Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 2:6 - ພຣະຄຳພີສັກສິ

6 ໃນ​ບ່ອນ​ນັ້ນ​ມີ​ອ່າງ​ຕັ້ງ​ໄວ້​ຢູ່​ຫົກ​ໜ່ວຍ ຄື​ອ່າງ​ທີ່​ຊາວ​ຢິວ​ໃຊ້​ໃນ​ພິທີ​ຊຳລະ​ລ້າງ​ຕາມ​ທຳນຽມ ອ່າງ​ແຕ່ລະ​ໜ່ວຍ​ໃສ່​ນໍ້າ​ໄດ້​ປະມານ​ຮ້ອຍ​ລິດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ໃນ​ບ່ອນ​ນັ້ນ​ມີ​ອ່າງຫີນ​ຕັ້ງ​ຢູ່​ຫົກ​ໜ່ວຍ, ເປັນ​ອ່າງ​ທີ່​ໃຊ້​ໃນ​ພິທີ​ຊຳລະ​ຂອງ​ຊາວຢິວ, ແຕ່​ລະ​ໜ່ວຍ​ໃສ່​ນ້ຳ​ໄດ້ 20 ຫາ 30 ກາລອນ.

Uka jalj uñjjattʼäta Copia luraña




ໂຢຮັນ 2:6
9 Jak'a apnaqawi uñst'ayäwi  

ຜູ້​ນັ້ນ​ຕອບ​ວ່າ, ‘ເປັນ​ໜີ້​ນໍ້າມັນ​ຮ້ອຍ​ຖັງ.’ ພະນັກງານ​ນັ້ນ​ຈຶ່ງ​ບອກ​ວ່າ, ‘ເອົາ​ບັນຊີ​ຂອງ​ເຈົ້າ​ນັ່ງ​ລົງ ຈົດ​ໃສ່​ຫ້າສິບ​ຖັງ​ໄວໆ.’


ພຣະເຢຊູເຈົ້າ​ບອກ​ພວກ​ຄົນ​ຮັບໃຊ້​ນັ້ນ​ວ່າ, “ຈົ່ງ​ຕັກ​ນໍ້າ​ໃສ່​ອ່າງ​ນັ້ນ​ໃຫ້​ເຕັມ.” ພວກເຂົາ​ກໍ​ຕັກ​ນໍ້າ​ໃສ່​ອ່າງ​ນັ້ນ​ເຕັມ​ພຽງ​ປາກ


ສິດ​ຂອງ​ໂຢຮັນ​ບາງຄົນ​ໄດ້​ຖົກຖຽງ​ກັບ​ຄົນ​ຢິວ​ຜູ້ໜຶ່ງ ກ່ຽວກັບ​ການ​ຊຳລະ​ລ້າງ​ຕາມ​ປະເພນີ.


ເພື່ອ​ຊົງ​ຕັ້ງ​ຄຣິສຕະຈັກ​ນັ້ນ​ໄວ້​ສຳລັບ​ພຣະເຈົ້າ ໂດຍ​ການ​ຊົງ​ຊຳລະ​ດ້ວຍ​ນໍ້າ​ກັບ​ດ້ວຍ​ຖ້ອຍຄຳ,


ດັ່ງນັ້ນ ຈົ່ງ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ດ້ວຍ​ຄວາມ​ຈິງໃຈ ແລະ​ດ້ວຍ​ຄວາມ​ເຊື່ອໝັ້ນ​ອັນ​ເຕັມ​ບໍຣິບູນ ດ້ວຍ​ໃຈ​ທີ່​ໄດ້​ຮັບ​ການ​ຊຳລະ​ຈາກ​ຄວາມ​ຮູ້ສຶກ​ຕົວ​ວ່າ​ມີ​ບາບກຳ ແລະ​ມີ​ຮ່າງກາຍ​ທີ່​ໄດ້​ຊຳລະລ້າງ​ແລ້ວ​ດ້ວຍ​ນໍ້າ​ບໍຣິສຸດ.


ແລະ​ຄຳສັ່ງສອນ​ເຖິງ​ເລື່ອງ​ບັບຕິສະມາ ພິທີ​ວາງ​ມື, ການ​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ການ​ພິພາກສາ​ລົງໂທດ​ເປັນນິດ.


ເພາະ​ເປັນ​ເລື່ອງ​ຂອງ​ກິນ ຂອງ​ດື່ມ ແລະ​ພິທີ​ຊຳລະ​ລ້າງ​ຕ່າງໆ​ເທົ່ານັ້ນ ເປັນ​ພິທີ​ສຳລັບ​ການ​ປະຕິບັດ​ທາງ​ກາຍ ທີ່​ໄດ້​ຊົງ​ບັນຍັດ​ໄວ້ ຈົນກວ່າ​ຈະ​ໄດ້​ຊົງ​ປ່ຽນແປງ​ໃໝ່.


ເພາະວ່າ​ໂມເຊ​ໄດ້​ປະກາດ​ຄຳສັ່ງ​ທຸກ​ຂໍ້ ໃນ​ກົດບັນຍັດ​ແກ່​ໄພ່ພົນ​ທັງໝົດ​ແລ້ວ ເພິ່ນ​ກໍໄດ້​ເອົາ​ເລືອດ​ລູກ​ງົວເຖິກ​ແລະ​ເລືອດ​ແບ້ເຖິກ​ປົນ​ໃສ່​ນໍ້າ ແລ້ວ​ເອົາ​ຂົນແກະ​ສີແດງ​ແລະ​ໃບ​ຫູສົບ​ມັດ​ໜຶ່ງ ມາ​ຈຸ່ມ​ແລະ​ຊິດ​ໃສ່​ໜັງສື​ມ້ວນ​ນັ້ນ ແລະ​ຊິດ​ໃສ່​ໄພ່ພົນ​ທັງໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka