Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 18:3 - ພຣະຄຳພີສັກສິ

3 ດັ່ງນັ້ນ ຢູດາ​ຈຶ່ງ​ພາ​ພວກ​ທະຫານ​ແລະ​ເຈົ້າໜ້າທີ່ ຄື​ຄົນ​ທີ່​ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ຟາຣີຊາຍ​ໃຊ້​ມາ​ນັ້ນ​ໄປ​ນຳ ພວກເຂົາ​ມີ​ອາວຸດ ຖື​ໂຄມໄຟ​ແລະ​ກະ​ບອງ​ມາ​ພ້ອມ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ດັ່ງນັ້ນ ຢູດາ​ຈຶ່ງ​ພາ​ພວກທະຫານ ແລະ ພວກ​ເຈົ້າໜ້າທີ່​ຈຳນວນ​ໜຶ່ງ​ທີ່​ມາ​ຈາກ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ ມາ​ທີ່​ສວນ​ນັ້ນ. ພວກເຂົາ​ຖື​ກະບອງ, ໂຄມໄຟ ແລະ ອາວຸດ​ມາ​ພ້ອມ.

Uka jalj uñjjattʼäta Copia luraña




ໂຢຮັນ 18:3
15 Jak'a apnaqawi uñst'ayäwi  

ສັດຕູ​ດັ່ງ​ຝູງ​ງົວປ່າ​ອ້ອມ​ຂ້ານ້ອຍ​ໄວ້​ທຸກ​ແຈ ດັ່ງ​ງົວປ່າ​ຮ້າຍ​ແຕ່​ເຂດ​ບາຊານ​ທີ່​ປິດລ້ອມ​ໄວ້.


“ເມື່ອນັ້ນ ອານາຈັກ​ສະຫວັນ​ປຽບ​ເໝືອນ​ຍິງ​ສາວ​ບໍຣິສຸດ​ສິບ​ຄົນ ທີ່​ຖື​ໂຄມໄຟ​ຂອງຕົນ​ອອກ​ໄປ​ຮັບ​ເຈົ້າບ່າວ.


ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ກຳລັງ​ຮ່ວມ​ຮັບປະທານ​ອາຫານ​ຢູ່​ນັ້ນ ມານຮ້າຍ​ໄດ້​ເຂົ້າ​ສິງ​ຢູ່​ໃນ​ໃຈ​ຂອງ​ຢູດາ​ອິດສະກາຣີອົດ ລູກຊາຍ​ຂອງ​ຊີໂມນ ໃຫ້​ມີ​ຄວາມ​ຄິດ​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ.


ພວກ​ທະຫານ​ພ້ອມ​ທັງ​ນາຍ​ພັນ ແລະ​ພວກ​ເຈົ້າໜ້າທີ່​ຢິວ​ໄດ້​ຫຸ້ມ​ຈັບ​ພຣະເຢຊູເຈົ້າ ແລ້ວ​ມັດ​ພຣະອົງ​ໄວ້


ພວກ​ຄົນ​ຮັບໃຊ້​ແລະ​ພວກ​ເຝົ້າ​ຍາມ ໄດ້​ເອົາ​ຖ່ານ​ມາ​ດັງ​ໄຟ ແລະ​ພວກເຂົາ​ໄດ້​ຢືນ​ຝີງ​ໄຟ​ຢູ່​ເພາະ​ອາກາດ​ໜາວ ສ່ວນ​ເປໂຕ​ກໍ​ຢືນ​ຝີງ​ໄຟ​ນຳ​ພວກເຂົາ​ເໝືອນກັນ.


ເມື່ອ​ພຣະເຢຊູເຈົ້າ​ກ່າວ​ດັ່ງນີ້​ແລ້ວ ທະຫານ​ຍາມ​ຄົນ​ໜຶ່ງ​ກໍ​ຕົບ​ໜ້າ​ພຣະອົງ ແລະ​ເວົ້າ​ຂຶ້ນ​ວ່າ, “ເຈົ້າ​ກ້າ​ເວົ້າ​ກັບ​ມະຫາ​ປະໂຣຫິດ​ແບບ​ນີ້​ບໍ?”


ເມື່ອ​ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ເຈົ້າໜ້າທີ່​ໄດ້​ເຫັນ​ພຣະອົງ ກໍ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ຄຶງ​ໄວ້​ທີ່​ໄມ້ກາງແຂນ ຄຶງ​ໄວ້​ທີ່​ໄມ້ກາງແຂນ.” ປີລາດ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ ໃຫ້​ພວກທ່ານ​ເອົາ​ລາວ​ໄປ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ສາ ຝ່າຍ​ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຊາຍ​ຄົນ​ນີ້.”


ເມື່ອ​ພວກ​ຟາຣີຊາຍ​ໄດ້ຍິນ​ປະຊາຊົນ​ຊິ່ມ​ກັນ ເຖິງ​ເລື່ອງ​ພຣະເຢຊູເຈົ້າ ພວກເຂົາ​ແລະ​ພວກ​ຫົວໜ້າ​ປະໂຣຫິດ ກໍ​ໃຊ້​ເຈົ້າໜ້າທີ່​ພຣະວິຫານ​ໄປ​ຈັບ​ພຣະອົງ.


“ພີ່ນ້ອງ​ທັງຫລາຍ​ເອີຍ, ຂໍ້ຄວາມ​ໃນ​ພຣະຄຳພີ​ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ກ່າວ​ໄວ້​ລ່ວງໜ້າ ໂດຍ​ຜ່ານ​ທາງ​ກະສັດ​ດາວິດ​ຕ້ອງ​ສຳເລັດ​ເປັນ​ຈິງ, ຂໍ້ຄວາມ​ນັ້ນ​ເວົ້າ​ເຖິງ​ຢູດາ ຜູ້​ທີ່​ນຳພາ​ຄົນ​ທັງຫລາຍ​ໄປ​ຈັບກຸມ​ພຣະເຢຊູເຈົ້າ.


ຢູ່​ທີ່​ເມືອງ​ກາຍຊາເຣຍ ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ໂກເນລີໂອ ເພິ່ນ​ເປັນ​ນາຍຮ້ອຍ​ຢູ່​ໃນ​ກອງ​ທະຫານ​ທີ່​ຊື່​ວ່າ, “ກອງ​ອີຕາລີ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka