Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 3:4 - ພຣະຄຳພີສັກສິ

4 ນີໂກເດມ​ຖາມ​ວ່າ, “ຄົນເຖົ້າ​ແລ້ວ​ຈະ​ເກີດ​ໃໝ່​ໄດ້​ຢ່າງ​ໃດ? ຈະ​ເຂົ້າ​ໃນ​ທ້ອງ​ແມ່​ຂອງຕົນ​ເທື່ອ​ທີ​ສອງ ແລ້ວ​ເກີດ​ມາ​ໄດ້​ບໍ?”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ນີໂກເດມ​ຖາມ​ວ່າ, “ຄົນ​ຈະ​ເກີດໃໝ່​ໄດ້​ຢ່າງໃດ​ເມື່ອ​ພວກເຂົາ​ເຖົ້າແກ່​ແລ້ວ? ແນ່ນອນ ພວກເຂົາ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ທ້ອງ​ແມ່​ເປັນ​ເທື່ອ​ທີ​ສອງ​ເພື່ອ​ເກີດ​ອອກມາ​ໃໝ່​ໄດ້!”

Uka jalj uñjjattʼäta Copia luraña




ໂຢຮັນ 3:4
7 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່ໄດ້​ບັງເກີດ​ໃໝ່ ຜູ້ນັ້ນ​ຈະ​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້.”


ພຣະເຢຊູເຈົ້າ​ຕອບ​ຄືນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ຜູ້ໃດ​ບໍ່​ບັງເກີດ​ຈາກ​ນໍ້າ ແລະ​ຈາກ​ພຣະວິນຍານ ຜູ້ນັ້ນ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້.


ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ບອກ​ເຈົ້າທັງຫຼາຍ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ບໍ່​ກິນ​ເນື້ອກາຍ ແລະ​ບໍ່​ດື່ມ​ເລືອດ​ຂອງ​ບຸດ​ມະນຸດ​ແລ້ວ ເຈົ້າ​ກໍ​ຈະ​ບໍ່ມີ​ຊີວິດ​ໃນ​ຕົວເຈົ້າ​ເອງ.


ເມື່ອ​ສາວົກ​ຂອງ​ພຣະອົງ​ຫລາຍ​ຄົນ​ໄດ້ຍິນ​ເລື່ອງ​ນີ້ ຈຶ່ງ​ເວົ້າ​ກັນ​ວ່າ, “ຄຳ​ເວົ້າ​ນີ້​ຮຸນແຮງ​ໂພດ ຜູ້ໃດ​ຈະ​ເຂົ້າໃຈ​ໄດ້.”


ເລື່ອງ​ຄວາມ​ຕາຍ​ຂອງ​ພຣະຄຣິດ​ທີ່​ໄມ້ກາງແຂນ​ນັ້ນ ເປັນ​ເລື່ອງ​ໂງ່​ສຳລັບ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ, ແຕ່​ສຳລັບ​ພວກເຮົາ​ທີ່​ກຳລັງ​ຮັບ​ຄວາມ​ພົ້ນ​ນັ້ນ ຖື​ວ່າ​ເປັນ​ຣິດອຳນາດ​ຂອງ​ພຣະເຈົ້າ.


ແຕ່​ມະນຸດ​ທີ່​ມີ​ຈິດໃຈ​ທຳມະດາ​ຈະ​ຮັບ​ສິ່ງ​ເຫຼົ່ານັ້ນ ຊຶ່ງ​ເປັນ​ຂອງ​ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ບໍ່ໄດ້, ເພາະ​ພວກເຂົາ​ເຫັນ​ວ່າ ສິ່ງ​ເຫຼົ່ານີ້​ເປັນ​ເລື່ອງ​ໂງ່​ສຳລັບ​ຕົນ ແລະ​ບໍ່​ສາມາດ​ເຂົ້າໃຈ ເພາະວ່າ ທີ່​ຈະ​ເຂົ້າໃຈ​ສິ່ງ​ເຫຼົ່ານັ້ນ​ໄດ້ ກໍ​ຕ້ອງ​ອາໄສ​ພຣະວິນຍານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka