Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 4:41 - ພຣະຄຳພີສັກສິ

41 ມີ​ຄົນອື່ນ​ອີກ​ຈຳນວນ​ຫລວງຫລາຍ​ທີ່​ໄດ້​ຮັບ​ເຊື່ອ ເພາະ​ໄດ້ຍິນ​ຖ້ອຍຄຳ​ຂອງ​ພຣະອົງ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

41 ມີ​ຄົນ​ອື່ນໆ​ອີກ​ຈໍານວນ​ຫລວງຫລາຍ​ໄດ້​ກາຍເປັນ​ຜູ້​ທີ່​ເຊື່ອ​ເພາະ​ດ້ວຍ​ຖ້ອຍຄຳ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ໂຢຮັນ 4:41
13 Jak'a apnaqawi uñst'ayäwi  

ຢູດາ ຈະ​ຖື​ຕາ​ຕັ້ງ​ອຳນາດ​ແຫ່ງ​ຣາຊາ ສືບ​ຮອດ​ຍາດ​ວົງ​ໃຫ້​ເຊື້ອສາຍ​ຄອງ​ອຳນາດ ຈົນ​ມີ​ຫລາຍ​ຊົນຊາດ​ອາສາ​ຫາ​ຂອງຂວັນ​ມາ​ຖວາຍ​ແດ່ ແລະ​ກົ້ມ​ຂາບລົງ​ໄຫວ້​ເຈົ້າ​ຝູງ​ຄົນ​ເຝົ້າ​ເຊື່ອຟັງ.


ພວກເຂົາ​ທຸກຄົນ​ຕ່າງ​ກໍ​ປະຫລາດ​ໃຈ ໃນ​ຄຳ​ສອນ​ຂອງ​ພຣະອົງ ເພາະ​ພຣະອົງ​ສອນ​ດ້ວຍ​ຣິດອຳນາດ.


ດັ່ງນັ້ນ ເມື່ອ​ຊາວ​ຊາມາເຣຍ​ມາ​ຫາ​ພຣະອົງ ພວກເຂົາ​ຈຶ່ງ​ຂໍຮ້ອງ​ໃຫ້​ພຣະອົງ​ຢູ່​ກັບ​ພວກເຂົາ ແລະ​ພຣະອົງ​ກໍ​ຢູ່​ທີ່​ນັ້ນ​ສອງ​ວັນ.


ແລະ ພວກເຂົາ​ໄດ້​ເວົ້າ​ກັບ​ແມ່ຍິງ​ຄົນ​ນັ້ນ​ວ່າ, “ບັດນີ້ ພວກເຮົາ​ໄດ້​ເຊື່ອ ບໍ່ແມ່ນ​ຍ້ອນ​ຄຳ​ເວົ້າ​ຂອງ​ເຈົ້າ ແຕ່​ຍ້ອນ​ພວກເຮົາ​ໄດ້ຍິນ​ເພິ່ນເອງ​ເວົ້າ ແລະ​ພວກເຮົາ​ກໍ​ຮູ້​ວ່າ ແມ່ນ​ທ່ານ​ຜູ້​ນີ້​ແທ້ ທີ່​ເປັນ​ພຣະ​ຜູ້ໂຜດຊ່ວຍ​ມະນຸດ​ສະໂລກ​ໃຫ້​ພົ້ນ.”


ແມ່ນ​ພຣະວິນຍານ ທີ່​ເຮັດ​ໃຫ້​ມີ​ຊີວິດ, ສ່ວນ​ເນື້ອກາຍ​ຂອງ​ມະນຸດ​ນັ້ນ ກໍ​ບໍ່​ໃຫ້​ປະໂຫຍດ​ຫຍັງ​ໝົດ ຖ້ອຍຄຳ​ທີ່​ເຮົາ​ກ່າວ​ແກ່​ເຈົ້າ​ທັງຫລາຍ​ນັ້ນ ເປັນ​ວິນຍານ​ແລະ​ເປັນ​ຊີວິດ.


ພວກ​ເຈົ້າໜ້າທີ່​ຕອບ​ວ່າ, “ບໍ່ເຄີຍ​ເຫັນ​ຜູ້ໃດ​ທີ່​ເວົ້າ​ເໝືອນ​ດັ່ງ​ຊາຍ​ຄົນ​ນີ້​ຈັກເທື່ອ.”


ແຕ່​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ພຣະຣາຊທານ​ຣິດເດດ ເມື່ອ​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ສະເດັດ​ມາ​ເທິງ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ ໃນ​ນະຄອນ​ເຢຣູຊາເລັມ ຕະຫລອດ​ທົ່ວ​ແຂວງ​ຢູດາຍ ກັບ​ແຂວງ​ຊາມາເຣຍ ແລະ​ຈົນເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”


ດັ່ງນັ້ນ ຄຣິສຕະຈັກ​ໄດ້​ຈັດ​ສົ່ງ​ທ່ານ​ເຫຼົ່ານີ້​ໄປ, ເມື່ອ​ຜ່ານ​ແຂວງ​ໂຟນີເຊຍ ແລະ​ແຂວງ​ຊາມາເຣຍ​ໄປ​ນັ້ນ ເພິ່ນ​ໄດ້​ເລົ່າ​ເລື່ອງ​ການ​ທີ່​ຄົນຕ່າງຊາດ​ກັບໃຈ​ໃໝ່​ຫັນ​ມາ​ຫາ​ພຣະເຈົ້າ, ຂ່າວ​ນີ້​ໄດ້​ນຳ​ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່​ມາ​ສູ່​ພີ່ນ້ອງ​ທັງໝົດ.


ເມື່ອ​ພວກເຂົາ​ໄດ້​ຮັບ​ເຊື່ອ​ໃນ​ຖ້ອຍຄຳ​ຂອງ​ຟີລິບ ທີ່​ໄດ້​ປະກາດ​ກ່ຽວກັບ​ຂ່າວປະເສີດ​ແຫ່ງ​ຣາຊອານາຈັກ​ຂອງ​ພຣະເຈົ້າ ແລະ​ພຣະນາມ​ຂອງ​ພຣະເຢຊູ​ຄຣິດເຈົ້າ ພວກເຂົາ​ກໍໄດ້​ຮັບ​ບັບຕິສະມາ​ທັງ​ຊາຍ​ແລະ​ຍິງ.


ສ່ວນ​ທ່ານ​ທັງສອງ ເມື່ອ​ໄດ້​ເປັນ​ພະຍານ ແລະ​ປະກາດ​ພຣະທຳ​ແຫ່ງ​ອົງ​ພຣະຜູ້​ເປັນເຈົ້າ​ແລ້ວ ກໍ​ກັບຄືນ​ມາ​ນະຄອນ​ເຢຣູຊາເລັມ ແລະ​ໄດ້​ປະກາດ​ຂ່າວປະເສີດ​ຕາມ​ທາງ ໃນ​ບ້ານ​ຂອງ​ຊາວ​ຊາມາເຣຍ​ຫລາຍ​ແຫ່ງ.


ແລະ​ໃນ​ທຸກສິ່ງ​ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ນັ້ນ ບໍ່ມີ​ສິ່ງໃດ​ຖືກ​ບັງລັບ​ໄວ້​ຈາກ​ພຣະພັກ​ພຣະອົງ​ໄດ້ ແຕ່​ທຸກສິ່ງ​ໄດ້​ປາກົດ​ແຈ້ງ​ຕໍ່​ສາຍຕາ​ຂອງ​ພຣະອົງ ຜູ້​ທີ່​ເຮົາ​ຈະ​ຕ້ອງ​ໃຫ້​ການ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka