9 ນີໂກເດມຖາມພຣະເຢຊູເຈົ້າວ່າ, “ເຫດການນີ້ເປັນໄປໄດ້ຢ່າງໃດ?”
9 ນີໂກເດມຖາມວ່າ, “ສິ່ງນີ້ຈະເປັນໄປໄດ້ຢ່າງໃດ?”
ທາງຂອງຄົນຊອບທຳເດີນໄປນັ້ນເປັນດັ່ງຕາເວັນຂຶ້ນໃນຍາມເຊົ້າ ໂດຍສ່ອງແສງເຫລື້ອມໃສຂຶ້ນໄປຈົນກວ່າກາງເວັນມາຮອດ.
ປະຊາຊົນຂອງເຮົາຜູ້ຕາບອດ ເຮົາຈະນຳພາ ໃຫ້ເດີນໄປຕາມທາງທີ່ພວກເຂົາບໍ່ເຄີຍທຽວຈັກເທື່ອ. ເຮົາຈະປ່ຽນມືດໃຫ້ເປັນແຈ້ງສຳລັບພວກເຂົາ ທີ່ຫລຸບທີ່ໂນນໃຫ້ເປັນທີ່ຮາບພຽງແລະອ່ອນນຸ້ມ. ສິ່ງເຫຼົ່ານີ້ແຫລະ ເປັນຄຳສັນຍາຂອງເຮົາ ເຮົາຈະຮັກສາສິ່ງນັ້ນໄວ້ຢ່າງແນ່ແທ້.
ຝ່າຍມາຣີຈຶ່ງເວົ້າກັບເທວະດາວ່າ, “ຂ້ານ້ອຍຍັງບໍ່ທັນໄດ້ຮ່ວມເພດສຳພັນກັບຜູ້ຊາຍຈັກເທື່ອ ເຫດການນີ້ຈະເປັນໄປໄດ້ຢ່າງໃດ?”
ພຣະເຢຊູເຈົ້າຕອບວ່າ, “ເຈົ້າເປັນອາຈານຂອງຊາດອິດສະຣາເອນ ແລະເຈົ້າຍັງບໍ່ຮູ້ຈັກສິ່ງເຫຼົ່ານີ້ບໍ?
ນີໂກເດມຖາມວ່າ, “ຄົນເຖົ້າແລ້ວຈະເກີດໃໝ່ໄດ້ຢ່າງໃດ? ຈະເຂົ້າໃນທ້ອງແມ່ຂອງຕົນເທື່ອທີສອງ ແລ້ວເກີດມາໄດ້ບໍ?”
ລົມຢາກພັດໄປທິດໃດກໍພັດໄປທິດນັ້ນ, ເຈົ້າໄດ້ຍິນສຽງຂອງມັນ ແຕ່ເຈົ້າບໍ່ຮູ້ວ່າມັນພັດມາຈາກໃສ ແລະພັດໄປທາງໃດ ທຸກຄົນທີ່ເກີດມາຈາກພຣະວິນຍານ ກໍເປັນດັ່ງນັ້ນແຫລະ.”
ຄຳເວົ້າຂອງພຣະເຢຊູເຈົ້າເຮັດໃຫ້ຊາວຢິວເກີດຜິດຖຽງກັນ ພວກເຂົາໄດ້ຖາມກັນວ່າ, “ຄົນນີ້ຈະເອົາເນື້ອກາຍຂອງຕົນໃຫ້ພວກເຮົາກິນໄດ້ຢ່າງໃດ?”
ເມື່ອສາວົກຂອງພຣະອົງຫລາຍຄົນໄດ້ຍິນເລື່ອງນີ້ ຈຶ່ງເວົ້າກັນວ່າ, “ຄຳເວົ້ານີ້ຮຸນແຮງໂພດ ຜູ້ໃດຈະເຂົ້າໃຈໄດ້.”