Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 2:10 - ພຣະຄຳພີສັກສິ

10 ແລະ​ກ່າວ​ວ່າ, “ທຸກຄົນ​ເຄີຍ​ເອົາ​ເຫຼົ້າ​ອະງຸ່ນ​ອັນ​ດີ​ມາ​ໃຫ້​ດື່ມ​ກ່ອນ ແລະ​ເມື່ອ​ພວກເຂົາ​ດື່ມ​ຫລາຍ​ແລ້ວ ຈຶ່ງ​ເອົາ​ອັນ​ບໍ່​ດີ​ອອກ​ມາ, ແຕ່​ເຈົ້າ​ພັດ​ກັກ​ເອົາ​ເຫຼົ້າ​ອະງຸ່ນ​ອັນ​ດີ​ໄວ້​ຈົນເຖິງ​ດຽວ​ນີ້​ນໍ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ແລະ ເວົ້າ​ວ່າ, “ທຸກຄົນ​ກໍ​ເຄີຍ​ເອົາ​ເຫລົ້າອະງຸ່ນ​ອັນ​ດີ​ມາ​ໃຫ້​ດື່ມ​ກ່ອນ ແລະ ເມື່ອ​ແຂກ​ທັງຫລາຍ​ດື່ມ​ຫລາຍ​ແລ້ວ​ຈຶ່ງ​ເອົາ​ເຫລົ້າອະງຸ່ນ​ລາຄາ​ຖືກ​ກວ່າ​ມາ​ໃຫ້ ແຕ່​ເຈົ້າ​ພັດ​ເກັບ​ເຫລົ້າອະງຸ່ນ​ທີ່​ດີ​ທີ່ສຸດ​ໄວ້​ຈົນ​ເຖິງ​ດຽວນີ້”.

Uka jalj uñjjattʼäta Copia luraña




ໂຢຮັນ 2:10
15 Jak'a apnaqawi uñst'ayäwi  

ຄົນ​ຮັບໃຊ້​ເລີ່ມ​ຢາຍ​ອາຫານ​ຕັ້ງແຕ່​ໂຕະ​ຂອງ​ໂຢເຊັບ​ໄປ ແລະ​ເບັນຢາມິນ​ໄດ້​ຮັບ​ອາຫານ​ຫລາຍກວ່າ​ຜູ້​ອື່ນ​ຫ້າ​ເທົ່າ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ກິນ​ແລະ​ດື່ມ​ກັບ​ໂຢເຊັບ​ຢ່າງ​ມ່ວນຊື່ນ​ເບີກບານ.


ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ປູກຝັງ​ຕາມ​ຜືນ​ແຜ່ນດິນ ແລະ​ຜະລິດ​ເຫຼົ້າ​ອະງຸ່ນ​ທີ່​ໃຫ້​ຄວາມ​ມ່ວນຊື່ນ ນໍ້າມັນ​ໝາກກອກເທດ​ທີ່​ໃຫ້​ຄວາມ​ຊື່ນບານ ແລະ​ເຂົ້າ​ທີ່​ໃຫ້​ພວກເຂົາ​ມີ​ເຫື່ອແຮງ​ຂຶ້ນໃໝ່.


ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ອ້າຍ​ໄດ້​ເຂົ້າ​ມາ​ຢູ່​ໃນ​ສວນ​ຂອງອ້າຍ​ແລ້ວ. ອ້າຍ​ໄດ້​ເກັບ​ເອົາ​ບາງ​ສິ່ງ​ທີ່​ຢູ່​ໃນ​ສວນ ຄື​ເຄື່ອງເທດ, ເຄື່ອງຫອມ ແລະ​ຢາງໄມ້​ຫອມ​ດ້ວຍ; ອ້າຍ​ກຳລັງ​ດື່ມ​ນໍ້າເຜິ້ງ​ໃນ​ເຮືອນຮັງ​ຂອງມັນ​ຢູ່ ອ້າຍ​ກຳລັງ​ດື່ມ​ເຫຼົ້າ ແລະ​ນໍ້ານົມ​ຂອງອ້າຍ​ໃດ. ຈົ່ງ​ກິນ​ແລະ​ດື່ມ​ສາເຖີດ ຍອດ​ສຸດທີ່ຮັກ​ຂອງຂ້ອຍ ຈົນ​ພວກເຈົ້າ​ເມົາ​ຮັກ​ໃຫ້​ຄັກ​ໃຈ​ພວກເຈົ້າ​ສາເຖີດ.


ແລະ​ລາວ​ກໍ​ຈະ​ເລີ່ມ​ຂ້ຽນຕີ​ຄົນ​ຮັບໃຊ້​ດ້ວຍກັນ ທັງ​ກິນ​ແລະ​ດື່ມ​ກັບ​ຄົນ​ຂີ້ເມົາ​ດ້ວຍ.


ແຕ່​ຖ້າ​ຄົນ​ໃຊ້​ຜູ້​ນັ້ນ​ຄິດ​ວ່າ ຍັງ​ອີກ​ດົນ​ນາຍ​ຂອງຕົນ​ຈະ​ກັບ​ມາ ແລະ​ຖ້າ​ລາວ​ລົງ​ມື​ຂ້ຽນ​ຕີ​ຄົນ​ຮັບໃຊ້​ຜູ້​ອື່ນໆ ທັງ​ຊາຍ​ແລະ​ຍິງ ທັງ​ກິນ​ແລະ​ດື່ມ​ຈົນ​ມືນ​ເມົາ​ດ້ວຍ,


ແຕ່​ອັບຣາຮາມ​ຕອບ​ວ່າ, ‘ລູກ​ເອີຍ ຈົ່ງ​ລະນຶກເຖິງ​ຄາວ​ເມື່ອ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່ ເຈົ້າ​ໄດ້​ຮັບ​ແຕ່​ຂອງ​ດີ​ສຳລັບ​ຕົນ ສ່ວນ​ລາຊາໂຣ​ແລ້ວ ໄດ້​ຮັບ​ແຕ່​ຂອງ​ບໍ່​ດີ ຢ່າງ​ດຽວກັນ​ນັ້ນ​ແຫຼະ, ແຕ່​ບັດນີ້ ລາຊາໂຣ​ໄດ້​ຮັບ​ຄວາມສຸກ​ສະບາຍ​ຢູ່​ທີ່​ນີ້ ສ່ວນ​ເຈົ້າ​ແລ້ວ​ກຳລັງ​ໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ.


ຄົນ​ເຫຼົ່ານີ້​ບໍ່ໄດ້​ເມົາ​ເຫຼົ້າ​ດັ່ງ​ທີ່​ພວກທ່ານ​ຄິດ ເພາະ​ຍັງ​ເປັນ​ເວລາ​ເກົ້າ​ໂມງ​ເຊົ້າ.


ດ້ວຍວ່າ, ເມື່ອ​ພວກເຈົ້າ​ຮັບປະທານ​ນັ້ນ ຕ່າງ​ຄົນ​ກໍ​ຟ້າວ​ຮັບ​ກິນ​ອາຫານ​ຂອງຕົນ​ກ່ອນ ບາງຄົນ​ກໍ​ບໍ່​ອີ່ມ ບາງຄົນ​ກໍ​ເມົາ.


ແລະ​ຢ່າ​ເມົາ​ເຫລົ້າແວງ ຊຶ່ງ​ພາ​ໃຫ້​ເສຍ​ຄົນ ແຕ່​ຈົ່ງ​ເຕັມ​ລົ້ນ​ດ້ວຍ​ພຣະວິນຍານ​ກໍດີກວ່າ.


ເພາະວ່າ​ຄົນ​ທີ່​ນອນ​ຫລັບ​ກໍ​ຫລັບ​ໃນ​ກາງຄືນ ແລະ​ຄົນ​ເມົາ​ເຫຼົ້າ​ກໍ​ເມົາ​ໃນ​ກາງຄືນ.


ຄື​ຍິງ​ນັ້ນ​ທີ່​ບັນດາ​ກະສັດ​ທົ່ວ​ໂລກ ໄດ້​ຫລີ້ນ​ຜິດ​ສິນທຳ​ທາງ​ເພດ​ກັບ​ມັນ ແລະ​ຊາວ​ໂລກ​ທັງຫລາຍ​ໄດ້​ມົວເມົາ​ດ້ວຍ​ເຫລົ້າແວງ ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ມັນ​ນັ້ນ.”


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ຍິງ​ຄົນ​ນັ້ນ ເມົາ​ດ້ວຍ​ເລືອດ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ດ້ວຍ​ເລືອດ​ຂອງ​ບັນດາ​ຜູ້​ທີ່​ຍອມ​ສະຫລະ​ຊີວິດ ເພາະ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ. ເມື່ອ​ຂ້າພະເຈົ້າ​ເຫັນ​ຍິງ​ຄົນ​ນັ້ນ​ແລ້ວ ກໍ​ອັດສະຈັນ​ໃຈ​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka