Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 3:7 - ພຣະຄຳພີສັກສິ

7 ຢ່າ​ສູ່​ປະຫລາດ​ໃຈ​ທີ່​ເຮົາ​ບອກ​ເຈົ້າ​ວ່າ ເຈົ້າ​ທັງຫລາຍ​ຈຳເປັນ​ຕ້ອງ​ເກີດ​ມາ​ໃໝ່.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ຢ່າ​ປະຫລາດໃຈ​ທີ່​ເຮົາ​ບອກ​ເຈົ້າ​ວ່າ, ເຈົ້າ​ຈໍາເປັນ​ຕ້ອງ​ບັງເກີດ​ໃໝ່.

Uka jalj uñjjattʼäta Copia luraña




ໂຢຮັນ 3:7
17 Jak'a apnaqawi uñst'ayäwi  

ມະນຸດ​ເປັນ​ຜູ້​ບໍຣິສຸດ ແລະ​ຜຸດຜ່ອງ​ແທ້ໆ​ບໍ? ຄົນ​ໃດ​ເປັນ​ຜູ້​ຊອບທຳ​ຕໍ່ສາຍຕາ​ພຣະເຈົ້າ​ໄດ້?


ຖ້າ​ເຈົ້າ​ບໍ່​ເຊື່ອ ເມື່ອ​ເຮົາ​ບອກ​ເຖິງ​ສິ່ງ​ທີ່​ເປັນ​ຝ່າຍ​ໂລກ. ດັ່ງນັ້ນ ເຈົ້າ​ຈະ​ເຊື່ອ​ໄດ້​ຢ່າງ​ໃດ ຖ້າ​ເຮົາ​ບອກ​ເຖິງ​ສິ່ງ​ທີ່​ເປັນ​ຝ່າຍ​ສະຫວັນ?


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່ໄດ້​ບັງເກີດ​ໃໝ່ ຜູ້ນັ້ນ​ຈະ​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້.”


ຜູ້​ທີ່​ເກີດ​ຈາກ​ເນື້ອໜັງ​ກໍ​ເປັນ​ເນື້ອໜັງ ແລະ​ຜູ້​ທີ່​ເກີດ​ຈາກ​ພຣະວິນຍານ​ກໍ​ເປັນ​ວິນຍານ.


ລົມ​ຢາກ​ພັດ​ໄປ​ທິດ​ໃດ​ກໍ​ພັດ​ໄປ​ທິດ​ນັ້ນ, ເຈົ້າ​ໄດ້ຍິນ​ສຽງ​ຂອງ​ມັນ ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ມັນ​ພັດ​ມາ​ຈາກ​ໃສ ແລະ​ພັດ​ໄປ​ທາງ​ໃດ ທຸກຄົນ​ທີ່​ເກີດ​ມາ​ຈາກ​ພຣະວິນຍານ ກໍ​ເປັນ​ດັ່ງນັ້ນແຫລະ.”


ຢ່າ​ປະຫລາດ​ໃຈ​ໃນ​ເລື່ອງ​ນີ້​ເລີຍ ເພາະ​ຈະ​ເຖິງ​ເວລາ​ທີ່​ບັນດາ​ຄົນ​ທີ່​ຢູ່​ໃນ​ຂຸມຝັງສົບ​ຈະ​ໄດ້ຍິນ​ສຽງ​ຂອງ​ພຣະອົງ


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະບິດາເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ເຈົ້າ​ທັງຫລາຍ​ສົມ​ກັບ​ທີ່​ຈະ​ເຂົ້າ​ສ່ວນ ໄດ້​ຮັບ​ມໍຣະດົກ​ດ້ວຍ​ກັນ​ກັບ​ພວກ​ໄພ່ພົນ​ໃນ​ຄວາມ​ສະຫວ່າງ.


ຈົ່ງ​ພະຍາຍາມ​ທີ່​ຈະ​ຢູ່​ກັບ​ທຸກຄົນ​ຢ່າງ​ສະຫງົບສຸກ ແລະ​ຈົ່ງ​ພະຍາຍາມ​ທີ່​ຈະ​ມີ​ໃຈ​ບໍຣິສຸດ ເພາະ​ຖ້າ​ໃຈ​ບໍ່​ບໍຣິສຸດ ກໍ​ຈະ​ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ອົງພຣະ​ຜູ້​ເປັນເຈົ້າ.


ທີ່​ເຈົ້າ​ທັງຫລາຍ​ໄດ້​ຊຳລະ​ຈິດໃຈ​ຂອງຕົນ ໃຫ້​ບໍຣິສຸດ​ດ້ວຍ​ຄວາມ​ເຊື່ອຟັງ​ຄວາມຈິງ ຈົນ​ມີ​ຄວາມຮັກ​ພວກ​ພີ່ນ້ອງ​ຢ່າງ​ຈິງໃຈ ພວກເຈົ້າ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ.


ແຕ່​ສິ່ງໃດ​ທີ່​ເປັນ​ມົນທິນ​ຊົ່ວຮ້າຍ ຫລື​ຜູ້​ທີ່​ເຮັດ​ໃນ​ສິ່ງ​ທີ່​ອັບອາຍ ໜ້າກຽດ​ໜ້າຊັງ ຫລື​ຄົນ​ຂີ້ຕົວະ ຈະ​ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ​ບໍ່ໄດ້​ເປັນ​ເດັດຂາດ ມີ​ແຕ່​ພວກ​ຄົນ​ທັງຫລາຍ ທີ່​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ທະບຽນ​ແຫ່ງ​ຊີວິດ​ຂອງ​ພຣະ​ເມສານ້ອຍ​ເທົ່ານັ້ນ ຈຶ່ງ​ຈະ​ເຂົ້າ​ໄປ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka