Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 14:3 - ພຣະຄຳພີສັກສິ

3 ເມື່ອ​ເຮົາ​ໄປ​ຈັດຕຽມ​ບ່ອນ​ໄວ້​ສຳລັບ​ພວກເຈົ້າ​ແລ້ວ ເຮົາ​ຈະ​ກັບຄືນ​ມາ​ຮັບ​ເອົາ​ພວກເຈົ້າ​ໄປ​ຢູ່​ກັບ​ເຮົາ ເພື່ອ​ວ່າ​ເຮົາ​ຢູ່​ທີ່​ໃດ ພວກເຈົ້າ​ກໍ​ຈະ​ຢູ່​ທີ່​ນັ້ນ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ແລະ ເມື່ອ​ເຮົາ​ໄປ​ຈັດຕຽມ​ບ່ອນ​ໄວ້​ສຳລັບ​ພວກເຈົ້າ, ເຮົາ​ຈະ​ກັບ​ຄືນ​ມາ​ຮັບ​ເອົາ​ພວກເຈົ້າ​ໄປ​ຢູ່​ກັບ​ເຮົາ​ເພື່ອ​ວ່າ​ເຮົາ​ຢູ່​ທີ່​ໃດ​ພວກເຈົ້າ​ກໍ​ຈະ​ຢູ່​ທີ່​ນັ້ນ​ເໝືອນກັນ.

Uka jalj uñjjattʼäta Copia luraña




ໂຢຮັນ 14:3
20 Jak'a apnaqawi uñst'ayäwi  

ຖ້າ​ຜູ້ໃດ​ບົວລະບັດ​ຮັບໃຊ້​ເຮົາ ໃຫ້​ຜູ້ນັ້ນ​ຕິດຕາມ​ເຮົາ​ມາ ເຮົາ​ຢູ່​ທີ່​ໃດ​ຜູ້​ບົວລະບັດ​ຮັບໃຊ້​ເຮົາ ກໍຈະ​ຢູ່​ທີ່​ນັ້ນ​ເໝືອນກັນ ຝ່າຍ​ພຣະບິດາເຈົ້າ​ຂອງເຮົາ ຈະ​ໃຫ້​ກຽດຕິຍົດ​ແກ່​ທຸກຄົນ ທີ່​ບົວລະບັດ​ຮັບໃຊ້​ເຮົາ.”


ພວກເຈົ້າ​ໄດ້ຍິນ​ເຮົາ​ບອກ​ພວກເຈົ້າ​ແລ້ວ​ວ່າ ເຮົາ​ກຳລັງ​ຈະ​ຈາກ​ໄປ ແຕ່​ເຮົາ​ຈະ​ກັບ​ມາ​ຫາ​ພວກເຈົ້າ, ຖ້າ​ພວກເຈົ້າ​ຮັກ​ເຮົາ ພວກເຈົ້າ​ກໍ​ຈະ​ຊົມຊື່ນ​ຍິນດີ ທີ່​ເຮົາ​ໄປ​ຫາ​ພຣະບິດາເຈົ້າ ເພາະ​ພຣະອົງ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ.


ພວກເຈົ້າ​ຮູ້ຈັກ​ທາງ​ທີ່​ເຮົາ​ຈະ​ໄປ​ນັ້ນ.”


ໂອ ພຣະບິດາເຈົ້າ​ເອີຍ ພຣະອົງ​ໄດ້​ມອບ​ພວກເຂົາ​ໃຫ້​ແກ່​ຂ້ານ້ອຍ, ຂ້ານ້ອຍ​ຢາກ​ໃຫ້​ພວກເຂົາ​ຢູ່​ກັບ​ຂ້ານ້ອຍ ໃນ​ບ່ອນ​ທີ່​ຂ້ານ້ອຍ​ຢູ່​ນັ້ນ​ເໝືອນກັນ ເພື່ອ​ພວກເຂົາ​ຈະ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ຂ້ານ້ອຍ ທີ່​ພຣະອົງ​ໄດ້​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ເພາະ​ພຣະອົງ​ຮັກ​ຂ້ານ້ອຍ​ຕັ້ງແຕ່​ກ່ອນ​ສ້າງ​ໂລກ.


ແລະ​ກ່າວ​ວ່າ, “ຊາວ​ຄາລີເລ​ເອີຍ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢືນ​ເບິ່ງ​ທ້ອງຟ້າ? ພຣະເຢຊູເຈົ້າ​ອົງ​ນີ້​ທີ່​ຖືກ​ຮັບ​ໄປ​ຈາກ​ພວກເຈົ້າ ຂຶ້ນ​ສູ່​ສະຫວັນ​ແລ້ວ ພຣະອົງ​ຈະ​ມາ​ປາກົດ​ຢ່າງ​ທີ່​ພວກເຈົ້າ​ໄດ້​ເຫັນ​ພຣະອົງ​ຂຶ້ນ​ສູ່​ສະຫວັນ​ນັ້ນ​ແຫຼະ.”


ແລະ​ຖ້າ​ເຮົາ​ທັງຫລາຍ​ເປັນ​ບຸດ​ແລ້ວ ເຮົາ​ກໍ​ເປັນ​ຜູ້​ຮັບ​ມໍຣະດົກ​ດ້ວຍ ຄື​ເປັນ​ຜູ້​ຮັບ​ມໍຣະດົກ​ຈາກ​ພຣະເຈົ້າ ແລະ​ເປັນ​ຜູ້​ຮ່ວມ​ຮັບ​ມໍຣະດົກ​ກັບ​ພຣະຄຣິດ ຖ້າ​ແມ່ນ​ເຮົາ​ທັງຫລາຍ​ໄດ້​ທົນທຸກ​ທໍລະມານ​ດ້ວຍກັນ​ກັບ​ພຣະອົງ​ນັ້ນ ພວກເຮົາ​ກໍ​ຈະ​ໄດ້​ຮັບ​ສະຫງ່າຣາສີ​ກັບ​ພຣະອົງ​ເໝືອນກັນ.


ເຮົາ​ລັ່ງເລ​ໃຈ​ຢູ່​ໃນ​ລະຫວ່າງ​ສອງ​ຝ່າຍ​ນີ້ ຄື​ວ່າ​ເຮົາ​ມີ​ຄວາມ​ປາຖະໜາ​ທີ່​ຈະ​ຈາກ​ໄປ ເພື່ອ​ຢູ່​ກັບ​ພຣະຄຣິດ ຊຶ່ງ​ປະເສີດ​ຫລາຍກວ່າ,


ເພື່ອ​ວ່າ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ​ຈະ​ໄດ້​ຮັບ​ກຽດຕິຍົດ​ຈາກ​ພວກເຈົ້າ ແລະ​ເພື່ອ​ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ກຽດຕິຍົດ​ເພາະ​ພຣະອົງ ໂດຍ​ພຣະຄຸນ​ພຣະເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ.


ຖ້າ​ພວກເຮົາ​ອົດທົນ​ເອົາ ພວກເຮົາ​ກໍ​ຈະ​ປົກຄອງ​ຮ່ວມ​ກັບ​ພຣະອົງ. ຖ້າ​ພວກເຮົາ​ປະຕິເສດ​ພຣະອົງ ພຣະອົງ​ກໍ​ຈະ​ປະຕິເສດ​ພວກເຮົາ​ເໝືອນກັນ.


ພຣະຄຣິດ​ກໍ​ສັນນັ້ນ ໄດ້​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງ​ບູຊາ​ເທື່ອ​ດຽວ ເພື່ອ​ລຶບລ້າງ​ບາບກຳ​ຂອງ​ຄົນ​ຈຳນວນ​ຫລວງຫລາຍ. ພຣະອົງ​ຈະ​ມາ​ປາກົດ​ເທື່ອ​ທີ​ສອງ​ໂດຍ​ບໍ່​ກ່ຽວກັບ​ຄວາມ​ບາບ ແຕ່​ເພື່ອ​ໂຜດ​ຊ່ວຍ​ເອົາ​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ​ດ້ວຍ​ໃຈ​ຮ້ອນຮົນ​ໃຫ້​ໄດ້​ຮັບ​ຄວາມ​ພົ້ນ.


ຜູ້​ທີ່​ໄຊຊະນະ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ນັ່ງ​ກັບ​ເຮົາ​ເທິງ​ບັນລັງ​ຂອງເຮົາ ເໝືອນ​ກັບ​ທີ່​ເຮົາ​ມີ​ໄຊຊະນະ​ແລ້ວ ແລະ​ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງເຮົາ​ເທິງ​ຣາຊບັນລັງ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka