8 ໃນຂະນະນັ້ນ ພວກສາວົກຂອງພຣະອົງ ໄດ້ເຂົ້າໄປຊື້ອາຫານໃນເມືອງ).
8 (ພວກສາວົກຂອງພຣະອົງໄດ້ເຂົ້າໄປໃນເມືອງເພື່ອຊື້ອາຫານ.)
ແຕ່ພຣະເຢຊູເຈົ້າກ່າວຕໍ່ພວກເພິ່ນວ່າ, “ໃຫ້ພວກເຈົ້າເປັນຜູ້ລ້ຽງພວກເຂົາສາ.” ພວກສາວົກຕອບວ່າ, “ພວກຂ້ານ້ອຍມີເຂົ້າຈີ່ຫ້າກ້ອນກັບປາສອງໂຕເທົ່ານັ້ນ ທ່ານຕ້ອງການໃຫ້ພວກຂ້ານ້ອຍໄປຊື້ອາຫານໃຫ້ປະຊາຊົນທັງໝົດນີ້ກິນບໍ?” (
ຝ່າຍພຣະເຢຊູເຈົ້າກັບພວກສາວົກຂອງພຣະອົງ ກໍຖືກເຊີນໄປຮ່ວມໃນງານນັ້ນເໝືອນກັນ.
ໃນຂະນະນັ້ນ ພວກສາວົກຂອງພຣະອົງກໍມາເຖິງ ພວກເພິ່ນປະຫລາດໃຈທີ່ເຫັນພຣະເຢຊູເຈົ້າກຳລັງເວົ້າກັບແມ່ຍິງ, ແຕ່ບໍ່ມີຜູ້ໃດຖາມວ່າ, “ທ່ານຕ້ອງການຫຍັງ? ຫລືຖາມພຣະເຢຊູເຈົ້າວ່າ ເປັນຫຍັງພຣະອົງຈຶ່ງເວົ້າກັບນາງ?”
ຊາວຊາມາເຣຍເປັນຈຳນວນຫລວງຫລາຍໃນເມືອງນີ້ໄດ້ເຊື່ອໃນພຣະອົງ ເພາະຖ້ອຍຄຳທີ່ຍິງນັ້ນໄດ້ເປັນພະຍານວ່າ, “ເພິ່ນໄດ້ບອກຂ້ອຍກ່ຽວກັບທຸກໆສິ່ງທີ່ຂ້ອຍໄດ້ເຮັດມາ.”
ພຣະອົງມາເຖິງເມືອງໜຶ່ງຢູ່ໃນແຂວງຊາມາເຣຍ ທີ່ຊື່ວ່າ ຊີຂາ ຊຶ່ງບໍ່ໄກຈາກດິນຕອນທີ່ຢາໂຄບໄດ້ມອບໃຫ້ໂຢເຊັບລູກຊາຍຂອງຕົນ.
ມີຍິງຊາວຊາມາເຣຍຄົນໜຶ່ງ ໄດ້ມາຕັກນໍ້າໃນສ້າງ ພຣະເຢຊູເຈົ້າຈຶ່ງກ່າວກັບນາງວ່າ, “ເຮົາຂໍດື່ມນໍ້າແດ່.” (