Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 2:4 - ພຣະຄຳພີສັກສິ

4 ພຣະເຢຊູເຈົ້າ​ຕອບ​ວ່າ, “ນາງ​ເອີຍ ປະ​ໃຫ້​ເປັນ​ທຸລະ​ຂອງເຮົາ​ເສຍ ເພາະ​ເວລາ​ຂອງເຮົາ​ຍັງ​ບໍ່​ທັນ​ມາ​ເຖິງ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ພຣະເຢຊູເຈົ້າ​ຕອບ​ວ່າ, “ຍິງ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ໃຫ້​ເຮົາ​ໄປ​ຫຍຸ້ງກ່ຽວ​ນໍາ? ເພາະ​ເວລາ​ຂອງ​ເຮົາ​ຍັງ​ບໍ່​ທັນ​ມາ​ເຖິງ”.

Uka jalj uñjjattʼäta Copia luraña




ໂຢຮັນ 2:4
20 Jak'a apnaqawi uñst'ayäwi  

ກະສັດ​ກ່າວ​ຕໍ່​ອາບີໄຊ​ແລະ​ໂຢອາບ​ອ້າຍ​ຂອງ​ລາວ​ວ່າ, “ບໍ່ແມ່ນ​ເລື່ອງ​ຂອງ​ພວກເຈົ້າ ຖ້າ​ຄຳ​ປ້ອຍດ່າ​ນັ້ນ​ເປັນ​ຍ້ອນ​ພຣະເຈົ້າຢາເວ​ໄດ້​ບອກ​ລາວ ຜູ້ໃດ​ແດ່​ມີ​ສິດ​ຖາມ​ວ່າ, ‘ເປັນຫຍັງ​ລາວ​ຈຶ່ງ​ດ່າ​ເຮົາ?”’


ແຕ່​ກະສັດ​ດາວິດ​ໄດ້​ເວົ້າ​ກັບ​ອາບີໄຊ ແລະ​ໂຢອາບ​ອ້າຍ​ຂອງ​ລາວ​ວ່າ, “ແມ່ນ​ຜູ້ໃດ​ຖາມ​ເອົາ​ຄວາມ​ຄິດ​ເຫັນ​ນຳ​ພວກເຈົ້າ? ພວກເຈົ້າ​ຈະ​ເຮັດ​ໃຫ້​ເຮົາ​ເດືອດຮ້ອນ​ອີກ​ບໍ? ດຽວ​ນີ້​ເຮົາ​ເອງ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ວັນ​ນີ້​ຈະ​ບໍ່ມີ​ຄົນ​ອິດສະຣາເອນ​ຜູ້ໃດ​ຖືກ​ປະຫານ​ຊີວິດ.”


ຜູ້​ເປັນ​ແມ່​ຈຶ່ງ​ເວົ້າ​ກັບ​ເອລີຢາ​ວ່າ, “ທ່ານ​ຜູ້​ເປັນ​ຄົນ​ຂອງ​ພຣະເຈົ້າ ເປັນຫຍັງ​ທ່ານ​ຈຶ່ງ​ເຮັດ​ກັບ​ຂ້ານ້ອຍ​ແບບ​ນີ້? ທ່ານ​ມາ​ນີ້​ເພື່ອ​ທົບທວນ​ໃຫ້​ຫວນ​ລະນຶກເຖິງ​ບາບ​ຂອງ​ຂ້ານ້ອຍ​ແຕ່​ເກົ່າກ່ອນ ແລະ​ເປັນ​ເຫດ​ໃຫ້​ລູກຊາຍ​ຂອງ​ຂ້ານ້ອຍ​ຕາຍ​ດ້ວຍ?”


ທຸກສິ່ງ​ທີ່​ເກີດຂຶ້ນ​ຢູ່​ໃນ​ໂລກນີ້ ເປັນ​ໄປ​ຕາມ​ລະດູການ ແລະ​ເວລາ​ທີ່​ພຣະເຈົ້າ​ກຳນົດ​ໄວ້.


ແລ້ວ​ພຣະເຢຊູເຈົ້າ​ກໍ​ຕອບ​ນາງ​ວ່າ, “ເຈົ້າ​ເປັນ​ຍິງ​ທີ່​ມີ​ຄວາມເຊື່ອ​ຍິ່ງໃຫຍ່​ຫລາຍ ຈົ່ງ​ໃຫ້​ເປັນ​ໄປ​ຕາມ​ທີ່​ເຈົ້າ​ຕ້ອງການ​ເທີ້ນ.” ໃນ​ເວລາ​ດຽວກັນ​ນັ້ນ ລູກສາວ​ຂອງ​ນາງ​ກໍ​ຫາຍ​ດີ​ແລ້ວ.


ໃນ​ທັນໃດນັ້ນ ມັນ​ກໍ​ແຜດ​ສຽງ​ວ່າ, “ໂອ ບຸດ​ພຣະເຈົ້າ​ເອີຍ ທ່ານ​ຕ້ອງການ​ຫຍັງ​ຈາກ​ພວກ​ຂ້ານ້ອຍ? ທ່ານ​ຈະ​ມາ​ລົງໂທດ​ພວກ​ຂ້ານ້ອຍ​ກ່ອນ​ເຖິງ​ເວລາ​ຊັ້ນບໍ?”


ພຣະ​ກຸມມານ​ຕອບ​ວ່າ, “ເປັນຫຍັງ​ຕ້ອງ​ຊອກ​ຫາ​ເຮົາ? ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ເຮົາ​ຕ້ອງ​ຢູ່​ໃນ​ທີ່​ສະຖິດ​ແຫ່ງ​ພຣະບິດາເຈົ້າ​ຂອງເຮົາ?”


ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເວລາ​ທີ່​ບຸດ​ມະນຸດ​ຕ້ອງ​ຮັບ​ກຽດ​ອັນ​ຍິ່ງໃຫຍ່​ນັ້ນ ກໍ​ມາ​ເຖິງ​ແລ້ວ.


ກ່ອນ​ເຖິງ​ວັນ​ເທດສະການ​ປັດສະຄາ ພຣະເຢຊູເຈົ້າ​ຮູ້​ດີ​ວ່າ ເວລາ​ທີ່​ພຣະອົງ​ຈະ​ຈາກ​ໂລກນີ້ ໄປ​ຫາ​ພຣະບິດາເຈົ້າ​ກໍ​ມາ​ເຖິງ​ແລ້ວ ພຣະອົງ​ຮັກ​ພວກ​ຂອງ​ພຣະອົງ​ຢູ່​ໃນ​ໂລກນີ້ ແລະ​ພຣະອົງ​ຮັກ​ພວກເຂົາ​ຈົນເຖິງ​ທີ່ສຸດ.


ເມື່ອ​ເຫຼົ້າ​ອະງຸ່ນ​ໝົດ​ແລ້ວ, ແມ່​ຂອງ​ພຣະເຢຊູເຈົ້າ ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ພວກເຂົາ​ໝົດ​ເຫຼົ້າ​ອະງຸ່ນ​ແລ້ວ.”


ເທວະດາ​ທັງສອງ​ໄດ້​ຖາມ​ນາງ​ມາຣີ​ວ່າ, “ນາງ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້?” ນາງ​ຕອບ​ວ່າ, “ເພາະ​ພວກເຂົາ​ໄດ້​ເອົາ​ພຣະສົບ​ຂອງ​ພຣະອົງເຈົ້າ​ຂອງ​ຂ້ານ້ອຍ​ໄປ​ແລ້ວ ແລະ​ຂ້ານ້ອຍ​ບໍ່​ຮູ້​ວ່າ​ພວກເຂົາ​ເອົາ​ໄປ​ໄວ້​ໃສ?”


ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ນາງ​ວ່າ, “ນາງ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້? ເຈົ້າ​ຊອກ​ຫາ​ຜູ້ໃດ?” ນາງ​ຄິດ​ວ່າ​ເປັນ​ຄົນ​ຮັກສາ​ສວນ ນາງ​ຈຶ່ງ​ຕອບ​ວ່າ, “ທ່ານເອີຍ ຖ້າ​ທ່ານ​ໄດ້​ເອົາ​ພຣະສົບ​ຂອງ​ເພິ່ນ​ໄປ ບອກ​ໃຫ້​ຂ້ານ້ອຍ​ຮູ້​ແດ່​ວ່າ ທ່ານ​ເອົາ​ໄປ​ໄວ້​ໃສ? ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄປ​ນຳ​ເອົາ​ພຣະສົບ​ຂອງ​ພຣະອົງ​ອອກ​ໄປ.”


ແລ້ວ​ພວກເຂົາ​ກໍ​ຊອກ​ຫາ​ທາງ​ຈັບ​ພຣະອົງ, ແຕ່​ບໍ່ມີ​ຜູ້ໃດ​ຍື່ນ​ມື​ໄປ​ແຕະຕ້ອງ​ພຣະອົງ​ໄດ້ ເພາະ​ບໍ່​ເຖິງ​ກຳນົດ​ເວລາ​ຂອງ​ພຣະອົງ​ເທື່ອ.


ພຣະເຢຊູເຈົ້າ​ຊົງ​ບອກ​ພວກເຂົາ​ວ່າ, “ເວລາ​ກຳນົດ​ສຳລັບ​ເຮົາ​ຍັງ​ບໍ່​ມາ​ເຖິງ​ເທື່ອ ແຕ່​ເວລາ​ຂອງ​ພວກເຈົ້າ​ແລ້ວ ແມ່ນ​ມີ​ຢູ່​ສະເໝີ.


ໃຫ້​ພວກເຈົ້າ​ພາກັນ​ໄປ​ເທດສະການ​ສາ ເຮົາ​ຍັງ​ບໍ່​ໄປ ໃນ​ເທດສະການ​ນັ້ນ​ເທື່ອ ເພາະ​ເວລາ​ເໝາະ​ສຳລັບ​ເຮົາ​ຍັງ​ບໍ່​ມາ​ເຖິງ.”


ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳ​ເຫຼົ່ານີ້ ໃນ​ຂະນະທີ່​ພຣະອົງ​ສັ່ງສອນ​ໃນ​ພຣະວິຫານ ຢູ່​ຫ້ອງ​ບ່ອນ​ທີ່​ວາງ​ຫີບ​ຖວາຍ​ຊັບ, ແຕ່​ບໍ່ມີ​ຜູ້ໃດ​ຈັບ​ພຣະອົງ ເພາະ​ບໍ່​ເຖິງ​ກຳນົດ​ເວລາ​ຂອງ​ພຣະອົງ​ເທື່ອ.


ເຫດສະນັ້ນ, ແຕ່​ນີ້​ຕໍ່ໄປ ພວກເຮົາ​ຈຶ່ງ​ບໍ່​ພິຈາລະນາ​ເບິ່ງ​ຜູ້ໃດ​ຕາມ​ມາດຕະຖານ​ຂອງ​ມະນຸດ​ອີກ ເຖິງ​ແມ່ນ​ວ່າ ເມື່ອ​ກ່ອນ​ນັ້ນ​ພວກເຮົາ​ໄດ້​ສັງເກດ​ຮູ້​ພຣະຄຣິດ​ຕາມ​ມາດຕະຖານ​ຂອງ​ມະນຸດ​ກໍຕາມ ມາບັດນີ້ ພວກເຮົາ​ກໍ​ບໍ່​ສັງເກດ​ຮູ້​ພຣະອົງ​ຕາມ​ແບບ​ນັ້ນ​ອີກ​ຕໍ່ໄປ.


ພວກເຂົາ​ໄດ້​ສະແດງ​ຄວາມ​ສັດຊື່​ຍິ່ງໃຫຍ່​ຕໍ່​ພຣະອົງ ຫລາຍກວ່າ​ຕໍ່​ພໍ່​ແມ່​ອ້າຍ​ເອື້ອຍ​ນ້ອງ​ກັບ​ລູກໆ. ພວກເຂົາ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ທັງ​ສັດຊື່​ແລະ​ໝັ້ນຄົງ​ຕໍ່​ພັນທະສັນຍາ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka