Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 21:3 - ພຣະຄຳພີສັກສິ

3 ຊີໂມນ​ເປໂຕ​ບອກ​ພວກເພິ່ນ​ວ່າ, “ຂ້ອຍ​ຈະ​ໄປ​ຫາ​ປາ.” ພວກເພິ່ນ​ຕອບ​ວ່າ, “ພວກເຮົາ​ກໍ​ຈະ​ໄປ​ກັບ​ເຈົ້າ​ດ້ວຍ,” ແລ້ວ​ພວກເພິ່ນ​ກໍ​ລົງ​ເຮືອ​ໄປ ແຕ່​ໃນ​ຄືນ​ນັ້ນ ພວກເພິ່ນ​ບໍ່ໄດ້​ປາ​ຈັກ​ໂຕ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ຊີໂມນ​ເປໂຕ​ບອກ​ພວກເພິ່ນ​ວ່າ, “ຂ້ອຍ​ຈະ​ອອກ​ໄປ​ຫາປາ”. ພວກເພິ່ນ​ເວົ້າ​ວ່າ, “ພວກເຮົາ​ຈະ​ໄປ​ນຳ​ເຈົ້າ​ດ້ວຍ”. ພວກເພິ່ນ​ຈຶ່ງ​ລົງ​ເຮືອ​ອອກ​ໄປ ແຕ່​ໃນ​ຄືນ​ນັ້ນ​ພວກເພິ່ນ​ຫາປາ​ບໍ່​ໄດ້​ຈັກໂຕ.

Uka jalj uñjjattʼäta Copia luraña




ໂຢຮັນ 21:3
11 Jak'a apnaqawi uñst'ayäwi  

ຊີໂມນ​ຕອບ​ວ່າ, “ພຣະອາຈານ​ເອີຍ ພວກ​ຂ້ານ້ອຍ​ໄດ້​ຫາ​ຕະຫລອດ​ຄືນ ຈົນ​ອິດເມື່ອຍ ແລະ​ບໍ່ໄດ້​ຫຍັງ​ເລີຍ, ແຕ່​ເພື່ອ​ເຫັນແກ່​ທ່ານ​ບອກ ຂ້ານ້ອຍ​ກໍ​ຈະ​ຢ່ອນ​ມອງ​ລົງ​ຕາມ​ຄຳ​ຂອງ​ນາຍ.”


ເມື່ອ​ຮຸ່ງ​ເຊົ້າ​ມາ ພຣະເຢຊູເຈົ້າ​ຢືນ​ຢູ່​ແຄມ​ຝັ່ງ ແຕ່​ພວກ​ສາວົກ​ບໍ່​ຮູ້​ວ່າ​ແມ່ນ​ພຣະອົງ.


ພ້ອມ​ທັງ​ຊ່ວຍ​ວຽກ​ພວກເຂົາ ເພາະ​ເພິ່ນ​ມີ​ອາຊີບ​ເປັນ​ຊ່າງ​ເຮັດຜ້າເຕັນ​ເໝືອນກັນ​ກັບ​ພວກເຂົາ.


ພວກທ່ານ​ເອງ​ກໍ​ຮູ້​ຢູ່​ແລ້ວ​ວ່າ ຂ້າພະເຈົ້າ​ໃຊ້​ມື​ທັງສອງ​ຂອງ​ຂ້າພະເຈົ້າ​ນີ້​ແຫຼະ​ເຮັດ​ວຽກ ເພື່ອ​ຈັດຫາ​ທຸກສິ່ງ​ທີ່​ເພື່ອນ​ຮ່ວມງານ​ກັບ​ຂ້າພະເຈົ້າ​ຕ້ອງການ.


ຜູ້ປູກ​ກັບ​ຜູ້ຫົດນໍ້າ​ກໍ​ບໍ່​ສຳຄັນ​ຢ່າງ​ໃດ, ແມ່ນ​ພຣະເຈົ້າ​ເທົ່ານັ້ນ​ທີ່​ເປັນ​ຜູ້​ສຳຄັນ ເພາະ​ພຣະອົງ​ເປັນ​ຜູ້​ເຮັດ​ໃຫ້​ໃຫຍ່​ຂຶ້ນ.


ຫລື​ວ່າ​ມີ​ແຕ່​ບາຣະນາບາ​ກັບ​ເຮົາ​ເທົ່ານັ້ນ​ບໍ? ທີ່​ຕ້ອງ​ເຮັດ​ວຽກ​ເພື່ອ​ລ້ຽງ​ຊີບ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ຈຳ​ໄດ້​ຢ່າງ​ແນ່ນອນ​ວ່າ ພວກເຮົາ​ໄດ້​ດຳເນີນ​ພາລະກິດ​ຢ່າງ​ໃດ ແລະ​ສູ້ຊົນ​ຢ່າງ​ໜັກໜ່ວງ​ພຽງ​ໃດ ພວກເຮົາ​ໄດ້​ເຮັດ​ການ​ທັງ​ກາງເວັນ​ແລະ​ກາງຄືນ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ເປັນ​ພາລະ​ໃດໆ​ແກ່​ພວກເຈົ້າ ເມື່ອ​ພວກເຮົາ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka