Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 3:11 - ພຣະຄຳພີສັກສິ

11 ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຮົາ​ເວົ້າ​ໃນ​ສິ່ງ​ທີ່​ພວກເຮົາ​ຮູ້ ແລະ​ເປັນ​ພະຍານ​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ ແຕ່​ພວກເຈົ້າ​ບໍ່​ຮັບ​ເອົາ​ຄຳ​ພະຍານ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຮົາ​ເວົ້າ​ໃນ​ສິ່ງ​ທີ່​ພວກເຮົາ​ຮູ້ ແລະ ພວກເຮົາ​ເປັນພະຍານ​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ, ແຕ່​ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ຍອມຮັບ​ເອົາ​ຄຳພະຍານ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña




ໂຢຮັນ 3:11
31 Jak'a apnaqawi uñst'ayäwi  

ເປັນຫຍັງ​ປະຊາຊົນ​ຂອງເຮົາ​ຈຶ່ງ​ບໍ່​ຍອມ​ຕອບ​ນໍ ເມື່ອ​ເຮົາ​ມາ​ຊ່ວຍກູ້​ເອົາ​ພວກ​ເຂົາເຈົ້າ. ເມື່ອ​ເຮົາ​ເອີ້ນ​ຫາ ເປັນຫຍັງ​ພວກເຂົາ​ຈຶ່ງ​ບໍ່​ຕອບ​ນໍ? ຫລື​ວ່າ​ເຮົາ​ອ່ອນແອ​ຫຼາຍ​ທີ່​ຈະ​ຊ່ວຍ​ໃຫ້​ພົ້ນ? ເຮົາ​ສັ່ງ​ຄຳດຽວ​ເທົ່ານັ້ນ ນໍ້າ​ໃນ​ທະເລ​ກໍ​ແຫ້ງ​ລົງ ແລະ​ແມ່ນໍ້າ​ນັ້ນ​ກໍ​ກາຍເປັນ​ຖິ່ນ​ແຫ້ງແລ້ງ ແລ້ວ​ຝູງ​ປາ​ໃນ​ແມ່ນໍ້າ​ນັ້ນ​ກໍ​ຈະ​ຕາຍໄປ ຍ້ອນ​ນໍ້າ​ໃນ​ລຳທານ​ບໍ່ມີ​ເສຍ​ແລ້ວ.


ປະຊາຊົນ​ຖາມ​ຄືນ​ວ່າ, “ຜູ້ໃດ​ແດ່​ໄດ້​ເຊື່ອ ເລື່ອງ​ທີ່​ພວກເຮົາ​ລາຍງານ​ດຽວນີ້? ຜູ້ໃດ​ແດ່​ໄດ້​ເຫັນ​ຢ່າງ​ປະຈັກຕາ​ຕົນເອງ ສິ່ງ​ທີ່​ພຣະເຈົ້າຢາເວ​ທຳການ​ໃນ​ເລື່ອງນີ້?


ເຮົາ​ໄດ້​ເຮັດ​ໃຫ້​ເພິ່ນ​ນຳພາ​ແລະ​ສັ່ງການ ບັນດາ​ຊົນຊາດ​ໄດ້​ຮູ້​ຣິດອຳນາດ​ເຮົາ​ທາງ​ເພິ່ນ.


ເຮົາ​ຍິນດີ​ຕ້ອນຮັບ​ປະຊາຊົນ​ຂອງເຮົາ​ຢູ່​ສະເໝີ ຄື​ຜູ້​ທີ່​ເຮັດ​ໃນ​ສິ່ງ​ທີ່​ຜິດ ແລະ​ຕາມ​ວິທີ​ທາງ​ຂອງຕົນ​ຢ່າງ​ດື້ດ້ານ.


“ພຣະບິດາ​ຂອງເຮົາ​ໄດ້​ມອບ​ສິ່ງ​ສາລະພັດ​ໃຫ້​ແກ່​ເຮົາ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ​ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”


“ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ຂ້າ​ບັນດາ​ຜູ້ທຳນວາຍ ເອົາ​ຫີນ​ແກວ່ງ​ໃສ່​ພວກ​ຜູ້ທຳນວາຍ​ທີ່​ໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ​ເຮົາ​ຢາກ​ຈະ​ຮວບຮວມ​ເອົາ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ດັ່ງ​ແມ່​ໄກ່​ຮວບຮວມ​ລູກ​ຂອງຕົນ​ໄວ້​ໃຕ້​ປີກ ແຕ່​ເຈົ້າ​ບໍ່​ຍິນຍອມ.


“ພຣະບິດາເຈົ້າ​ຂອງເຮົາ​ໄດ້​ຊົງ​ມອບ​ສິ່ງສາລະພັດ​ໃຫ້​ແກ່​ເຮົາ ບໍ່ມີ​ຜູ້ໃດ​ຮູ້​ພຣະບຸດ ນອກຈາກ​ພຣະບິດາເຈົ້າ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”


ພຣະອົງ​ໄດ້​ມາ​ສູ່​ບ້ານ​ເມືອງ​ທີ່​ເປັນ​ຂອງ​ພຣະອົງ​ເອງ ແຕ່​ຄົນ​ໃນ​ບ້ານ​ເມືອງ​ຂອງ​ພຣະອົງ​ບໍ່ໄດ້​ຕ້ອນຮັບ​ພຣະອົງ.


ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ທີ່​ເປັນ​ພຣະເຈົ້າ ຊຶ່ງ​ຢູ່​ໃນ​ຊວງ​ເອິກ​ຂອງ​ພຣະບິດາເຈົ້າ ພຣະອົງ​ນັ້ນ​ແຫຼະ ໄດ້​ເຮັດ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະເຈົ້າ.


ເພາະ​ເຮົາ​ບໍ່ໄດ້​ກ່າວ​ຕາມ​ລຳພັງ​ໃຈ​ຂອງ​ເຮົາເອງ, ແຕ່​ພຣະບິດາເຈົ້າ ຜູ້​ທີ່​ໃຊ້​ເຮົາ​ມາ​ນັ້ນ ເປັນ​ຜູ້​ສັ່ງ​ໃນ​ສິ່ງ​ທີ່​ເຮົາ​ກ່າວ​ແລະ​ສັ່ງສອນ.


ຜູ້ໃດ​ທີ່​ບໍ່​ຮັກ​ເຮົາ ກໍ​ບໍ່​ປະຕິບັດ​ຕາມ​ຖ້ອຍຄຳ​ຂອງເຮົາ ຖ້ອຍຄຳ​ທີ່​ພວກເຈົ້າ​ໄດ້ຍິນ​ນັ້ນ​ບໍ່ແມ່ນ​ຂອງເຮົາ ແຕ່​ມາ​ຈາກ​ພຣະບິດາເຈົ້າ​ຜູ້​ທີ່​ໃຊ້​ເຮົາ​ມາ.”


ຖ້າ​ເຈົ້າ​ບໍ່​ເຊື່ອ ເມື່ອ​ເຮົາ​ບອກ​ເຖິງ​ສິ່ງ​ທີ່​ເປັນ​ຝ່າຍ​ໂລກ. ດັ່ງນັ້ນ ເຈົ້າ​ຈະ​ເຊື່ອ​ໄດ້​ຢ່າງ​ໃດ ຖ້າ​ເຮົາ​ບອກ​ເຖິງ​ສິ່ງ​ທີ່​ເປັນ​ຝ່າຍ​ສະຫວັນ?


ບໍ່ມີ​ຜູ້ໃດ​ເຄີຍ​ຂຶ້ນ​ໄປ​ສະຫວັນ ນອກຈາກ​ບຸດ​ມະນຸດ​ຜູ້​ທີ່​ໄດ້​ລົງ​ມາ​ຈາກ​ສະຫວັນ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່ໄດ້​ບັງເກີດ​ໃໝ່ ຜູ້ນັ້ນ​ຈະ​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້.”


ພຣະເຢຊູເຈົ້າ​ຕອບ​ຄືນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ຜູ້ໃດ​ບໍ່​ບັງເກີດ​ຈາກ​ນໍ້າ ແລະ​ຈາກ​ພຣະວິນຍານ ຜູ້ນັ້ນ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້.


ເຮົາ​ໄດ້​ມາ​ໃນ​ພຣະນາມ​ພຣະບິດາເຈົ້າ​ຂອງເຮົາ ແລະ​ເຈົ້າ​ທັງຫລາຍ​ກໍ​ບໍ່​ຕ້ອນຮັບ​ເຮົາ, ແຕ່​ເມື່ອ​ຄົນອື່ນ​ມາ​ໃນ​ນາມຊື່​ຂອງ​ຕົນເອງ ພວກເຈົ້າ​ກໍ​ຕ້ອນຮັບ​ຜູ້ນັ້ນ


ພຣະເຢຊູເຈົ້າ​ຊົງ​ຕອບ​ພວກເຂົາ​ວ່າ, “ສິ່ງ​ທີ່​ເຮົາ​ສັ່ງສອນ​ບໍ່ແມ່ນ​ຂອງເຮົາ ແຕ່​ແມ່ນ​ຄຳສັ່ງສອນ​ຈາກ​ພຣະເຈົ້າ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.


ພຣະເຢຊູເຈົ້າ​ໄດ້ຕອບ​ພວກເຂົາ​ວ່າ, “ເຖິງ​ແມ່ນ​ເຮົາ​ເປັນ​ພະຍານ​ໃຫ້​ຕົນເອງ ຄຳ​ພະຍານ​ຂອງເຮົາ​ກໍ​ເປັນ​ຄວາມຈິງ ເພາະ​ເຮົາ​ຮູ້​ວ່າ​ເຮົາ​ມາ​ແຕ່​ໃສ ແລະ​ຈະ​ໄປ​ໃສ ສ່ວນ​ພວກເຈົ້າ​ບໍ່​ຮູ້​ວ່າ ເຮົາ​ໄດ້​ມາ​ແຕ່​ໃສ ແລະ​ຈະ​ໄປ​ໃສ.


ເຮົາ​ມີ​ຫລາຍ​ຂໍ້​ທີ່​ຈະ​ເວົ້າ​ກ່ຽວກັບ​ພວກເຈົ້າ ແລະ​ຕັດສິນ​ພວກເຈົ້າ, ແຕ່​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ນັ້ນ​ກໍ​ສັດຈິງ ເຮົາ​ບອກ​ໃຫ້​ໂລກ​ຮູ້​ສິ່ງ​ທີ່​ເຮົາ​ໄດ້ຍິນ​ຈາກ​ພຣະອົງ​ເທົ່ານັ້ນ.”


ເຮົາ​ເວົ້າ​ໃນ​ສິ່ງ​ທີ່​ພຣະບິດາເຈົ້າ​ຊົງ​ສຳແດງ​ໃຫ້​ເຮົາ​ເຫັນ, ແຕ່​ຝ່າຍ​ພວກເຈົ້າ​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເຈົ້າ​ໄດ້ຍິນ​ຈາກ​ພໍ່​ຂອງ​ພວກເຈົ້າ.”


ແລະ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ຮີບ​ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ ເພາະວ່າ​ປະຊາຊົນ​ໃນ​ທີ່​ນີ້​ຈະ​ບໍ່​ຮັບ​ເອົາ​ຄຳ​ພະຍານ​ຂອງ​ເຈົ້າ​ທີ່​ກ່າວ​ເຖິງ​ເຮົາ.’


ສຳລັບ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ພະ​ຂອງ​ໂລກນີ້​ໄດ້​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ມືດມົວ​ໄປ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ​ແສງ​ສະຫວ່າງ​ຂອງ​ຂ່າວປະເສີດ ເລື່ອງ​ພຣະ​ສະຫງ່າຣາສີ​ຂອງ​ພຣະຄຣິດ ຜູ້​ຊົງ​ມີ​ລັກສະນະ​ຂອງ​ພຣະເຈົ້າ.


ແລະ​ຈາກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ພະຍານ​ທີ່​ສັດຊື່ ແລະ​ຊົງ​ເປັນ​ຜູ້​ທຳອິດ​ທີ່​ໄດ້​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ ກັບ​ທັງ​ຊົງ​ຄອບຄອງ​ກະສັດ​ທັງຫລາຍ​ໃນ​ໂລກ. ພຣະອົງ​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ໄດ້​ຊົງ​ປົດປ່ອຍ​ພວກເຮົາ​ຈາກ​ການ​ຜິດບາບ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຂອງ​ພຣະອົງ​ທີ່​ເປັນ ອາແມນ ພຣະອົງ​ຜູ້​ເປັນ​ພະຍານ​ຜູ້​ສັດຊື່​ແລະ​ຍຸດຕິທຳ ພຣະອົງ​ເປັນ​ຕົ້ນ​ກຳເນີດ ແຫ່ງ​ສິ່ງສາລະພັດ​ທີ່​ພຣະເຈົ້າ​ຊົງ​ສ້າງ​ໄວ້ ຊົງ​ກ່າວ​ດັ່ງນີ້​ວ່າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka