Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 3:8 - ພຣະຄຳພີສັກສິ

8 ລົມ​ຢາກ​ພັດ​ໄປ​ທິດ​ໃດ​ກໍ​ພັດ​ໄປ​ທິດ​ນັ້ນ, ເຈົ້າ​ໄດ້ຍິນ​ສຽງ​ຂອງ​ມັນ ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ມັນ​ພັດ​ມາ​ຈາກ​ໃສ ແລະ​ພັດ​ໄປ​ທາງ​ໃດ ທຸກຄົນ​ທີ່​ເກີດ​ມາ​ຈາກ​ພຣະວິນຍານ ກໍ​ເປັນ​ດັ່ງນັ້ນແຫລະ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ລົມ​ຢາກ​ພັດ​ໄປ​ທິດ​ໃດ​ມັນ​ກໍ​ພັດ​ໄປ​ທິດ​ນັ້ນ, ເຈົ້າ​ໄດ້​ຍິນ​ສຽງ​ຂອງ​ລົມ, ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ລົມ​ພັດ​ມາ​ຈາກ​ໃສ ຫລື ພັດ​ໄປ​ທິດ​ໃດ, ທຸກຄົນ​ທີ່​ເກີດ​ຈາກ​ພຣະວິນຍານ​ກໍ​ເປັນ​ດັ່ງນີ້​ແຫລະ”.

Uka jalj uñjjattʼäta Copia luraña




ໂຢຮັນ 3:8
21 Jak'a apnaqawi uñst'ayäwi  

ພໍ​ພຣະອົງ​ໃຫ້​ຄຳສັ່ງ ລົມ​ອັນ​ແຮງກ້າ​ກໍ​ເລີ່ມ​ພັດ​ມາ ຟອງ​ຄື້ນ​ທະເລ​ກໍ​ເຄື່ອນໄຫວ​ໄປມາ​ໂລດ.


ພຣະອົງ​ເຮັດ​ໃຫ້​ພະຍຸ​ອັນ​ບ້າຄັ່ງ​ຢຸດ​ນິ້ງ​ສະຫງັດ​ລົງ ແລະ​ຄື້ນ​ໃນ​ທະເລ​ກໍ​ມິດງຽບ​ໝົດສິ້ນ.


ພຣະອົງ​ນຳ​ເອົາ​ເມກໝອກ​ອັນ​ມືດຄື້ມ​ມາ ຈາກ​ຂອບຟ້າ​ສົ້ນສຸດ​ແຫ່ງ​ແຜ່ນດິນ​ໂລກ ເຮັດ​ໃຫ້​ຟ້າ​ແມບເຫລື້ອມ​ໃນ​ທ່າມກາງ​ພະຍຸຝົນ ແລະ​ປ່ອຍ​ໃຫ້​ລົມ​ພັດ​ມາ​ຈາກ​ບ່ອນ​ຢູ່​ຂອງມັນ​ນັ້ນ.


ລົມ​ພັດ​ໄປ​ທາງ​ທິດໃຕ້ ລົມ​ພັດ​ໄປ​ທາງ​ທິດເໜືອ ລົມ​ພັດ​ຜ່ານ​ໄປ ແລະ​ພັດ​ຜ່ານ​ມາ ແລ້ວ​ກໍ​ເລີ່ມ​ພັດ​ໄປ​ຈາກ​ທິດ​ເກົ່າ​ອີກ.


ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ປະກາດ​ພຣະທຳ​ຕໍ່​ລົມ. ຈົ່ງ​ບອກ​ລົມ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ສັ່ງ​ວ່າ ຈົ່ງ​ມາ​ຈາກ​ທິດ​ທັງສີ່ ແລະ​ຈົ່ງ​ພັດ​ເຂົ້າ​ໄປ​ເປັນ​ລົມຫາຍໃຈ​ຢູ່​ໃນ​ຄົນ​ທີ່​ຖືກຂ້າ​ເຫຼົ່ານີ້ ເພື່ອ​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່.”’


ຊຶ່ງ​ບໍ່ໄດ້​ເກີດ​ຈາກ​ເລືອດເນື້ອ ຫລື​ກາມ ຫລື​ຄວາມ​ຕ້ອງການ​ຂອງ​ມະນຸດ ແຕ່​ເກີດ​ຈາກ​ພຣະເຈົ້າ.


ຢ່າ​ສູ່​ປະຫລາດ​ໃຈ​ທີ່​ເຮົາ​ບອກ​ເຈົ້າ​ວ່າ ເຈົ້າ​ທັງຫລາຍ​ຈຳເປັນ​ຕ້ອງ​ເກີດ​ມາ​ໃໝ່.


ນີໂກເດມ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເຫດການ​ນີ້​ເປັນ​ໄປ​ໄດ້​ຢ່າງ​ໃດ?”


ໃນ​ທັນໃດນັ້ນ ກໍ​ເກີດ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ຟ້າ ເໝືອນ​ສຽງ​ລົມພະຍຸ​ແຮງ​ກ້າ ດັງ​ກ້ອງສະໜັ່ນ​ທົ່ວ​ເຮືອນ​ທີ່​ພວກເພິ່ນ​ນັ່ງ​ຢູ່​ນັ້ນ.


ເມື່ອ​ພາວັນນາ​ອະທິຖານ​ຈົບ​ແລ້ວ ບ່ອນ​ທີ່​ພວກເຂົາ​ປະຊຸມ​ກັນ​ນັ້ນ​ກໍ​ສະທ້ານ​ຫວັ່ນໄຫວ ທຸກຄົນ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ຈຶ່ງ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ດ້ວຍ​ໃຈ​ກ້າຫານ.


ສິ່ງສາລະພັດ​ເຫຼົ່ານີ້ ແມ່ນ​ພຣະວິນຍານ​ອົງ​ດຽວກັນ​ຊົງ​ບັນດານ ແລະ​ປະທານ​ແກ່​ທຸກຄົນ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ.


ດ້ວຍວ່າ, ຜູ້ໃດ​ໜໍ ອາດ​ຮູ້​ຄວາມ​ຄິດ​ຂອງ​ມະນຸດ​ໄດ້ ເວັ້ນໄວ້​ແຕ່​ຈິດ​ວິນຍານ​ທີ່​ຢູ່​ພາຍ​ໃນ​ມະນຸດ​ຜູ້​ນັ້ນ, ໃນທຳນອງ​ດຽວກັນ ບໍ່ມີ​ຜູ້ໃດ​ຮູ້​ພຣະໄທ​ພຣະເຈົ້າ ແຕ່​ແມ່ນ​ພຣະວິນຍານ​ຂອງ​ພຣະເຈົ້າ​ເທົ່ານັ້ນ ທີ່​ຮູ້​ທຸກສິ່ງ​ກ່ຽວກັບ​ພຣະເຈົ້າ.


ຖ້າ​ເຈົ້າ​ທັງຫລາຍ​ຮູ້​ວ່າ ພຣະອົງ​ຊົງ​ທ່ຽງທຳ ພວກເຈົ້າ​ກໍ​ຮູ້​ໄດ້​ວ່າ ທຸກຄົນ​ທີ່​ປະຕິບັດ​ຕາມ​ຄວາມ​ທ່ຽງທຳ​ນັ້ນ ກໍ​ບັງເກີດ​ມາ​ຈາກ​ພຣະອົງ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka