ໂຢຮັນ 3:2 - ພຣະຄຳພີສັກສິ2 ຊາຍຄົນນີ້ໄດ້ມາຫາພຣະເຢຊູເຈົ້າໃນຕອນກາງຄືນ ແລະເວົ້າຕໍ່ພຣະອົງວ່າ, “ພຣະອາຈານເອີຍ, ພວກຂ້ານ້ອຍຮູ້ດີວ່າ ທ່ານເປັນຄູສອນມາຈາກພຣະເຈົ້າ ເພາະບໍ່ມີຜູ້ໃດທີ່ເຮັດການອັດສະຈັນທີ່ທ່ານເຮັດນີ້ໄດ້ ຖ້າພຣະເຈົ້າບໍ່ສະຖິດຢູ່ນຳຜູ້ນັ້ນ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່2 ລາວໄດ້ມາຫາພຣະເຢຊູເຈົ້າໃນເວລາກາງຄືນ ແລະ ເວົ້າວ່າ, “ຣັບບີ ພວກເຮົາຮູ້ຢູ່ວ່າທ່ານເປັນຄູສອນຜູ້ມາຈາກພຣະເຈົ້າ. ເພາະບໍ່ມີຜູ້ໃດສາມາດສະແດງໝາຍສຳຄັນທີ່ທ່ານເຮັດຢູ່ນັ້ນ ຖ້າພຣະເຈົ້າບໍ່ໄດ້ສະຖິດຢູ່ນໍາຜູ້ນັ້ນ”. Uka jalj uñjjattʼäta |
ພວກເຂົາໄດ້ມາຫາພຣະອົງ ແລະໄດ້ເວົ້າວ່າ, “ອາຈານເອີຍ ພວກຂ້ານ້ອຍຮູ້ວ່າທ່ານເປັນຜູ້ສັດຊື່ ແລະບໍ່ໄດ້ເອົາໃຈຜູ້ໃດ ເພາະທ່ານບໍ່ເຫັນແກ່ໜ້າຜູ້ໃດ, ແຕ່ທ່ານສັ່ງສອນຄວາມຈິງໃນທາງຂອງພຣະເຈົ້າ ປະສົງໃຫ້ມະນຸດປະຕິບັດຕາມ ການທີ່ເສຍພາສີອາກອນໃຫ້ແກ່ກາຍຊານັ້ນ ຖືກຕ້ອງຕາມກົດບັນຍັດບໍ? ພວກເຮົາຄວນເສຍຫລືບໍ່?”
“ຊາວອິດສະຣາເອນທັງຫລາຍເອີຍ, ຈົ່ງຟັງຖ້ອຍຄຳເຫຼົ່ານີ້ ພຣະເຢຊູເຈົ້າໄທນາຊາເຣັດ ເປັນຜູ້ທີ່ພຣະເຈົ້າໄດ້ຊົງສຳແດງໃຫ້ພວກທ່ານຮູ້ເຫັນຢ່າງຈະແຈ້ງແລ້ວ ດ້ວຍການອັດສະຈັນ, ດ້ວຍການອິດທິຣິດ ແລະດ້ວຍໝາຍສຳຄັນຕ່າງໆ ຊຶ່ງພຣະເຈົ້າໄດ້ກະທຳດ້ວຍພຣະອົງ, ພວກທ່ານກໍຮູ້ເລື່ອງນີ້ຢູ່ແລ້ວ. ດ້ວຍວ່າ, ເຫດການໄດ້ເກີດຂຶ້ນຢູ່ໃນທ່າມກາງພວກທ່ານ.