Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 4:12 - ພຣະຄຳພີສັກສິ

12 ຢາໂຄບ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ຜູ້​ທີ່​ໄດ້​ຂຸດ​ນໍ້າສ້າງ​ນີ້​ໄວ້​ໃຫ້​ພວກ​ຂ້ານ້ອຍ​ນັ້ນ ກໍ​ດື່ມ​ນໍ້າ​ຈາກ​ສ້າງ​ນີ້​ພ້ອມ​ທັງ​ພວກ​ລູກຊາຍ ແລະ​ຝູງສັດ​ຂອງ​ເພິ່ນ ທ່ານ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ຢາໂຄບ​ຊັ້ນບໍ?”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ທ່ານ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ຢາໂຄບ ບັນພະບຸລຸດ​ຂອງ​ພວກເຮົາ ຜູ້​ໄດ້​ໃຫ້​ນ້ຳສ້າງ​ນີ້​ແກ່​ພວກເຮົາ​ບໍ? ແລະ ຢາໂຄບ​ເອງ​ກັບ​ລູກຫລານ​ຕະຫລອດ​ຈົນ​ສັດລ້ຽງ ກໍ​ດື່ມນ້ຳ​ຈາກ​ນ້ຳສ້າງ​ນີ້”.

Uka jalj uñjjattʼäta Copia luraña




ໂຢຮັນ 4:12
8 Jak'a apnaqawi uñst'ayäwi  

ໃນ​ວັນ​ແຫ່ງ​ການ​ພິພາກສາ ຣາຊີນີ​ຝ່າຍ​ທິດໃຕ້​ຈະ​ຢືນ​ກ່າວໂທດ​ພວກເຈົ້າ ເພາະ​ນາງ​ໄດ້​ເດີນທາງ​ມາ​ແຕ່​ທີ່ສຸດ​ແຜ່ນດິນ​ໂລກ​ເພື່ອ​ຟັງ​ຄຳສັ່ງສອນ​ອັນ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ​ຂອງ​ກະສັດ​ໂຊໂລໂມນ ແລະ​ທີ່​ນີ້​ມີ​ຜູ້ໜຶ່ງ​ທີ່​ຍິ່ງໃຫຍ່​ກວ່າ​ກະສັດ​ໂຊໂລໂມນ.”


ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ນາງ​ວ່າ, “ທຸກຄົນ​ທີ່​ດື່ມ​ນໍ້າ​ນີ້ ຍັງ​ຈະ​ຫິວ​ອີກ


ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ໄດ້​ນະມັດສະການ​ພຣະເຈົ້າ​ເທິງ​ພູ​ໜ່ວຍ​ນີ້, ແຕ່​ພວກທ່ານ​ວ່າ ສະຖານທີ່​ຄວນ​ນະມັດສະການ ກໍ​ຄື​ນະຄອນ​ເຢຣູຊາເລັມ.”


ພຣະອົງ​ມາ​ເຖິງ​ເມືອງ​ໜຶ່ງ​ຢູ່​ໃນ​ແຂວງ​ຊາມາເຣຍ ທີ່​ຊື່​ວ່າ ຊີຂາ ຊຶ່ງ​ບໍ່​ໄກ​ຈາກ​ດິນ​ຕອນ​ທີ່​ຢາໂຄບ​ໄດ້​ມອບ​ໃຫ້​ໂຢເຊັບ​ລູກຊາຍ​ຂອງຕົນ.


ນໍ້າສ້າງ​ຂອງ​ຢາໂຄບ​ກໍ​ຢູ່​ໃນ​ທີ່ນັ້ນ. ເມື່ອ​ປະມານ​ທ່ຽງວັນ ພຣະເຢຊູເຈົ້າ​ມີ​ຄວາມ​ອິດເມື່ອຍ​ຍ້ອນ​ການ​ເດີນທາງ ພຣະອົງ​ຈຶ່ງ​ນັ່ງ​ລົງ​ທີ່​ແຄມ​ນໍ້າສ້າງ​ນັ້ນ.


ອັບຣາຮາມ​ພໍ່​ຂອງ​ພວກເຮົາ​ຕາຍໄປ​ແລ້ວ ເຈົ້າ​ບໍ່ແມ່ນ​ອ້າງ​ຕົວ​ຍິ່ງໃຫຍ່​ກວ່າ​ອັບຣາຮາມ​ບໍ? ພວກ​ຜູ້ທຳນວາຍ​ກໍ​ຕາຍໄປ​ແລ້ວ​ເໝືອນກັນ, ເຈົ້າ​ຄິດ​ວ່າ​ເຈົ້າ​ເປັນ​ຜູ້ໃດ?”


ເພາະ​ພຣະອົງ​ສົມຄວນ​ຢູ່​ແລ້ວ​ທີ່​ໄດ້​ຮັບ​ສະຫງ່າຣາສີ​ຫລາຍກວ່າ​ໂມເຊ ເໝືອນ​ດັ່ງ​ກົກເຄົ້າ​ຂອງ​ວົງຕະກຸນ ທີ່​ມີ​ກຽດ​ຫລາຍກວ່າ​ວົງຕະກຸນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka