Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 4:1 - ພຣະຄຳພີສັກສິ

1 ເມື່ອ​ພຣະເຢຊູເຈົ້າ​ໄດ້​ຮູ້​ວ່າ ພວກ​ຟາຣີຊາຍ​ໄດ້ຍິນ​ຂ່າວ​ວ່າ​ພຣະອົງ​ມີ​ສາວົກ ແລະ​ໄດ້​ໃຫ້​ຜູ້​ຄົນ​ຮັບ​ບັບຕິສະມາ​ຫລາຍກວ່າ​ໂຢຮັນ (

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ເມື່ອ​ພຣະເຢຊູເຈົ້າ​ໄດ້​ຮູ້​ວ່າ​ພວກ​ຟາຣີຊາຍ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ມີ​ສາວົກ ແລະ ໃຫ້​ບັບຕິສະມາ​ຫລາຍກວ່າ​ໂຢຮັນ,

Uka jalj uñjjattʼäta Copia luraña




ໂຢຮັນ 4:1
15 Jak'a apnaqawi uñst'ayäwi  

ຝ່າຍ​ເຈົ້າ​ລູກ​ນ້ອຍ​ເອີຍ, ເຂົາ​ຈະ​ເອີ້ນ​ເຈົ້າ​ວ່າ, ຜູ້ທຳນວາຍ​ຂອງ​ຜູ້​ສູງສຸດ. ເພາະວ່າ​ເຈົ້າ​ຈະ​ໄປ​ກ່ອນ​ໜ້າ​ອົງ​ພຣະ​ຜູ້​ ເປັນ​ເຈົ້າ ແລະ​ຈັດແຈງ​ບັນດາ​ທາງ​ ຂອງ​ພຣະອົງ


ຖ້າ​ມີ​ຜູ້ໃດ​ຖາມ​ວ່າ, ‘ແກ້​ມັນ​ໄປ​ເຮັດ​ຫຍັງ?’ ຈົ່ງ​ຕອບ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ຕ້ອງການ.”’


ພວກເພິ່ນ​ຕອບ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຕ້ອງການ.”


ເພາະວ່າ​ໃນວັນນີ້ ອົງ​ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ອົງ​ໜຶ່ງ ຄື​ພຣະຄຣິດ​ໄດ້​ມາ​ບັງເກີດ​ຢູ່​ໃນ​ເມືອງ​ຂອງ​ດາວິດ ສຳລັບ​ເຈົ້າ​ທັງຫລາຍ


ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເຫັນ​ຍິງ​ນັ້ນ ພຣະອົງ​ກໍ​ມີ​ຈິດໃຈ​ເມດຕາ​ນາງ​ຫລາຍ ແລະ​ກ່າວ​ຕໍ່​ນາງ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ.”


ແລະ ໃຊ້​ພວກເຂົາ​ໄປ​ພົບ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ຖາມ​ວ່າ, “ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ ຫລື​ພວກ​ຂ້ານ້ອຍ​ຈະ​ຕ້ອງ​ຄອງຄອຍ​ຖ້າ​ຜູ້​ອື່ນ​ອີກ?”


ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ​ກໍໄດ້​ໄປ​ແຂວງ​ຢູດາຍ ໃນ​ທີ່ນັ້ນ ພຣະອົງ​ໄດ້​ພັກ​ຢູ່​ກັບ​ພວກເຂົາ ແລະ​ໃຫ້​ຮັບ​ບັບຕິສະມາ.


ສິດ​ເຫຼົ່ານັ້ນ ຈຶ່ງ​ໄປ​ບອກ​ໂຢຮັນ​ວ່າ, “ພຣະອາຈານ​ເອີຍ ທ່ານ​ຈື່​ຄົນ​ທີ່​ເຄີຍ​ຢູ່​ກັບ​ທ່ານ ທາງດ້ານ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຄື​ຜູ້​ທີ່​ທ່ານ​ເວົ້າ​ເຖິງ​ນັ້ນ​ຫລື​ບໍ່? ດຽວ​ນີ້​ເພິ່ນ​ກຳລັງ​ໃຫ້​ຮັບ​ບັບຕິສະມາ ແລະ​ທຸກຄົນ​ກໍ​ກຳລັງ​ໄປ​ຫາ​ເພິ່ນ.”


ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ ທີ່​ພຣະອົງ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ ໃຫ້​ປະກາດ​ຂ່າວປະເສີດ​ເລື່ອງ​ສັນຕິສຸກ​ທາງ​ພຣະເຢຊູ​ຄຣິດເຈົ້າ ພຣະອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ມະນຸດ​ທຸກຄົນ.


ພຣະຄຣິດ​ບໍ່ໄດ້​ໃຊ້​ເຮົາ​ໄປ ເພື່ອ​ໃຫ້​ເຮັດ​ພິທີ​ຮັບ​ບັບຕິສະມາ, ແຕ່​ພຣະອົງ​ໃຊ້​ເຮົາ​ໄປ​ເພື່ອ​ໃຫ້​ປະກາດ​ຂ່າວປະເສີດ ແລະ​ບໍ່ແມ່ນ​ໃຊ້​ຄຳເວົ້າ​ແຫ່ງ​ສະຕິປັນຍາ​ມະນຸດ ເພື່ອ​ວ່າ​ໄມ້ກາງແຂນ​ພຣະຄຣິດ​ນັ້ນ​ຈະ​ບໍ່​ເສຍ​ປະໂຫຍດ.


ມະນຸດ​ຜູ້​ທຳອິດ​ເກີດ​ມາ​ຈາກ​ດິນ ຈຶ່ງ​ກາຍເປັນ​ຂີ້ຝຸ່ນ​ດິນ, ມະນຸດ​ຖ້ວນ​ສອງ​ມາ​ຈາກ​ສະຫວັນ.


ບໍ່ມີ​ຜູ້​ປົກຄອງ​ຄົນ​ໃດ​ໃນ​ໂລກນີ້ ໄດ້​ຮູ້ຈັກ​ປັນຍາ​ນີ້, ຖ້າ​ເຂົາ​ຮູ້ຈັກ ເຂົາ​ຄົງ​ບໍ່​ເອົາ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ຊົງ​ສະຫງ່າຣາສີ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.


ດ້ວຍວ່າ, ພວກເຮົາ​ບໍ່ໄດ້​ປະກາດ​ຕົວ​ເອງ ແຕ່​ປະກາດ​ພຣະເຢຊູ​ຄຣິດເຈົ້າ​ວ່າ ເປັນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ປະກາດ​ພວກເຮົາ​ເອງ​ວ່າ ເປັນ​ທາດຮັບໃຊ້​ຂອງ​ພວກເຈົ້າ ເພື່ອ​ເຫັນ​ແກ່​ພຣະເຢຊູເຈົ້າ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ໃນ​ຖານະ​ທີ່​ພວກເຈົ້າ​ເປັນ​ຜູ້​ທີ່​ເຊື່ອ​ໃນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຜູ້​ຊົງ​ສະຫງ່າຣາສີ​ນັ້ນ ຢ່າ​ມີ​ການ​ເລືອກ​ໜ້າ​ຄົນ.


ຕາມ​ເສື້ອຄຸມ​ແລະ​ຕາມ​ກົກຂາ​ຂອງ​ພຣະອົງ ໄດ້​ມີ​ຊື່​ຂຽນ​ໄວ້​ວ່າ, “ຈອມ​ກະສັດ.” ແລະ “ຈອມ​ເຈົ້ານາຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka