1 “ເຮົາໄດ້ບອກເຊັ່ນນີ້ ເພື່ອວ່າພວກເຈົ້າຈະບໍ່ໄດ້ເກີດຄວາມສະດຸດໃຈ.
1 “ຂໍ້ຄວາມທັງໝົດນີ້ເຮົາໄດ້ບອກພວກເຈົ້າໄວ້ ເພື່ອພວກເຈົ້າຈະບໍ່ຫລົງທາງໄປ.
ຜູ້ໃດທີ່ບໍ່ສົງໄສເຮົາກໍເປັນສຸກ.”
ແຕ່ບໍ່ໃຫ້ພຣະທຳນັ້ນໄດ້ຝັງຮາກເລິກລົງໃນຈິດໃຈຂອງພວກຕົນ ກໍທົນຢູ່ບໍ່ໄດ້ດົນ, ເມື່ອເກີດຄວາມຍາກລຳບາກ ຫລືຖືກການຂົ່ມເຫັງເພາະພຣະທຳນັ້ນ ຕົນຈຶ່ງເຊົາເຊື່ອພຣະທຳນັ້ນທັນທີ.
ດັ່ງນັ້ນ ພວກເຂົາຈຶ່ງບໍ່ຍອມຮັບພຣະອົງ. ພຣະເຢຊູເຈົ້າຊົງກ່າວແກ່ພວກເຂົາວ່າ, “ຜູ້ປະກາດພຣະທຳຈະບໍ່ຂາດຄວາມນັບຖືໃນທຸກບ່ອນ ເວັ້ນໄວ້ແຕ່ໃນບ້ານເມືອງຂອງຕົນ ແລະຈາກຄອບຄົວຂອງຕົນ.”
ໃນເວລານັ້ນ ຫລາຍຄົນຈະປະຖິ້ມຄວາມເຊື່ອຂອງຕົນ, ຈະຫັກຫລັງກັນແລະກັນ ຈະກຽດຊັງຊຶ່ງກັນແລະກັນ.
“ເຮົາໄດ້ບອກຂໍ້ຄວາມເຫຼົ່ານີ້ແກ່ພວກເຈົ້າ ເພື່ອຄວາມຊົມຊື່ນຍິນດີຂອງເຮົາຈະໄດ້ຢູ່ໃນພວກເຈົ້າ ແລະເພື່ອວ່າຄວາມຊົມຊື່ນຍິນດີຂອງພວກເຈົ້າຈະໄດ້ຄົບເຕັມບໍລິບູນ.
ແຕ່ເຮົາໄດ້ບອກສິ່ງເຫຼົ່ານີ້ແກ່ພວກເຈົ້າ ເພື່ອວ່າເມື່ອເວລານັ້ນມາເຖິງ ພວກເຂົາຈະເຮັດສິ່ງເຫຼົ່ານີ້ ພວກເຈົ້າຈະສຳນຶກໄດ້ວ່າ ເຮົາໄດ້ບອກພວກເຈົ້າໄວ້ແລ້ວ.” “ເຮົາບໍ່ໄດ້ບອກສິ່ງເຫຼົ່ານີ້ແກ່ພວກເຈົ້າຕັ້ງແຕ່ຕົ້ນ ເພາະວ່າເຮົາຍັງຢູ່ກັບພວກເຈົ້າ.
ການທີ່ຈະບໍ່ກິນຊີ້ນ ຫລືດື່ມເຫຼົ້າ ຫລືເຮັດສິ່ງໃດໆ ຊຶ່ງເປັນເຫດໃຫ້ພີ່ນ້ອງຊູນສະດຸດໃຈ ກໍເປັນການຖືກຕ້ອງຢູ່ແລ້ວ.
ເພື່ອເຈົ້າທັງຫລາຍຈະສັງເກດໄດ້ວ່າ ສິ່ງໃດປະເສີດທີ່ສຸດ ແລະເພື່ອພວກເຈົ້າຈະເປັນຄົນບໍຣິສຸດ ບໍ່ມີທີ່ຕິຕຽນໄດ້ໃນວັນແຫ່ງພຣະຄຣິດ.
ແລະ “ເປັນຫີນທີ່ຈະເຮັດໃຫ້ຄົນຕຳສະດຸດ ແລະເປັນຫີນທີ່ເຮັດໃຫ້ ພວກເຂົາສະດຸດລົ້ມ” ທີ່ພວກເຂົາສະດຸດນັ້ນ ກໍເພາະພວກເຂົາບໍ່ເຊື່ອຟັງພຣະທຳ ພວກເຂົາກໍຖືກຊົງກຳນົດໄວ້ ສຳລັບການນີ້ແຫຼະ.