Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 17:3 - ພຣະຄຳພີສັກສິ

3 ນີ້​ແມ່ນ​ຊີວິດ​ນິຣັນດອນ ຄື​ໃຫ້​ພວກເຂົາ​ຮູ້ຈັກ​ພຣະອົງ ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ​ຮູ້ຈັກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ທີ່​ພຣະອົງ​ໃຊ້​ມາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ນີ້​ແຫລະ​ແມ່ນ​ຊີວິດ​ນິລັນດອນ​ຄື: ຊີວິດ​ທີ່​ພວກເຂົາ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ ຮູ້ຈັກ​ພຣະເຢຊູຄຣິດເຈົ້າ​ຜູ້​ທີ່​ພຣະອົງໃຊ້​ມາ.

Uka jalj uñjjattʼäta Copia luraña




ໂຢຮັນ 17:3
52 Jak'a apnaqawi uñst'ayäwi  

ຕໍ່ມາ​ເພິ່ນ​ໄດ້​ກ່າວ​ແກ່​ໂຊໂລໂມນ​ວ່າ, “ລູກເອີຍ ເຈົ້າ​ຈົ່ງ​ຮໍ່າຮຽນ​ໃຫ້​ຮູ້ຈັກ​ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ຮັບໃຊ້​ນີ້​ໃຫ້​ດີໆ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ​ແລະ​ສຸດ​ຄວາມຄິດ. ພຣະເຈົ້າຢາເວ​ຮູ້​ຄວາມຄິດ​ແລະ​ຄວາມ​ປາຖະໜາ​ທັງໝົດ​ຂອງ​ພວກເຮົາ. ຖ້າ​ເຈົ້າ​ສະແຫວງ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ເຈົ້າ​ໄດ້​ພົບ​ກັບ​ພຣະອົງ, ແຕ່​ຖ້າ​ເຈົ້າ​ຫັນໜ້າ​ໜີໄປ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ເຈົ້າ​ຕະຫລອດໄປ.


ດົນນານ​ມາ​ແລ້ວ​ທີ່​ຊາດ​ອິດສະຣາເອນ​ໄດ້​ດຳເນີນ​ຊີວິດ ໂດຍ​ບໍ່ມີ​ພຣະເຈົ້າ​ອົງ​ທ່ຽງແທ້, ໂດຍ​ບໍ່ມີ​ບັນດາ​ປະໂຣຫິດ​ສິດສອນ​ພວກເຂົາ​ແລະ​ໂດຍ​ບໍ່ມີ​ກົດບັນຍັດ.


ຜູ້​ທີ່​ຮູ້ຈັກ​ພຣະນາມ​ຂອງ​ພຣະອົງ​ກໍ​ວາງໃຈ​ໃນ​ພຣະອົງ ຜູ້​ທີ່​ມາ​ຫາ​ພຣະເຈົ້າຢາເວ​ຈະ​ບໍ່​ຖືກ​ປະຖິ້ມ​ຈັກເທື່ອ.


ຄົນໃດ​ທີ່​ພົບ​ເຮົາ​ນັ້ນ ລາວ​ກໍ​ພົບ​ຊີວິດ ແລະ​ພຣະເຈົ້າຢາເວ​ຈະ​ພຶງ​ພໍໃຈ​ນຳ​ລາວ.


ບັດນີ້ ຈົ່ງ​ຫຍັບ​ເຂົ້າ​ມາ​ໃກ້ ແລະ​ຕັ້ງໃຈ​ຟັງ ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ຢ່າງ​ເປີດເຜີຍ​ຕັ້ງແຕ່​ຕົ້ນ ແລະ​ເຮັດ​ໃຫ້​ຄຳເວົ້າ​ຕ່າງໆ​ຂອງເຮົາ ກາຍເປັນ​ຄວາມຈິງ​ມາ​ຕະຫລອດ.” (ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ໃຫ້​ອຳນາດ​ຂອງ​ພຣະອົງ​ແກ່​ຂ້ານ້ອຍ ແລະ​ໄດ້​ສົ່ງ​ຂ້ານ້ອຍ​ໄປ.)


ຫລັງຈາກ​ມີ​ຊີວິດ​ຢ່າງ​ທົນທຸກ​ທໍລະມານ ທ່ານ​ກໍ​ຈະ​ມີ​ຄວາມສຸກ​ຊົມຊື່ນ​ຍິນດີ​ອີກ; ທ່ານ​ຈະ​ຮູ້ວ່າ​ທ່ານ​ບໍ່ໄດ້​ທົນ​ທຸກຢ່າງ​ໄຮ້​ຜົນ ເປັນ​ຜູ້ຮັບໃຊ້​ອຸທິດຕົນ​ທີ່​ເຮົາ​ພໍໃຈ​ນຳ​ແທ້ໆ. ທ່ານ​ຈະ​ແບກ​ໂທດກຳ​ຂອງ​ຄົນ​ທັງຫລາຍ ເພື່ອ​ເຫັນ​ແກ່​ທ່ານ ເຮົາ​ຈະ​ຍົກໂທດ​ໃຫ້​ພວກເຂົາ.


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສະຖິດ​ກັບ​ເຮົາ. ເພາະ​ພຣະເຈົ້າຢາເວ​ໄດ້​ຫົດສົງ​ແຕ່ງຕັ້ງ​ເຮົາ​ໄວ້ ເພື່ອ​ນຳ​ເອົາ​ຂ່າວ​ປະເສີດ​ໄປ​ສູ່​ຜູ້​ຍາກຈົນ ເພື່ອ​ປິ່ນປົວ​ຄົນ​ລະທົມ​ໃຈ​ແລະ​ຊອກຊໍ້າ ເພື່ອ​ປະກາດ​ການ​ປົດປ່ອຍ​ແກ່​ຊະເລີຍເສິກ ແລະ​ເສລີພາບ​ແກ່​ຜູ້​ທີ່​ຖືກ​ຂັງ​ຄຸກ.


ແຕ່​ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ແຫ່ງ​ຄວາມຈິງ ພຣະອົງ​ຊົງ​ເປັນ​ຊີວິດ​ແລະ​ເປັນ​ກະສັດ​ຕະຫລອດໄປ. ເມື່ອ​ພຣະອົງ​ໂກດຮ້າຍ ໂລກນີ້​ກໍ​ສະທ້ານ​ຫວັ່ນໄຫວ ທຸກ​ຊົນຊາດ​ບໍ່​ອາດ​ທົນທານ​ຕໍ່​ຄວາມ​ໂກດຮ້າຍຂອງ​ພຣະອົງ​ໄດ້. (


ຈົ່ງ​ໃຫ້​ພວກເຮົາ​ພະຍາຍາມ​ຮູ້ຈັກ​ພຣະເຈົ້າຢາເວ. ພຣະອົງ​ຈະ​ມາ​ຫາ​ພວກເຮົາ​ຢ່າງ​ແນ່ນອນ​ຕອນ​ຮຸ່ງເຊົ້າ ແລະ​ແນ່ແທ້ ດັ່ງ​ຝົນ​ລະດູ​ໃບໄມ້​ປົ່ງ ທີ່​ຕົກລົງ​ໃສ່​ຜືນ​ແຜ່ນດິນ​ໂລກ.”


“ຖ້າ​ຜູ້ໃດ​ກໍຕາມ ທີ່​ຕ້ອນຮັບ​ເດັກນ້ອຍ​ຄົນ​ໜຶ່ງ​ຢ່າງ​ນີ້ ໄວ້​ໃນ​ນາມ​ຂອງເຮົາ ຜູ້ນັ້ນ​ກໍ​ຕ້ອນຮັບ​ເຮົາ ແລະ​ຜູ້ໃດ​ທີ່​ຕ້ອນຮັບ​ເຮົາ ຜູ້ນັ້ນ​ກໍ​ບໍ່ໄດ້​ຕ້ອນຮັບ​ເຮົາ​ເທົ່ານັ້ນ ແຕ່​ຍັງ​ຕ້ອນຮັບ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ເໝືອນກັນ.”


ແລ້ວ​ພຣະອົງ​ກໍ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຜູ້ໃດ​ທີ່​ຕ້ອນຮັບ​ເດັກນ້ອຍ​ຄົນ​ນີ້ ໃນ​ນາມ​ຂອງເຮົາ ຜູ້ນັ້ນ​ກໍ​ຕ້ອນຮັບ​ເຮົາ ແລະ​ຜູ້​ທີ່​ຕ້ອນຮັບ​ເຮົາ ກໍ​ຕ້ອນຮັບ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ເໝືອນກັນ ເພາະວ່າ ຜູ້ໃດ​ທີ່​ເປັນ​ນ້ອຍ​ກວ່າ​ໝູ່​ໃນ​ພວກເຈົ້າ ຜູ້ນັ້ນ​ແຫຼະ ເປັນ​ຜູ້​ໃຫຍ່.”


ພວກເຈົ້າ​ເວົ້າ​ໃຫ້​ເຮົາ​ວ່າ, ເຮົາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ ຍ້ອນ​ເຮົາ​ໄດ້​ເວົ້າ​ວ່າ, ເຮົາ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ຊັ້ນບໍ?


ຂ້ານ້ອຍ​ຮູ້​ວ່າ​ພຣະບິດາເຈົ້າ​ຟັງ​ຂ້ານ້ອຍ​ຢູ່​ສະເໝີ, ແຕ່​ຂ້ານ້ອຍ​ເວົ້າ​ຢ່າງ​ນີ້​ກໍ​ເພື່ອ​ເຫັນ​ແກ່​ຄົນ​ທັງຫລາຍ​ທີ່​ຢືນ​ອ້ອມ​ຢູ່​ນີ້ ເພື່ອ​ພວກເຂົາ​ຈະ​ໄດ້​ເຊື່ອ​ວ່າ ແມ່ນ​ພຣະບິດາເຈົ້າ​ທີ່​ເປັນ​ຜູ້​ໄດ້​ໃຊ້​ຂ້ານ້ອຍ​ມາ.”


ແຕ່​ພຣະຜູ້​ຊ່ວຍ​ຄື​ພຣະວິນຍານ​ບໍຣິສຸດເຈົ້າ ຜູ້​ທີ່​ພຣະບິດາເຈົ້າ​ຈະ​ໃຊ້​ມາ​ໃນ​ນາມ​ຂອງເຮົາ ອົງ​ນັ້ນ​ແຫຼະ ຈະ​ສັ່ງສອນ​ພວກເຈົ້າ​ທຸກສິ່ງ ແລະ​ຈະ​ເຕືອນ​ໃຫ້​ພວກເຈົ້າ​ລະນຶກເຖິງ​ທຸກສິ່ງ ຊຶ່ງ​ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ​ນັ້ນ.”


ພຣະອົງ​ໃຊ້​ຂ້ານ້ອຍ​ເຂົ້າ​ມາ​ໃນ​ໂລກ​ສັນໃດ ຂ້ານ້ອຍ​ກໍ​ໃຊ້​ພວກເຂົາ​ໄປ​ໃນ​ໂລກ​ສັນນັ້ນ.


ເພື່ອ​ໃຫ້​ພວກເຂົາ​ທັງໝົດ​ເປັນ​ອັນໜຶ່ງ​ອັນດຽວກັນ, ໂອ ພຣະບິດາເຈົ້າ​ເອີຍ ຂໍໂຜດ​ໃຫ້​ພວກເຂົາ​ຢູ່​ໃນ​ເຮົາ​ທັງສອງ​ເໝືອນ​ກັນ ເໝືອນ​ດັ່ງ​ພຣະອົງ​ສະຖິດ​ຢູ່​ໃນ​ຂ້ານ້ອຍ ແລະ​ຂ້ານ້ອຍ​ຢູ່​ໃນ​ພຣະອົງ, ຂໍ​ໃຫ້​ພວກເຂົາ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ ເພື່ອ​ໂລກ​ຈະ​ເຊື່ອ​ວ່າ​ແມ່ນ​ພຣະອົງ​ນັ້ນ​ແຫຼະ ທີ່​ໃຊ້​ຂ້ານ້ອຍ​ມາ.


ຂ້ານ້ອຍ​ຢູ່​ໃນ​ພວກເຂົາ ແລະ​ພຣະອົງ​ສະຖິດ​ຢູ່​ໃນ​ຂ້ານ້ອຍ ເພື່ອ​ພວກເຂົາ​ຈະ​ເປັນ​ອັນໜຶ່ງ​ອັນດຽວ​ຢ່າງ​ຄົບ​ບໍລິບູນ ເພື່ອ​ໂລກ​ຈະ​ໄດ້​ຮູ້ຈັກ​ວ່າ ແມ່ນ​ພຣະອົງ​ນັ້ນ​ແຫຼະ ທີ່​ໃຊ້​ຂ້ານ້ອຍ​ມາ ແລະ​ທັງ​ໄດ້​ຮູ້ຈັກ​ວ່າ​ພຣະອົງ​ໄດ້​ຮັກ​ພວກເຂົາ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ຮັກ​ຂ້ານ້ອຍ.


ໂອ ພຣະບິດາເຈົ້າ ຜູ້​ຊົງ​ຊອບທຳ​ເອີຍ ໂລກນີ້​ບໍ່​ຮູ້ຈັກ​ພຣະອົງ ແຕ່​ຂ້ານ້ອຍ​ຮູ້ຈັກ​ພຣະອົງ ແລະ​ຄົນ​ເຫຼົ່ານີ້​ຮູ້ຈັກ​ວ່າ​ແມ່ນ​ພຣະອົງ​ນັ້ນ​ແຫຼະ ທີ່​ໄດ້​ຊົງ​ໃຊ້​ຂ້ານ້ອຍ​ມາ.


ຂ້ານ້ອຍ​ໄດ້​ມອບ​ຖ້ອຍຄຳ​ທີ່​ພຣະອົງ​ໄດ້​ປະທານ​ແກ່​ຂ້ານ້ອຍ ໃຫ້​ແກ່​ພວກເຂົາ ແລະ​ພວກເຂົາ​ກໍໄດ້​ຮັບ​ຖ້ອຍຄຳ​ນັ້ນ​ແລ້ວ ພວກເຂົາ​ຮູ້​ຢ່າງ​ຄັກແນ່​ວ່າ​ຂ້ານ້ອຍ​ໄດ້​ມາ​ຈາກ​ພຣະອົງ ແລະ​ເຊື່ອ​ວ່າ​ພຣະອົງ​ໄດ້​ໃຊ້​ຂ້ານ້ອຍ​ມາ.


ດ້ວຍວ່າ, ພຣະເຈົ້າ​ໄດ້​ໃຊ້​ພຣະບຸດ​ເຂົ້າ​ມາ​ໃນ​ໂລກ ບໍ່ແມ່ນ​ເພື່ອ​ຕັດສິນ​ລົງໂທດ​ມະນຸດ​ສະໂລກ ແຕ່​ເພື່ອ​ມະນຸດ​ສະໂລກ​ຈະ​ໄດ້​ພົ້ນ​ດ້ວຍ​ພຣະບຸດ​ນັ້ນ.


ພຣະອົງ​ຜູ້​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ​ນັ້ນ ກ່າວ​ພຣະທຳ​ຂອງ​ພຣະເຈົ້າ ເພາະ​ພຣະເຈົ້າ​ໄດ້​ປະທານ​ພຣະວິນຍານ​ໃຫ້​ເພິ່ນ​ຢ່າງ​ບໍ່​ຈຳກັດ.


ແລ້ວ​ເຈົ້າ​ທັງຫລາຍ​ຈະ​ເຊື່ອ​ໄດ້​ຢ່າງ​ໃດ? ເຈົ້າ​ທັງຫລາຍ​ມັກ​ຮັບ​ເອົາ​ກຽດຕິຍົດ​ຈາກ​ມະນຸດ​ດ້ວຍ​ກັນ, ແຕ່​ບໍ່​ຊອກຫາ​ກຽດຕິຍົດ​ຈາກ​ຜູ້​ທີ່​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ,


ພຣະບິດາເຈົ້າ​ຜູ້​ຊົງ​ຊີວິດ​ຢູ່​ໄດ້​ໃຊ້​ເຮົາ​ມາ ແລະ​ເຮົາ​ມີ​ຊີວິດ​ຢູ່​ເພາະ​ພຣະບິດາເຈົ້າ​ສັນໃດ ຜູ້​ທີ່​ກິນ​ເຮົາ​ກໍ​ມີ​ຊີວິດ​ຢູ່​ເພາະ​ເຮົາ​ສັນນັ້ນ​ເໝືອນກັນ.


ແຕ່​ເຮົາ​ຮູ້ຈັກ​ພຣະອົງ ເພາະ​ເຮົາ​ມາ​ຈາກ​ພຣະອົງ ແລະ​ແມ່ນ​ພຣະອົງ​ນີ້​ແຫຼະ​ໄດ້​ໃຊ້​ເຮົາ​ມາ.”


ພວກເຂົາ​ຖາມ​ພຣະອົງ​ວ່າ, “ພຣະບິດາເຈົ້າ​ຂອງທ່ານ​ຢູ່​ໃສ?” ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ພວກເຈົ້າ​ບໍ່​ຮູ້ຈັກ​ເຮົາ​ແລະ​ພຣະບິດາເຈົ້າ​ຂອງເຮົາ ຖ້າ​ພວກເຈົ້າ​ຮູ້ຈັກ​ເຮົາ ພວກເຈົ້າ​ກໍ​ຄົງ​ຮູ້ຈັກ​ພຣະບິດາເຈົ້າ​ຂອງເຮົາ​ເໝືອນກັນ.”


ຈົ່ງ​ກັບຄືນ​ມາ​ສູ່​ນິໄສ​ອັນ​ຖືກຕ້ອງ ແລະ​ເຊົາ​ເຮັດ​ບາບ​ສາ, ການ​ທີ່​ເຮົາ​ເວົ້າ​ດັ່ງນີ້ ກໍ​ເພື່ອ​ພວກເຈົ້າ​ຈະ​ລະອາຍ​ໃຈ ເພາະ​ມີ​ບາງຄົນ​ໃນ​ພວກເຈົ້າ​ຍັງ​ບໍ່​ຮູ້​ພຣະເຈົ້າ.


ເລື່ອງ​ການ​ກິນ​ອາຫານ ທີ່​ເຂົາ​ເອົາ​ບູຊາ​ແກ່​ພະທຽມ​ນັ້ນ, ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ, “ພະທຽມ​ນັ້ນ ບໍ່​ເປັນ​ຂອງ​ແທ້” ແລະ “ມີ​ພຣະເຈົ້າ​ແທ້​ແຕ່​ອົງ​ດຽວ.”


ເພາະ​ພຣະເຈົ້າ​ອົງ​ທີ່​ໄດ້​ກ່າວ​ວ່າ, “ໃຫ້​ແສງແຈ້ງ​ສ່ອງ​ອອກ​ຈາກ​ຄວາມມືດ” ເປັນ​ພຣະເຈົ້າ​ອົງ​ທີ່​ສ່ອງ​ແສງ​ສະຫວ່າງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ເຖິງ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ຊຶ່ງ​ສ່ອງ​ແສງ​ສະຫວ່າງ​ໃນ​ໃບ​ໜ້າ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ເຮົາ​ຕ້ອງການ​ຈະ​ໄດ້​ຮູ້ຈັກ​ພຣະອົງ ແລະ​ຮູ້ຈັກ​ຣິດອຳນາດ​ອັນ​ປາກົດ ໃນ​ການ​ທີ່​ພຣະອົງ​ຊົງ​ຄືນພຣະຊົນ ແລະ​ຮ່ວມ​ທຸກ​ກັບ​ພຣະອົງ ຄື​ຍອມ​ຮັບ​ຄວາມ​ຕາຍ​ເໝືອນ​ຢ່າງ​ພຣະອົງ,


ທີ່​ຈິງ ເຮົາ​ຖື​ວ່າ​ສິ່ງສາລະພັດ​ເປັນ​ຂອງ​ໄຮ້​ປະໂຫຍດ ເພາະ​ເຫັນ​ແກ່​ສິ່ງ​ທີ່​ມີ​ຄຸນຄ່າ​ຫລາຍ​ເຫລືອລົ້ນ​ກວ່າ​ນັ້ນ​ອີກ ຄື​ການ​ຮູ້​ເຖິງ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງເຮົາ ເພາະ​ເຫດ​ພຣະອົງ​ນັ້ນ ເຮົາ​ຈຶ່ງ​ໄດ້​ຍອມ​ສະຫລະ​ສິ່ງສາລະພັດ ແລະ​ຖື​ວ່າ​ສິ່ງ​ເຫຼົ່ານັ້ນ​ເປັນ​ເໝືອນ​ຂີ້ເຫຍື້ອ ເພື່ອ​ຈະ​ໄດ້​ອົງ​ພຣະຄຣິດ​ມາ​ເປັນ​ປະໂຫຍດ​ແກ່​ເຮົາ


ຄົນ​ທັງໝົດ​ເຫຼົ່ານັ້ນ ຕ່າງ​ກໍ​ເວົ້າ​ເຖິງ​ພວກເຈົ້າ​ວ່າ ພວກເຈົ້າ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງ​ໃດ ເມື່ອ​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ ແລະ​ພວກເຂົາ​ເວົ້າ​ວ່າ, ພວກເຈົ້າ​ໄດ້​ຫັນ​ໜີ​ຈາກ​ຮູບເຄົາຣົບ​ມາ​ຫາ​ພຣະເຈົ້າ​ຢ່າງ​ໃດ ເພື່ອ​ບົວລະບັດ​ຮັບໃຊ້​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ຊົງ​ຊີວິດ​ຢູ່,


ເພື່ອ​ລົງໂທດ​ຜູ້​ທີ່​ປະຕິເສດ​ພຣະເຈົ້າ ແລະ​ຜູ້​ທີ່​ບໍ່​ຍອມ​ເຊື່ອຟັງ​ຂ່າວປະເສີດ​ເລື່ອງ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ.


ດັ່ງນັ້ນ ພີ່ນ້ອງ​ຊາຍ​ຍິງ​ຜູ້​ບໍຣິສຸດ​ທັງຫລາຍ ທີ່​ພຣະເຈົ້າ​ເອີ້ນ​ມາ​ດ້ວຍ​ກັນ​ກັບ​ເຮົາ​ເອີຍ ຈົ່ງ​ພິຈາລະນາ​ເບິ່ງ​ອັກຄະສາວົກ ແລະ​ມະຫາ​ປະໂຣຫິດ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຮົາ ຄື​ພຣະເຢຊູເຈົ້າ.


ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຈົ່ງ​ເພີ່ມ​ທະວີຄູນ​ແກ່​ເຈົ້າ​ທັງຫລາຍ ໂດຍ​ການ​ຮູ້ຈັກ​ໃນ​ພຣະເຈົ້າ ແລະ​ໃນ​ພຣະເຢຊູເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ.


ດ້ວຍ​ເຫັນ​ແລ້ວ​ວ່າ ຣິດເດດ​ຂອງ​ພຣະເຈົ້າ​ໄດ້​ຊົງ​ປະທານ​ສິ່ງສາລະພັດ​ແກ່​ພວກເຮົາ ຊຶ່ງ​ຈຳເປັນ​ຕໍ່​ຊີວິດ ແລະ​ຕໍ່​ການ​ດຳເນີນ​ຕາມ​ທາງ​ຂອງ​ພຣະເຈົ້າ ໂດຍ​ການ​ຮູ້ຈັກ​ພຣະອົງ ຜູ້​ທີ່​ຊົງ​ເອີ້ນ​ພວກເຈົ້າ​ດ້ວຍ​ສະຫງ່າຣາສີ ແລະ​ຄວາມ​ລໍ້າເລີດ​ຂອງ​ພຣະອົງ​ເອງ.


ດ້ວຍວ່າ, ຖ້າ​ສິ່ງ​ເຫຼົ່ານີ້ ມີ​ຢູ່​ໃນ​ພວກເຈົ້າ​ຢ່າງ​ບໍຣິບູນ​ແລ້ວ ກໍ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ຄົນ​ດຸໝັ່ນ ແລະ​ເກີດຜົນ​ໃນ​ການ​ຮູ້ຈັກ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ.


ເມື່ອ​ຊີວິດ​ນັ້ນ​ໄດ້​ມາ​ປາກົດ ພວກເຮົາ​ກໍໄດ້​ເຫັນ. ດັ່ງນັ້ນ ພວກເຮົາ​ຈຶ່ງ​ເປັນ​ພະຍານ​ເຖິງ​ຊີວິດ​ນັ້ນ ແລະ​ປະກາດ​ແກ່​ພວກເຈົ້າ​ເຖິງ​ຊີວິດ​ນິຣັນດອນ ຊຶ່ງ​ໄດ້​ມີ​ຢູ່​ກັບ​ພຣະບິດາເຈົ້າ ແລະ​ໄດ້​ປາກົດ​ແກ່​ພວກເຮົາ.


ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ​ແລະ​ໄດ້ຍິນ​ນັ້ນ ພວກເຮົາ​ກໍ​ປະກາດ​ແກ່​ພວກເຈົ້າ​ເໝືອນກັນ ເພື່ອ​ວ່າ​ພວກເຈົ້າ​ຈະ​ເຂົ້າ​ຮ່ວມ​ສາມັກຄີທຳ​ກັບ​ພວກເຮົາ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ກັບ​ພຣະບິດາເຈົ້າ ແລະ ກັບ​ພຣະເຢຊູ​ຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ.


ດ້ວຍວ່າ, ຜູ້​ທີ່​ປະຕິເສດ​ພຣະບຸດ ກໍ​ປະຕິເສດ​ພຣະບິດາເຈົ້າ​ເໝືອນກັນ, ຜູ້​ທີ່​ຍອມ​ຮັບ​ພຣະບຸດ ຜູ້ນັ້ນ​ກໍ​ມີ​ພຣະບິດາເຈົ້າ​ເໝືອນກັນ.


ສ່ວນ​ເຮົາ​ທັງຫລາຍ​ເປັນ​ຝ່າຍ​ພຣະເຈົ້າ ຜູ້ໃດ​ທີ່​ຮູ້ຈັກ​ພຣະເຈົ້າ​ກໍ​ຟັງ​ພວກເຮົາ, ຜູ້ໃດ​ທີ່​ບໍ່​ເປັນ​ຝ່າຍ​ພຣະເຈົ້າ ກໍ​ບໍ່​ຟັງ​ພວກເຮົາ. ດັ່ງນີ້ແຫລະ ພວກເຮົາ​ຈຶ່ງ​ບອກ​ໄດ້​ວ່າ​ວິນຍານ​ຝ່າຍ​ຄວາມຈິງ ແລະ​ວິນຍານ​ຝ່າຍ​ຄວາມຜິດ​ນັ້ນ​ແຕກຕ່າງ​ກັນ​ຢ່າງ​ໃດ.


ເຮົາ​ທັງຫລາຍ​ຮູ້​ວ່າ ພຣະບຸດ​ຂອງ​ພຣະເຈົ້າ​ສະເດັດ​ມາ ແລະ​ໄດ້​ຊົງ​ໂຜດ​ປະທານ​ສະຕິປັນຍາ​ໃຫ້​ແກ່​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະ​ຜູ້​ຊົງ​ທ່ຽງແທ້ ແລະ​ເຮົາ​ທັງຫລາຍ​ຢູ່​ໃນ​ພຣະ​ຜູ້​ຊົງ​ທ່ຽງແທ້​ນັ້ນ ຄື​ໃນ​ພຣະເຢຊູ​ຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ, ນີ້ແຫລະ ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ເປັນ​ຊີວິດ​ນິຣັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka