ໂຢຮັນ 16:2 - ພຣະຄຳພີສັກສິ2 ພວກເຈົ້າຈະຖືກໄລ່ອອກຈາກທຳມະສາລາ ແລະເວລາໜຶ່ງຈະມາເຖິງ ເມື່ອຜູ້ທີ່ຂ້າພວກເຈົ້າຈະຄິດວ່າ ການກະທຳຂອງຕົນຢ່າງນັ້ນ ເປັນການຖວາຍກຽດແກ່ພຣະເຈົ້າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່2 ພວກເຂົາຈະຂັບໄລ່ພວກເຈົ້າອອກຈາກທຳມະສາລາ, ໃນຄວາມເປັນຈິງແລ້ວ ເວລາກຳລັງຈະມາເຖິງເມື່ອຜູ້ທີ່ຂ້າພວກເຈົ້າຈະຄິດວ່າພວກເຂົາກຳລັງຮັບໃຊ້ພຣະເຈົ້າຢູ່. Uka jalj uñjjattʼäta |
ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວກ່າວ ພວກເຈົ້າຜູ້ທີ່ຢຳເກງແລະເຊື່ອຟັງພຣະອົງວ່າ: “ເພາະພວກເຈົ້າສັດຊື່ຕໍ່ເຮົາ ບາງຄົນໃນພວກເຈົ້າເອງຈະກຽດຊັງເຈົ້າ ແລະຈະບໍ່ຄົບຫາສະມາຄົມກັບເຈົ້າ. ພວກເຂົາຈະຫຍໍ້ຫຍັນເຈົ້າ ແລະເວົ້າວ່າ, ‘ຂໍໃຫ້ພຣະເຈົ້າຢາເວສຳແດງຄວາມຍິ່ງໃຫຍ່ຂອງພຣະອົງ ແລະຊ່ວຍເຈົ້າໃຫ້ພົ້ນສາ ເພື່ອວ່າພວກເຮົາຈະໄດ້ເຫັນເຈົ້າມີຄວາມສຸກ,’ ແຕ່ພວກເຂົາເອງຈະໄດ້ຮັບຄວາມອັບອາຍ