Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 2:9 - ພຣະຄຳພີສັກສິ

9 ເມື່ອ​ເຈົ້າ​ພະນັກງານ​ຊີມ​ນໍ້າ​ທີ່​ກາຍເປັນ​ເຫຼົ້າ​ອະງຸ່ນ​ແລ້ວ ລາວ​ກໍ​ບໍ່​ຮູ້​ວ່າ​ມາ​ແຕ່​ໃສ (ແຕ່​ພວກ​ຄົນ​ຮັບໃຊ້​ທີ່​ຕັກ​ນໍ້າ​ກໍ​ຮູ້) ສະນັ້ນ ລາວ​ຈຶ່ງ​ເອີ້ນ​ເຈົ້າບ່າວ​ມາ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ແລະ ເຈົ້າພາບ​ງານລ້ຽງ​ກໍ​ໄດ້​ຊີມ​ນ້ຳ​ທີ່​ກາຍເປັນ​ເຫລົ້າອະງຸ່ນ​ນັ້ນ. ລາວ​ບໍ່​ຮູ້​ເລີຍ​ວ່າ​ເຫລົ້າອະງຸ່ນ​ນີ້​ມາ​ຈາກ​ໃສ, ແຕ່ວ່າ​ບັນດາ​ຄົນຮັບໃຊ້​ທີ່​ໄດ້​ຕັກ​ນ້ຳ​ກໍ​ຮູ້​ວ່າ​ມາ​ຈາກ​ໃສ. ເຈົ້າພາບ​ຈຶ່ງ​ເອີ້ນ​ເຈົ້າບ່າວ​ມາ​ທາງ​ຂ້າງ

Uka jalj uñjjattʼäta Copia luraña




ໂຢຮັນ 2:9
6 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ມີ​ປັນຍາ​ກວ່າ​ຄົນ​ເຖົ້າແກ່​ຊະຣາ ເພາະ​ຂ້ານ້ອຍ​ຍອມ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ພວກເຂົາ​ໄດ້​ເອົາ​ເຫຼົ້າ​ອະງຸ່ນ​ສົ້ມ ປະສົມ​ກັບ​ນໍ້າບີ​ໃຫ້​ພຣະອົງ​ດື່ມ, ແຕ່​ເມື່ອ​ຊີມ​ເບິ່ງ​ແລ້ວ​ພຣະອົງ​ບໍ່​ຍອມ​ດື່ມ.


ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ເພື່ອນ​ຂອງ​ເຈົ້າບ່າວ​ຕ້ອງ​ໂສກເສົ້າ ໃນ​ເມື່ອ​ເຈົ້າບ່າວ​ຍັງ​ຢູ່​ກັບ​ພວກເຂົາ​ຊັ້ນບໍ? ຄົງ​ເປັນ​ໄປ​ບໍ່ໄດ້ ແຕ່​ວັນ​ນັ້ນ​ຈະ​ມາ​ເຖິງ ຄື​ເມື່ອ​ເຈົ້າບ່າວ​ຈະ​ຕ້ອງ​ພາກ​ຈາກ​ພວກເຂົາ​ໄປ ເມື່ອນັ້ນ​ແຫຼະ ພວກເຂົາ​ຈຶ່ງ​ຈະ​ຖືສິນ​ອົດອາຫານ.”


ແລ້ວ​ພຣະອົງ​ກໍໄດ້​ບອກ​ພວກເຂົາ​ວ່າ, “ບັດນີ້ ຈົ່ງ​ຕັກ​ເອົາ​ໄປ​ໃຫ້​ເຈົ້າ​ພະນັກງານ​ຜູ້​ທີ່​ກຳກັບ​ງານກິນລ້ຽງ.” ພວກເຂົາ​ກໍ​ຕັກ​ໄປ​ໃຫ້.


ແລ້ວ​ພຣະອົງ​ກໍໄດ້​ສະເດັດ​ກັບຄືນ​ໄປ​ຍັງ​ບ້ານ​ການາ​ແຂວງ​ຄາລີເລ​ອີກ ບ່ອນ​ທີ່​ພຣະອົງ​ໄດ້​ເຮັດ​ໃຫ້​ນໍ້າ​ກາຍເປັນ​ເຫຼົ້າ​ອະງຸ່ນ ມີ​ລູກຊາຍ​ຂອງ​ຂ້າຣາຊການ​ຄົນ​ໜຶ່ງ ທີ່​ເມືອງ​ກາເປນາອູມ​ກຳລັງ​ປ່ວຍ​ຢູ່.


ຜູ້ໃດ​ທີ່​ເຕັມໃຈ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະເຈົ້າ ຜູ້ນັ້ນ​ກໍ​ຈະ​ຮູ້​ວ່າ​ສິ່ງ​ທີ່​ເຮົາ​ສັ່ງສອນ​ນັ້ນ ມາ​ຈາກ​ພຣະເຈົ້າ ຫລື​ເຮົາ​ກ່າວ​ຕາມໃຈ​ຂອງເຮົາ​ເອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka