Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 4:7 - ພຣະຄຳພີສັກສິ

7 ມີ​ຍິງ​ຊາວ​ຊາມາເຣຍ​ຄົນ​ໜຶ່ງ ໄດ້​ມາ​ຕັກ​ນໍ້າ​ໃນ​ສ້າງ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ນາງ​ວ່າ, “ເຮົາ​ຂໍ​ດື່ມ​ນໍ້າ​ແດ່.” (

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ເມື່ອ​ຍິງ​ຊາວ​ຊາມາເຣຍ​ຄົນ​ໜຶ່ງ​ໄດ້​ມາ​ຕັກ​ນ້ຳ ພຣະເຢຊູເຈົ້າ​ກ່າວ​ກັບ​ນາງ​ວ່າ, “ຂໍ​ນໍ້າ​ໃຫ້​ເຮົາ​ດື່ມ​ແດ່​ໄດ້​ບໍ?”

Uka jalj uñjjattʼäta Copia luraña




ໂຢຮັນ 4:7
9 Jak'a apnaqawi uñst'ayäwi  

ແຕ່​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ຟ້າວ​ແລ່ນ​ໄປ​ຫາ​ນາງ ແລະ​ເວົ້າ​ວ່າ, “ຂ້ອຍ​ຂໍ​ດື່ມ​ນໍ້າ​ຈາກ​ໄຫ​ຂອງ​ເຈົ້າ​ແດ່.”


ເວລາ​ນີ້​ຂ້ານ້ອຍ​ກຳລັງ​ຢືນ​ຢູ່​ໃກ້​ນໍ້າສ້າງ. ເມື່ອ​ຍິງ​ສາວ​ຄົນ​ໜຶ່ງ​ມາ​ຕັກ​ນໍ້າ ຂ້ານ້ອຍ​ຈະ​ເວົ້າ​ກັບ​ນາງ​ວ່າ ຂ້ານ້ອຍ​ຂໍ​ດື່ມ​ນໍ້າ​ຈາກ​ໄຫ​ຂອງ​ນາງ.


ດັ່ງນັ້ນ ເອລີຢາ​ຈຶ່ງ​ອອກ​ເດີນທາງ​ໄປ​ທີ່​ເມືອງ​ຊາເຣຟັດ; ແລະ​ເມື່ອ​ມາ​ຮອດ​ປະຕູ​ເມືອງ ເພິ່ນ​ກໍ​ເຫັນ​ແມ່ໝ້າຍ​ຜູ້ໜຶ່ງ​ກຳລັງ​ເກັບ​ຟືນ​ຢູ່. ເພິ່ນ​ຈຶ່ງ​ກ່າວ​ແກ່​ນາງ​ວ່າ, “ຂ້ອຍ​ຂໍ​ດື່ມ​ນໍ້າ​ແດ່”,


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ຈະ​ເອົາ​ນໍ້າ​ເຢັນ​ພຽງ​ຈອກ​ດຽວ ໃຫ້​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ໃນ​ຈຳພວກ​ນີ້​ດື່ມ ເພາະ​ເປັນ​ສິດ​ຂອງເຮົາ ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ບຳເໜັດ​ຢ່າງ​ແນ່ນອນ.”


ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ຮູ້​ວ່າ​ທຸກສິ່ງ​ໄດ້​ສຳເລັດ​ແລ້ວ, ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ ພຣະອົງ​ໄດ້​ຊົງ​ກ່າວ​ວ່າ, “ເຮົາ​ຫິວນໍ້າ.”


ພຣະເຢຊູເຈົ້າ​ຊົງ​ຕອບ​ນາງ​ວ່າ, “ຖ້າ​ເຈົ້າ​ຮູ້ຈັກ​ສິ່ງ​ທີ່​ພຣະເຈົ້າ​ໃຫ້ ແລະ​ຮູ້ຈັກ​ຜູ້​ທີ່​ກຳລັງ​ຂໍ​ດື່ມ​ນໍ້າ​ຈາກ​ເຈົ້າ​ແລ້ວ ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ແລະ​ເພິ່ນ​ຈະ​ເອົາ​ນໍ້າ​ທີ່​ປະກອບ​ດ້ວຍ​ຊີວິດ​ໃຫ້​ແກ່​ເຈົ້າ.”


ນໍ້າສ້າງ​ຂອງ​ຢາໂຄບ​ກໍ​ຢູ່​ໃນ​ທີ່ນັ້ນ. ເມື່ອ​ປະມານ​ທ່ຽງວັນ ພຣະເຢຊູເຈົ້າ​ມີ​ຄວາມ​ອິດເມື່ອຍ​ຍ້ອນ​ການ​ເດີນທາງ ພຣະອົງ​ຈຶ່ງ​ນັ່ງ​ລົງ​ທີ່​ແຄມ​ນໍ້າສ້າງ​ນັ້ນ.


ໃນ​ຂະນະ​ນັ້ນ ພວກ​ສາວົກ​ຂອງ​ພຣະອົງ ໄດ້​ເຂົ້າ​ໄປ​ຊື້​ອາຫານ​ໃນ​ເມືອງ).


Jiwasaru arktasipxañani:

Anuncios ukanaka


Anuncios ukanaka