Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 4:3 - ພຣະຄຳພີສັກສິ

3 ພຣະເຢຊູເຈົ້າ​ໄດ້​ສະເດັດ​ອອກ​ຈາກ​ແຂວງ​ຢູດາຍ ແລະ​ກັບຄືນ​ໄປ​ແຂວງ​ຄາລີເລ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ອອກ​ຈາກ​ແຂວງ​ຢູດາຍ ແລະ ກັບ​ໄປ​ຍັງ​ແຂວງ​ຄາລີເລ​ອີກ.

Uka jalj uñjjattʼäta Copia luraña




ໂຢຮັນ 4:3
11 Jak'a apnaqawi uñst'ayäwi  

ເມື່ອ​ພວກເຂົາ​ຂົ່ມເຫັງ​ພວກເຈົ້າ​ໃນ​ເມືອງ​ໜຶ່ງ ຈົ່ງ​ໜີໄປ​ທີ່​ເມືອງ​ອື່ນ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຈະ​ບໍ່​ທັນ​ໄປ​ໃນ​ທົ່ວ​ທຸກ​ເມືອງ​ຂອງ​ຊາດ​ອິດສະຣາເອນ ກ່ອນ​ທີ່​ບຸດ​ມະນຸດ​ມາ.”


ພຣະເຢຊູເຈົ້າ​ໄດ້​ນຳພາ​ພວກ​ສາວົກ​ຂອງ​ພຣະອົງ​ອອກ​ໄປ​ສູ່​ຝັ່ງ​ທະເລສາບ​ຄາລີເລ ແລະ ມີ​ປະຊາຊົນ​ໝູ່ໃຫຍ່​ມາ​ຈາກ​ແຂວງ​ຄາລີເລ, ໄດ້​ຕິດຕາມ​ພຣະອົງ​ໄປ ທັງ​ຈາກ​ແຂວງ​ຢູດາຍ.


ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ຂຶ້ນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ນັ້ນ ພຣະອົງ​ຜ່ານ​ໄປ​ຕາມ​ເຂດແດນ​ລະຫວ່າງ​ແຂວງ​ຊາມາເຣຍ ແລະ ແຂວງ​ຄາລີເລ.


ວັນ​ຕໍ່ມາ​ອີກ ພຣະເຢຊູເຈົ້າ​ໄດ້​ຕັດສິນໃຈ​ໄປ​ແຂວງ​ຄາລີເລ ພຣະອົງ​ໄດ້​ພົບ​ຟີລິບ ແລະ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.” (


ແລ້ວ​ພຣະອົງ​ກໍ​ຂ້າມ​ແມ່ນໍ້າ​ຈໍແດນ ໄປ​ບ່ອນ​ທີ່​ໂຢຮັນ​ໃຫ້​ຮັບ​ບັບຕິສະມາ​ແຕ່​ກ່ອນ​ນັ້ນ ແລະ​ພຣະອົງ​ກໍ​ພັກ​ຢູ່​ທີ່​ນັ້ນ.


ດ້ວຍເຫດນີ້ ພຣະເຢຊູເຈົ້າ​ຈຶ່ງ​ບໍ່ໄດ້​ໄປ​ທາງ​ໃດ​ຢ່າງ​ເປີດເຜີຍ​ໃນ​ແຂວງ​ຢູດາຍ, ແຕ່​ພຣະອົງ​ໄດ້​ໜີໄປ​ບ່ອນ​ໜຶ່ງ ໃກ້​ກັບ​ຖິ່ນ​ແຫ້ງແລ້ງ​ກັນດານ ເຖິງ​ເມືອງ​ໜຶ່ງ​ຊື່​ວ່າ​ເອຟຣາອິມ ແລະ​ຢູ່​ທີ່​ນັ້ນ​ກັບ​ພວກ​ສາວົກ​ຂອງ​ພຣະອົງ.


ພຣະເຢຊູເຈົ້າ​ໄດ້​ເຮັດ​ການ​ອັດສະຈັນ​ເທື່ອ​ທຳອິດ ທີ່​ບ້ານ​ການາ ແຂວງ​ຄາລີເລ, ໃນ​ທີ່ນັ້ນ ພຣະອົງ​ໄດ້​ເປີດເຜີຍ​ສະຫງ່າຣາສີ​ຂອງ​ພຣະອົງ​ໃຫ້​ປາກົດ ແລະ​ພວກ​ສາວົກ​ກໍໄດ້​ເຊື່ອ​ໃນ​ພຣະອົງ.


ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ​ກໍໄດ້​ໄປ​ແຂວງ​ຢູດາຍ ໃນ​ທີ່ນັ້ນ ພຣະອົງ​ໄດ້​ພັກ​ຢູ່​ກັບ​ພວກເຂົາ ແລະ​ໃຫ້​ຮັບ​ບັບຕິສະມາ.


ພຣະອົງ​ບອກ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ເຫັນ​ແລະ​ໄດ້ຍິນ ແຕ່​ບໍ່ມີ​ຜູ້ໃດ​ຮັບ​ເອົາ​ຄຳ​ພະຍານ​ຂອງ​ພຣະອົງ.


ເມື່ອ​ຂ້າຣາຊການ​ຄົນ​ນີ້​ໄດ້ຍິນ​ຂ່າວ​ວ່າ ພຣະເຢຊູເຈົ້າ​ໄດ້​ສະເດັດ​ອອກ​ຈາກ​ແຂວງ​ຢູດາຍ ແລະ​ມາ​ຮອດ​ແຂວງ​ຄາລີເລ​ແລ້ວ ເພິ່ນ​ຈຶ່ງ​ໄປ​ຂໍຮ້ອງ​ພຣະອົງ ໃຫ້​ມາ​ຮັກສາ​ລູກຊາຍ​ຂອງຕົນ​ທີ່​ໃກ້​ຈະ​ຕາຍ.


ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ສະເດັດ​ທຽວ​ໄປມາ​ຕາມ​ແຂວງ​ຄາລີເລ ພຣະອົງ​ບໍ່​ຢາກ​ທຽວ​ໄປ​ໃນ​ແຂວງ​ຢູດາຍ ເພາະ​ພວກ​ເຈົ້າໜ້າທີ່​ຢິວ​ໃນ​ທີ່ນັ້ນ​ຢາກ​ຂ້າ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka