທັງຫລາຍ​ຮູ້​ດີ​ວ່າ ການ​ທີ່​ຄົນ​ຢິວ​ຈະ​ມາ​ຢ້ຽມຢາມ ຫລື​ເຂົ້າ​ຮ່ວມ​ຄົບຫາ​ສະມາຄົມ​ກັບ​ຄົນຕ່າງຊາດ ກໍ​ເປັນ​ການ​ຕ້ອງ​ຫ້າມ, ແຕ່​ພຣະເຈົ້າ​ໄດ້​ໂຜດ​ສຳແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ວ່າ ບໍ່​ຕ້ອງ​ຖື​ຄົນໃດ​ຄົນໜຶ່ງ​ວ່າ​ເປັນ​ຄົນ​ຕ້ອງ​ຫ້າມ ຫລື​ເປັນ​ມົນທິນ.


ດ້ວຍເຫດນັ້ນ ເຈົ້າ​ຈົ່ງ​ໃຊ້​ບາງຄົນ​ໄປ​ທີ່​ເມືອງ​ຢົບປາ ໄປ​ເຊີນ​ເອົາ​ຊາຍ​ຄົນ​ໜຶ່ງ ຊື່​ວ່າ​ຊີໂມນ ແລະ​ມີ​ຊື່​ໜຶ່ງ​ອີກ​ວ່າ ເປໂຕ ເພິ່ນ​ເປັນ​ແຂກ​ທີ່​ອາໄສ​ຢູ່​ນຳ​ຊ່າງ​ຟອກໜັງ ຊື່​ວ່າ, ຊີໂມນ ຜູ້​ທີ່​ມີ​ເຮືອນ​ຢູ່​ແຄມ​ທະເລ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka