Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 20:2 - ພຣະຄຳພີສັກສິ

2 ນາງ​ຈຶ່ງ​ໄປ​ຫາ​ຊີໂມນ​ເປໂຕ ແລະ​ສາວົກ​ຄົນອື່ນ​ທີ່​ພຣະເຢຊູເຈົ້າ​ຮັກ​ນັ້ນ, ແລ້ວ​ບອກ​ວ່າ, “ພວກເຂົາ​ໄດ້​ເອົາ​ພຣະສົບ​ຂອງ​ພຣະອົງເຈົ້າ​ອອກ​ຈາກ​ອຸບມຸງ​ແລ້ວ ແລະ​ພວກເຮົາ​ບໍ່​ຮູ້​ວ່າ ພວກເຂົາ​ເອົາ​ໄປ​ໄວ້​ໃສ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ດັ່ງນັ້ນ ນາງ​ຈຶ່ງ​ແລ່ນ​ໄປ​ຫາ​ຊີໂມນ​ເປໂຕ ແລະ ສາວົກ​ຄົນ​ອື່ນ​ຜູ້​ທີ່​ພຣະເຢຊູເຈົ້າ​ຮັກ​ນັ້ນ ແລະ ເວົ້າ​ວ່າ, “ພວກເຂົາ​ໄດ້​ເອົາ​ອົງພຣະຜູ້ເປັນເຈົ້າ​ອອກ​ຈາກ​ອຸບມຸງ​ແລ້ວ ແລະ ພວກເຮົາ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ເອົາ​ພຣະອົງ​ໄປ​ໄວ້​ບ່ອນໃດ!”

Uka jalj uñjjattʼäta Copia luraña




ໂຢຮັນ 20:2
9 Jak'a apnaqawi uñst'ayäwi  

ມີ​ຄົນ​ໜຶ່ງ​ໃນ​ພວກ​ສາວົກ​ທີ່​ພຣະອົງ​ຊົງ​ຮັກ​ນັ່ງ​ເນີ້ງຕົວ​ອີງ​ພຣະເຢຊູເຈົ້າ.


ເມື່ອ​ພຣະເຢຊູເຈົ້າ​ຫລຽວ​ເຫັນ​ຜູ້​ເປັນ​ແມ່ ພ້ອມ​ທັງ​ສາວົກ​ຜູ້​ທີ່​ພຣະອົງ​ຮັກ​ຢືນ​ຢູ່​ທີ່​ນັ້ນ, ພຣະອົງ​ຈຶ່ງ​ເວົ້າ​ຕໍ່​ແມ່​ຂອງ​ພຣະອົງ​ວ່າ, “ນາງ​ເອີຍ ນີ້ແຫລະ ຄື​ລູກຊາຍ​ຂອງ​ເຈົ້າ.”


ເທວະດາ​ທັງສອງ​ໄດ້​ຖາມ​ນາງ​ມາຣີ​ວ່າ, “ນາງ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້?” ນາງ​ຕອບ​ວ່າ, “ເພາະ​ພວກເຂົາ​ໄດ້​ເອົາ​ພຣະສົບ​ຂອງ​ພຣະອົງເຈົ້າ​ຂອງ​ຂ້ານ້ອຍ​ໄປ​ແລ້ວ ແລະ​ຂ້ານ້ອຍ​ບໍ່​ຮູ້​ວ່າ​ພວກເຂົາ​ເອົາ​ໄປ​ໄວ້​ໃສ?”


ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ນາງ​ວ່າ, “ນາງ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້? ເຈົ້າ​ຊອກ​ຫາ​ຜູ້ໃດ?” ນາງ​ຄິດ​ວ່າ​ເປັນ​ຄົນ​ຮັກສາ​ສວນ ນາງ​ຈຶ່ງ​ຕອບ​ວ່າ, “ທ່ານເອີຍ ຖ້າ​ທ່ານ​ໄດ້​ເອົາ​ພຣະສົບ​ຂອງ​ເພິ່ນ​ໄປ ບອກ​ໃຫ້​ຂ້ານ້ອຍ​ຮູ້​ແດ່​ວ່າ ທ່ານ​ເອົາ​ໄປ​ໄວ້​ໃສ? ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄປ​ນຳ​ເອົາ​ພຣະສົບ​ຂອງ​ພຣະອົງ​ອອກ​ໄປ.”


ໃນ​ຂະນະ​ນັ້ນ ພວກເພິ່ນ​ບໍ່​ເຂົ້າໃຈ​ໃນ​ຂໍ້​ພຣະຄຳພີ ທີ່​ມີ​ຂຽນ​ໄວ້​ວ່າ, ພຣະອົງ​ຈະ​ຕ້ອງ​ເປັນ​ຄືນ​ມາ​ຈາກ​ຕາຍ.


ເປໂຕ​ຫລຽວ​ຫລັງ​ເຫັນ​ສາວົກ​ຜູ້​ທີ່​ພຣະອົງ​ຊົງ​ຮັກ​ຕາມ​ມາ ຄື​ຜູ້​ທີ່​ນັ່ງ​ເນີ້ງຕົວ​ອີງ​ໃສ່​ພຣະອົງ​ໃນ​ເວລາ​ຮັບປະທານ​ອາຫານ ແລະ​ເຄີຍ​ໄດ້​ຖາມ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ, ແມ່ນ​ຜູ້ໃດ​ທີ່​ຈະ​ທໍລະຍົດ​ຕໍ່​ພຣະອົງ?”


ແມ່ນ​ສາວົກ​ຄົນ​ນີ້​ເອງ ທີ່​ໄດ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫຼົ່ານີ້ ທັງ​ເປັນ​ຜູ້​ທີ່​ບັນທຶກ​ເລື່ອງ​ເຫຼົ່ານີ້​ໄວ້​ດ້ວຍ ແລະ​ພວກເຮົາ​ກໍ​ຮູ້​ວ່າ ຄຳ​ຢືນຢັນ​ຂອງ​ເພິ່ນ​ເປັນ​ຄວາມຈິງ.


ສາວົກ​ຜູ້​ທີ່​ພຣະເຢຊູເຈົ້າ​ຊົງ​ຮັກ​ບອກ​ເປໂຕ​ວ່າ, “ແມ່ນ​ພຣະອົງເຈົ້າ​ນັ້ນແຫລະ.” ເມື່ອ​ຊີໂມນ​ເປໂຕ​ໄດ້ຍິນ​ວ່າ ແມ່ນ​ພຣະອົງເຈົ້າ ລາວ​ຈຶ່ງ​ຈັບ​ເອົາ​ເສື້ອ​ມາ​ນຸ່ງ​ເພາະ​ຕົນ​ເປືອຍຕົວ​ຢູ່ ແລ້ວ​ໂຕນ​ລົງ​ນໍ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka