Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 2:11 - ພຣະຄຳພີສັກສິ

11 ພຣະເຢຊູເຈົ້າ​ໄດ້​ເຮັດ​ການ​ອັດສະຈັນ​ເທື່ອ​ທຳອິດ ທີ່​ບ້ານ​ການາ ແຂວງ​ຄາລີເລ, ໃນ​ທີ່ນັ້ນ ພຣະອົງ​ໄດ້​ເປີດເຜີຍ​ສະຫງ່າຣາສີ​ຂອງ​ພຣະອົງ​ໃຫ້​ປາກົດ ແລະ​ພວກ​ສາວົກ​ກໍໄດ້​ເຊື່ອ​ໃນ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ສິ່ງ​ທີ່​ພຣະເຢຊູເຈົ້າ​ກະທຳ​ໃນ​ທີ່​ນີ້ ເປັນ​ໝາຍສຳຄັນ​ຄັ້ງ​ທຳອິດ​ຂອງ​ພຣະອົງ​ທີ່​ບ້ານ​ການາ​ໃນ​ແຂວງ​ຄາລີເລ. ພຣະອົງ​ໄດ້​ສະແດງ​ສະຫງ່າລາສີ​ຂອງ​ພຣະອົງ ແລະ ບັນດາ​ສາວົກ​ຂອງ​ພຣະອົງ​ກໍ​ໄດ້​ເຊື່ອ​ໃນ​ພຣະອົງ.

Uka jalj uñjjattʼäta Copia luraña




ໂຢຮັນ 2:11
43 Jak'a apnaqawi uñst'ayäwi  

ແມ່ໝ້າຍ​ໄດ້​ກ່າວ​ຕໍ່​ເອລີຢາ​ວ່າ, “ບັດນີ້ ຂ້ານ້ອຍ​ຮູ້​ແລ້ວ​ວ່າ​ທ່ານ​ເປັນ​ຄົນ​ຂອງ​ພຣະເຈົ້າ; ແລະ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ​ທາງ​ທ່ານ​ຢ່າງ​ແທ້ຈິງ.”


ຂໍ​ໃຫ້​ພຣະນາມ​ອັນ​ຊົງຣິດ​ຂອງ​ພຣະອົງ​ນັ້ນ ຈົ່ງ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ຕະຫລອດໄປ ຂໍ​ໃຫ້​ພຣະ​ສະຫງ່າຣາສີ ຈົ່ງ​ເຕັມ​ໄປ​ທົ່ວ​ແຜ່ນດິນ​ໂລກ. ອາແມນ ອາແມນ.


ຈົ່ງ​ປະກາດ​ພຣະ​ສະຫງ່າຣາສີ​ແກ່​ຊົນຊາດ​ທັງຫລາຍ ແລະ​ພຣະ​ຣາຊກິດ​ຍິ່ງໃຫຍ່​ແກ່​ມວນ​ມະນຸດ​ຊາດ.


ເມື່ອ​ຊາວ​ອິດສະຣາເອນ​ໄດ້​ເຫັນ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ໄຊ​ຊະນະ​ຊາວ​ເອຢິບ​ເຊັ່ນນີ້ ພວກເຂົາ​ຈຶ່ງ​ຢ້ານຢຳ​ພຣະເຈົ້າຢາເວ; ພວກເຂົາ​ຕ່າງ​ກໍ​ມີ​ຄວາມເຊື່ອ​ໃນ​ພຣະເຈົ້າຢາເວ ແລະ​ໃນ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ.


ຖ້າ​ພວກເຂົາ​ເຫັນ​ໝາຍສຳຄັນ​ການ​ອັດສະຈັນ​ທັງສອງ​ເທື່ອ​ແລ້ວ ຍັງ​ບໍ່​ຍອມ​ເຊື່ອ​ເຈົ້າ ແລະ​ບໍ່​ຍອມ​ຟັງ​ເຈົ້າ. ເຈົ້າ​ຈົ່ງ​ໄປ​ຕັກ​ເອົາ​ນໍ້າ​ທີ່​ແມ່ນໍ້ານິນ ແລະ​ເທ​ລົງ​ໃສ່​ດິນ​ແຫ້ງ. ນໍ້າ​ນັ້ນ​ຈະ​ກາຍເປັນ​ເລືອດ​ເທິງ​ດິນ​ແຫ້ງ.”


ສະນັ້ນ ຈົ່ງ​ກິນ​ອາຫານ​ທີ່​ເຈົ້າ​ມີ​ແລະ​ມີ​ຄວາມສຸກ​ສາເຖີດ; ດື່ມ​ເຫຼົ້າ​ອະງຸ່ນ​ແລະ​ເບີກບານ​ໃຈ​ສາເຖີດ. ສຳລັບ​ພຣະເຈົ້າ​ແລ້ວ ສິ່ງ​ເຫຼົ່ານີ້​ລ້ວນແຕ່​ເປັນ​ການ​ຖືກຕ້ອງ​ທັງສິ້ນ.


ແລ້ວ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ຈະ​ປາກົດ​ແຈ້ງ ທຸກ​ປະຊາຊາດ​ກໍ​ຈະ​ໄດ້​ເຫັນ​ພຣະ​ສະຫງ່າຣາສີ​ນັ້ນ ປາກ​ຂອງ​ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ໄວ້.”


ພວກເຈົ້າ​ຕ້ອງ​ຍ້ອງຍໍ​ໃຫ້ກຽດ​ເຮົາ​ໃນ​ສິ່ງ​ທີ່​ພວກເຈົ້າ​ກະທຳ. ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ​ໃນ​ສິ່ງ​ທີ່​ເຮົາ​ກ່າວ ເຮົາ​ຈະ​ນຳ​ຄຳສາບແຊ່ງ​ມາ​ສູ່​ພວກເຈົ້າ. ເຮົາ​ຈະ​ນຳ​ຄຳສາບແຊ່ງ​ມາ​ສູ່​ສິ່ງ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ຮັບ​ໃນ​ຖານະ​ເປັນ​ປະໂຣຫິດ. ຕາມ​ຄວາມ​ເປັນຈິງ ເຮົາ​ໄດ້​ນຳ​ຄຳສາບແຊ່ງ​ນັ້ນ​ມາ​ແລ້ວ ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຢຶດຖື​ຂໍ້ຄຳສັ່ງ​ຂອງເຮົາ​ຢ່າງ​ແທ້ຈິງ.


ພຣະທຳ​ໄດ້​ຊົງ​ບັງເກີດ​ເປັນ​ມະນຸດ ແລະ​ອາໄສ​ຢູ່​ທ່າມກາງ​ເຮົາ​ທັງຫລາຍ ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຄວາມຈິງ ເຮົາ​ທັງຫລາຍ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ຄື​ສະຫງ່າຣາສີ​ທີ່​ພຣະອົງ​ໄດ້​ຮັບ ໃນ​ຖານະ​ທີ່​ເປັນ​ພຣະບຸດ​ອົງ​ດຽວ​ຂອງ​ພຣະບິດາເຈົ້າ.


ພຣະເຈົ້າ​ໄດ້​ໃຫ້​ກົດບັນຍັດ​ໂດຍ​ທາງ​ໂມເຊ ສ່ວນ​ພຣະຄຸນ​ແລະ​ຄວາມຈິງ​ນັ້ນ ໄດ້​ມາ​ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.


ວັນ​ຕໍ່ມາ​ອີກ ພຣະເຢຊູເຈົ້າ​ໄດ້​ຕັດສິນໃຈ​ໄປ​ແຂວງ​ຄາລີເລ ພຣະອົງ​ໄດ້​ພົບ​ຟີລິບ ແລະ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.” (


ພຣະເຢຊູເຈົ້າ​ໄດ້​ຕອບ​ລາວ​ວ່າ, “ເຈົ້າ​ໄດ້​ເຊື່ອ​ເພາະ​ເຮົາ​ບອກ​ເຈົ້າ​ວ່າ ເຮົາ​ໄດ້​ເຫັນ​ເຈົ້າ​ຢູ່​ກ້ອງ​ຕົ້ນ​ເດື່ອ​ນັ້ນ​ບໍ? ເຈົ້າ​ຍັງ​ຈະ​ໄດ້​ເຫັນ​ເຫດການ​ອັນ​ຍິ່ງໃຫຍ່​ກວ່າ​ນີ້​ອີກ.”


ມີ​ຫລາຍ​ຄົນ​ໄດ້​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ໂຢຮັນ​ບໍ່ໄດ້​ເຮັດ​ໝາຍສຳຄັນ​ການ​ອັດສະຈັນ​ຈັກ​ຢ່າງ, ແຕ່​ທຸກສິ່ງ​ທີ່​ໂຢຮັນ​ເວົ້າ​ເຖິງ​ທ່ານ​ຄົນ​ນີ້ ກໍ​ເປັນ​ຄວາມຈິງ​ທັງໝົດ.”


ເພື່ອ​ເຫັນ​ແກ່​ເຈົ້າ​ທັງຫລາຍ ເຮົາ​ດີໃຈ​ທີ່​ເຮົາ​ບໍ່ໄດ້​ຢູ່​ຫັ້ນ​ກັບ​ລາວ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເຊື່ອ, ໃຫ້​ພວກເຮົາ​ໄປ​ຫາ​ລາວ​ເທາະ.”


ດັ່ງນັ້ນ ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ຟາຣີຊາຍ ຈຶ່ງ​ເອີ້ນ​ສະມາຊິກ​ສະພາ​ມາ​ປະຊຸມ​ກັນ​ວ່າ, “ພວກເຮົາ​ຈະ​ເຮັດ​ຢ່າງ​ໃດ? ເພາະວ່າ​ຊາຍ​ຄົນ​ນີ້​ກຳລັງ​ເຮັດ​ໝາຍສຳຄັນ​ຫລາຍ​ຢ່າງ.


ດ້ວຍເຫດນີ້ ປະຊາຊົນ​ທັງຫລາຍ​ຈຶ່ງ​ອອກ​ໄປ​ຫາ​ພຣະເຢຊູເຈົ້າ ເພາະ​ໄດ້ຍິນ​ເຖິງ​ໝາຍສຳຄັນ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ເຮັດ.


ເຖິງ​ແມ່ນ​ວ່າ ພຣະອົງ​ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ຢ່າງ​ຕໍ່ໜ້າ​ພວກເຂົາ​ກໍຕາມ ພວກເຂົາ​ກໍ​ບໍ່​ເຊື່ອວາງໃຈ​ໃນ​ພຣະອົງ


ເອຊາຢາ​ກ່າວ​ດັ່ງນີ້ ກໍ​ເພາະ​ເພິ່ນ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ແລະ​ໄດ້​ເວົ້າ​ເຖິງ​ເລື່ອງ​ຂອງ​ພຣະອົງ.


ສິ່ງໃດໆ​ທີ່​ພວກເຈົ້າ​ຈະ​ຂໍ​ໃນ​ນາມ​ຂອງເຮົາ ຝ່າຍ​ເຮົາ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ ເພື່ອ​ວ່າ​ພຣະບິດາເຈົ້າ​ຈະ​ໄດ້​ຮັບ​ກຽດຕິຍົດ​ແຫ່ງ​ສະຫງ່າຣາສີ​ໂດຍ​ທາງ​ພຣະບຸດ.


ດ້ວຍວ່າ, ພຣະບິດາເຈົ້າ​ເອງ​ກໍ​ຮັກ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຮັກ​ເຮົາ ແລະ​ໄດ້​ເຊື່ອ​ວ່າ​ເຮົາ​ມາ​ຈາກ​ພຣະເຈົ້າ.


ດຽວ​ນີ້​ພວກ​ຂ້ານ້ອຍ​ຮູ້​ແລ້ວ​ວ່າ​ພຣະອົງ​ຮູ້ຈັກ​ທຸກໆ​ສິ່ງ ແລະ​ບໍ່​ຈຳເປັນ​ໃຫ້​ຜູ້ໃດ​ຖາມ​ພຣະອົງ​ອີກ, ດ້ວຍເຫດນີ້ ພວກ​ຂ້ານ້ອຍ​ຈຶ່ງ​ເຊື່ອ​ວ່າ ພຣະອົງ​ມາ​ຈາກ​ພຣະເຈົ້າ.”


ສາມ​ວັນ​ຕໍ່ມາ ໄດ້​ມີ​ງານ​ສົມຣົດ​ທີ່​ບ້ານ​ການາ​ໃນ​ແຂວງ​ຄາລີເລ ແລະ​ແມ່​ຂອງ​ພຣະເຢຊູເຈົ້າ​ກໍ​ຢູ່​ທີ່​ນັ້ນ,


ຂະນະທີ່​ພຣະເຢຊູເຈົ້າ​ຍັງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຍາມ​ເທດສະການ​ສະຫລອງ​ປັດສະຄາ​ນັ້ນ ໄດ້​ມີ​ຫລາຍ​ຄົນ​ຮັບ​ເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ ເພາະ​ພວກເຂົາ​ເຫັນ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ.


ຊາຍ​ຄົນ​ນີ້​ໄດ້​ມາ​ຫາ​ພຣະເຢຊູເຈົ້າ​ໃນ​ຕອນ​ກາງຄືນ ແລະ​ເວົ້າ​ຕໍ່​ພຣະອົງ​ວ່າ, “ພຣະອາຈານ​ເອີຍ, ພວກ​ຂ້ານ້ອຍ​ຮູ້​ດີ​ວ່າ ທ່ານ​ເປັນ​ຄູສອນ​ມາ​ຈາກ​ພຣະເຈົ້າ ເພາະ​ບໍ່ມີ​ຜູ້ໃດ​ທີ່​ເຮັດ​ການ​ອັດສະຈັນ​ທີ່​ທ່ານ​ເຮັດ​ນີ້​ໄດ້ ຖ້າ​ພຣະເຈົ້າ​ບໍ່​ສະຖິດ​ຢູ່​ນຳ​ຜູ້ນັ້ນ.”


ພຣະເຢຊູເຈົ້າ​ໄດ້​ສະເດັດ​ອອກ​ຈາກ​ແຂວງ​ຢູດາຍ ແລະ​ກັບຄືນ​ໄປ​ແຂວງ​ຄາລີເລ.


ແລ້ວ​ພຣະອົງ​ກໍໄດ້​ສະເດັດ​ກັບຄືນ​ໄປ​ຍັງ​ບ້ານ​ການາ​ແຂວງ​ຄາລີເລ​ອີກ ບ່ອນ​ທີ່​ພຣະອົງ​ໄດ້​ເຮັດ​ໃຫ້​ນໍ້າ​ກາຍເປັນ​ເຫຼົ້າ​ອະງຸ່ນ ມີ​ລູກຊາຍ​ຂອງ​ຂ້າຣາຊການ​ຄົນ​ໜຶ່ງ ທີ່​ເມືອງ​ກາເປນາອູມ​ກຳລັງ​ປ່ວຍ​ຢູ່.


ນີ້​ເປັນ​ໝາຍສຳຄັນ​ການ​ອັດສະຈັນ​ຄັ້ງ​ທີ​ສອງ ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ ຫລັງຈາກ​ທີ່​ພຣະອົງ​ໄດ້​ຈາກ​ແຂວງ​ຢູດາຍ​ໄປ​ຍັງ​ແຂວງ​ຄາລີເລ.


ເພື່ອ​ຄົນ​ທັງປວງ​ຈະ​ຖວາຍ​ກຽດ​ແດ່​ພຣະບຸດ ເໝືອນ​ດັ່ງ​ທີ່​ພວກເຂົາ​ໄດ້​ຖວາຍ​ກຽດ​ແດ່​ພຣະບິດາເຈົ້າ ຜູ້​ທີ່​ບໍ່​ຖວາຍ​ກຽດ​ແດ່​ພຣະບຸດ ຜູ້ນັ້ນ​ກໍ​ບໍ່​ຖວາຍ​ກຽດ​ແດ່​ພຣະບິດາເຈົ້າ ຜູ້​ທີ່​ໄດ້​ໃຊ້​ພຣະບຸດ​ມາ.


ເມື່ອ​ຄົນ​ທັງຫລາຍ​ໄດ້​ເຫັນ​ໝາຍສຳຄັນ​ການ​ອັດສະຈັນ ທີ່​ພຣະອົງ​ເຮັດ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ແນ່ນອນ​ຜູ້​ນີ້​ຕ້ອງ​ແມ່ນ​ຜູ້ທຳນວາຍ ທີ່​ຕ້ອງ​ກຳນົດ​ວ່າ​ຈະ​ມາ​ໃນ​ໂລກນີ້.”


ປະຊາຊົນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ເພາະ​ພວກເຂົາ​ເຫັນ​ການ​ອັດສະຈັນ ທີ່​ພຣະອົງ​ໄດ້​ຊົງ​ໂຜດ​ຄົນ​ເຈັບໄຂ້​ໄດ້ປ່ວຍ.


ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຊອກ​ຫາ​ເຮົາ ບໍ່ແມ່ນ​ຍ້ອນ​ໄດ້​ເຫັນ​ການ​ອັດສະຈັນ ແຕ່​ຍ້ອນ​ໄດ້​ກິນ​ເຂົ້າຈີ່​ອີ່ມ.


ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ຖ້າດັ່ງນັ້ນ ມີ​ໝາຍສຳຄັນ​ການ​ອັດສະຈັນ​ອັນ​ໃດ​ທີ່​ທ່ານ​ຈະ​ເຮັດ ເພື່ອ​ພວກ​ຂ້ານ້ອຍ​ຈະ​ໄດ້​ເຫັນ ແລະ​ຈະ​ໄດ້​ເຊື່ອ​ໃນ​ທ່ານ? ທ່ານ​ຈະ​ເຮັດ​ຫຍັງ​ແດ່?


ແຕ່​ມີ​ຫລາຍ​ຄົນ​ໃນ​ປະຊາຊົນ​ນັ້ນ ໄດ້​ຮັບ​ເຊື່ອ​ໃນ​ພຣະອົງ ແລະ​ເວົ້າ​ວ່າ, “ເມື່ອ​ພຣະຄຣິດ​ສະເດັດ​ມາ​ນັ້ນ ເພິ່ນ​ຈະ​ເຮັດ​ໝາຍສຳຄັນ​ການ​ອັດສະຈັນ​ຫລາຍກວ່າ​ຜູ້​ນີ້​ເຮັດ​ບໍ?”


ພວກ​ຟາຣີຊາຍ​ບາງຄົນ​ຈຶ່ງ​ເວົ້າ​ວ່າ, “ຜູ້​ທີ່​ເຮັດ​ການ​ເຊັ່ນນີ້​ບໍ່ໄດ້​ມາ​ຈາກ​ພຣະເຈົ້າ ເພາະ​ລາວ​ບໍ່ໄດ້​ຖື​ຮັກສາ​ກົດ​ຂອງ​ວັນ​ຊະບາໂຕ.” ແຕ່​ຄົນອື່ນ​ເວົ້າ​ວ່າ, “ຄົນ​ບາບ​ຈະ​ເຮັດ​ການ​ອັດສະຈັນ​ແນວ​ນີ້​ໄດ້​ຢ່າງ​ໃດ?” ແລ້ວ​ພວກເຂົາ​ກໍ​ເກີດ​ມີ​ການ​ແຕກແຍກ​ກັນ.


ແຕ່​ເຮົາ​ທັງຫລາຍ​ບໍ່ມີ​ຜ້າປົກ​ໜ້າ​ແລ້ວ ຕົວ​ພວກເຮົາ​ຈຶ່ງ​ສະທ້ອນ​ແສງ​ແຫ່ງ​ພຣະ​ສະຫງ່າຣາສີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະ​ສະຫງ່າຣາສີ​ທີ່​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ຊຶ່ງ​ເປັນ​ພຣະວິນຍານ​ນັ້ນ ກໍ​ຊົງ​ເຮັດ​ໃຫ້​ເຮົາ​ທັງຫລາຍ​ປ່ຽນ​ມີ​ລັກສະນະ​ເໝືອນ​ພຣະອົງ ໂດຍ​ມີ​ສະຫງ່າຣາສີ​ເປັນ​ລຳດັບ​ຂຶ້ນ​ໄປ.


ຝ່າຍ​ຄວາມ​ທຸກ​ລຳບາກ​ອັນ​ເບົາບາງ​ແລະ​ຊົ່ວຄາວ​ນີ້ ກໍ​ກຳລັງ​ຈັດຕຽມ​ພວກເຮົາ​ໃຫ້​ມີ​ສະຫງ່າຣາສີ​ອັນ​ຍິ່ງໃຫຍ່​ຖາວອນ​ຕະຫລອດໄປ ຈົນ​ຫາ​ທີ່​ປຽບ​ບໍ່ໄດ້.


ເພາະ​ພຣະເຈົ້າ​ອົງ​ທີ່​ໄດ້​ກ່າວ​ວ່າ, “ໃຫ້​ແສງແຈ້ງ​ສ່ອງ​ອອກ​ຈາກ​ຄວາມມືດ” ເປັນ​ພຣະເຈົ້າ​ອົງ​ທີ່​ສ່ອງ​ແສງ​ສະຫວ່າງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ເຖິງ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ຊຶ່ງ​ສ່ອງ​ແສງ​ສະຫວ່າງ​ໃນ​ໃບ​ໜ້າ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ແລະ​ເວົ້າ​ວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ໄດ້​ສຳແດງ​ຄວາມ​ຍິ່ງໃຫຍ່​ແລະ​ສະຫງ່າຣາສີ​ຂອງ​ພຣະອົງ​ໃຫ້​ເຫັນ ເມື່ອ​ພວກເຮົາ​ໄດ້ຍິນ​ພຣະອົງ​ກ່າວ​ອອກ​ມາ​ຈາກ​ແປວໄຟ. ວັນ​ນີ້ ພວກເຮົາ​ໄດ້​ເຫັນ​ມະນຸດ​ຍັງ​ສືບຕໍ່​ມີ​ຊີວິດ​ຢູ່ ເຖິງ​ແມ່ນ​ວ່າ​ພຣະເຈົ້າ​ໄດ້​ກ່າວ​ແກ່​ພວກເຂົາ​ກໍຕາມ.


ຂໍ້ຄວາມ​ເຫຼົ່ານີ້ ເຮົາ​ຂຽນ​ມາ​ເຖິງ​ເຈົ້າ​ທັງຫລາຍ ທີ່​ເຊື່ອ​ໃນ​ພຣະນາມ​ພຣະບຸດ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ ພວກເຈົ້າ​ມີ​ຊີວິດ​ນິຣັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka