Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 4:6 - ພຣະຄຳພີສັກສິ

6 ນໍ້າສ້າງ​ຂອງ​ຢາໂຄບ​ກໍ​ຢູ່​ໃນ​ທີ່ນັ້ນ. ເມື່ອ​ປະມານ​ທ່ຽງວັນ ພຣະເຢຊູເຈົ້າ​ມີ​ຄວາມ​ອິດເມື່ອຍ​ຍ້ອນ​ການ​ເດີນທາງ ພຣະອົງ​ຈຶ່ງ​ນັ່ງ​ລົງ​ທີ່​ແຄມ​ນໍ້າສ້າງ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ນ້ຳສ້າງ​ຂອງ​ຢາໂຄບ​ກໍ​ຢູ່​ທີ່​ນັ້ນ ແລະ ພຣະເຢຊູເຈົ້າ​ອິດເມື່ອຍ​ຈາກ​ການເດີນທາງ, ພຣະອົງ​ຈຶ່ງ​ນັ່ງ​ລົງ​ທີ່​ແຄມ​ນ້ຳສ້າງ. ຂະນະ​ນັ້ນ​ເປັນ​ເວລາ​ປະມານ​ຕອນທ່ຽງ.

Uka jalj uñjjattʼäta Copia luraña




ໂຢຮັນ 4:6
12 Jak'a apnaqawi uñst'ayäwi  

ຕັ້ງແຕ່​ເວລາ​ທ່ຽງ​ວັນ ທົ່ວ​ແຜ່ນດິນ​ກໍ​ເກີດ​ມືດມົວ​ເປັນ​ເວລາ​ສາມ​ຊົ່ວໂມງ.


ຫລັງຈາກ​ອົດ​ອາຫານ​ໄດ້​ສີ່ສິບ​ວັນ​ສີ່ສິບ​ຄືນ​ແລ້ວ ພຣະເຢຊູເຈົ້າ​ກໍ​ຢາກ​ອາຫານ.


ໃນ​ທັນໃດນັ້ນ ກໍ​ເກີດ​ລົມພະຍຸ​ໃຫຍ່​ພັດ​ທະເລສາບ​ຢ່າງ​ແຮງ ຈົນ​ເຮືອ​ເກືອບ​ຫລົ້ມ ເພາະ​ນໍ້າ​ຊັດ​ເຂົ້າ​ເຮືອ ສ່ວນ​ພຣະເຢຊູເຈົ້າ​ນັ້ນ​ຊົງ​ນອນ​ຫລັບ​ຢູ່.


ນາງ​ໄດ້​ເກີດ​ລູກຊາຍກົກ, ເອົາ​ຜ້າ​ອ້ອມ​ພັນ ແລະ​ວາງ​ໄວ້​ໃນ​ຮາງຫຍ້າ ເພາະວ່າ​ໃນ​ໂຮງແຮມ​ນັ້ນ ບໍ່ມີ​ຫ້ອງ​ຫວ່າງ​ສຳລັບ​ພວກເພິ່ນ​ເລີຍ.


ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ໝາຈອກ​ຍັງ​ມີ​ໝົ້ງ​ນອນ ແລະ​ນົກ​ກໍ​ຍັງ​ມີ​ຮັງ​ຢູ່ ສ່ວນ​ບຸດ​ມະນຸດ​ບໍ່ມີ​ບ່ອນ​ຈະ​ວາງ​ຫົວ​ລົງ.”


ພຣະເຢຊູເຈົ້າ​ຕອບ​ວ່າ, “ກາງເວັນ​ມີ​ຢູ່​ສິບສອງ​ຊົ່ວໂມງ​ບໍ່ແມ່ນ​ບໍ? ສະນັ້ນ ຜູ້ໃດ​ທີ່​ຍ່າງ​ໃນ​ກາງເວັນ​ກໍ​ຈະ​ບໍ່​ຊູນ​ສະດຸດ ເພາະວ່າ​ລາວ​ເຫັນ​ຄວາມ​ສະຫວ່າງ​ແຫ່ງ​ໂລກນີ້.


ຢາໂຄບ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ຜູ້​ທີ່​ໄດ້​ຂຸດ​ນໍ້າສ້າງ​ນີ້​ໄວ້​ໃຫ້​ພວກ​ຂ້ານ້ອຍ​ນັ້ນ ກໍ​ດື່ມ​ນໍ້າ​ຈາກ​ສ້າງ​ນີ້​ພ້ອມ​ທັງ​ພວກ​ລູກຊາຍ ແລະ​ຝູງສັດ​ຂອງ​ເພິ່ນ ທ່ານ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ຢາໂຄບ​ຊັ້ນບໍ?”


ພຣະອົງ​ມາ​ເຖິງ​ເມືອງ​ໜຶ່ງ​ຢູ່​ໃນ​ແຂວງ​ຊາມາເຣຍ ທີ່​ຊື່​ວ່າ ຊີຂາ ຊຶ່ງ​ບໍ່​ໄກ​ຈາກ​ດິນ​ຕອນ​ທີ່​ຢາໂຄບ​ໄດ້​ມອບ​ໃຫ້​ໂຢເຊັບ​ລູກຊາຍ​ຂອງຕົນ.


ມີ​ຍິງ​ຊາວ​ຊາມາເຣຍ​ຄົນ​ໜຶ່ງ ໄດ້​ມາ​ຕັກ​ນໍ້າ​ໃນ​ສ້າງ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ນາງ​ວ່າ, “ເຮົາ​ຂໍ​ດື່ມ​ນໍ້າ​ແດ່.” (


ເພາະວ່າ ເຈົ້າ​ທັງຫລາຍ​ຮູ້ຈັກ​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ແລ້ວ​ວ່າ ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ຮັ່ງມີ ພຣະອົງ​ກໍ​ຍັງ​ຊົງ​ຍອມ​ກາຍເປັນ​ຄົນ​ຍາກຈົນ ເພາະ​ເຫັນ​ແກ່​ເຈົ້າ​ທັງຫລາຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ກາຍເປັນ​ຄົນ​ຮັ່ງມີ ເນື່ອງ​ຈາກ​ຄວາມ​ຍາກຈົນ​ຂອງ​ພຣະອົງ.


ເຫດສະນັ້ນ ພຣະອົງ​ຈຶ່ງ​ຕ້ອງ​ໄດ້​ກາຍເປັນ​ເໝືອນ​ດັ່ງ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ໃນ​ທຸກຢ່າງ, ເພື່ອ​ວ່າ​ພຣະອົງ​ຈະ​ໄດ້​ເປັນ​ມະຫາ​ປະໂຣຫິດ ຜູ້​ປະກອບ​ດ້ວຍ​ຄວາມ​ສັດຊື່​ແລະ​ມີ​ໃຈ​ເມດຕາ ໃນ​ການ​ບົວລະບັດ​ຮັບໃຊ້​ພຣະເຈົ້າ ເພື່ອ​ນຳ​ເຄື່ອງ​ບູຊາ​ໄປ​ຖວາຍ​ແທນ​ບາບກຳ​ຂອງ​ປະຊາຊົນ.


ເພາະວ່າ ພວກເຮົາ​ບໍ່ໄດ້​ມີ​ມະຫາ​ປະໂຣຫິດ ທີ່​ບໍ່​ສາມາດ​ຈະ​ເຫັນໃຈ​ໃນ​ຄວາມ​ອ່ອນແອ​ຂອງ​ພວກເຮົາ, ແຕ່​ມີ​ຕົນ​ໜຶ່ງ​ທີ່​ຊົງ​ຖືກ​ທົດລອງ​ເໝືອນ​ຢ່າງ​ເຮົາ​ທຸກປະການ, ເຖິງ​ປານ​ນັ້ນ ພຣະອົງ​ກໍ​ຍັງ​ບໍ່ມີ​ບາບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka