Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 13:4 - ພຣະຄຳພີສັກສິ

4 ດັ່ງນັ້ນ ພຣະອົງ​ຈຶ່ງ​ລຸກຂຶ້ນ​ຈາກ​ພາເຂົ້າ ແລ້ວ​ແກ້​ເສື້ອ​ຊັ້ນນອກ​ອອກ ແລະ​ໃຊ້​ຜ້າ​ມັດ​ແອວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ດັ່ງນັ້ນ ພຣະອົງ​ຈຶ່ງ​ລຸກຂຶ້ນ​ຈາກ​ໂຕະອາຫານ ແກ້​ເສື້ອຄຸມ​ຂອງ​ພຣະອົງ​ອອກ ແລະ ເອົາ​ຜ້າເຊັດໂຕ​ມັດແອວ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ໂຢຮັນ 13:4
9 Jak'a apnaqawi uñst'ayäwi  

ກະສັດ​ເຢໂຮຊາຟັດ​ຈຶ່ງ​ຖາມ​ວ່າ, “ຢູ່​ທີ່​ນີ້ ມີ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ​ພໍ​ທີ່​ພວກເຮົາ​ຈະ​ຖາມ​ພຣະເຈົ້າຢາເວ​ຜ່ານ​ທາງ​ເພິ່ນ​ໄດ້​ແດ່​ບໍ່?” ນາຍ​ທະຫານ​ຄົນ​ໜຶ່ງ​ໃນ​ກອງທັບ​ຂອງ​ກະສັດ​ໂຢຣາມ​ຕອບ​ວ່າ, “ເອລີຊາ ລູກຊາຍ​ຂອງ​ຊາຟັດ​ຢູ່​ບ່ອນ​ນີ້. ເພິ່ນ​ເຄີຍ​ເປັນ​ຜູ້​ຊ່ວຍ​ຂອງ​ເອລີຢາ.”


ເມື່ອ​ພວກ​ຄົນ​ຮັບໃຊ້​ທີ່​ນາຍ​ຂອງຕົນ​ມາ​ພົບ ພວກເຂົາ​ຕຽມພ້ອມ​ຢູ່​ກໍ​ເປັນ​ສຸກ ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ໃຊ້​ຜ້າ​ຮັດ​ແອວ​ຂອງຕົນ ແລະ​ບອກ​ພວກ​ຄົນ​ຮັບໃຊ້​ນັ່ງ​ລົງ ເພື່ອ​ຮັບປະທານ​ອາຫານ​ແລ້ວ​ເພິ່ນ​ກໍ​ຈະ​ຮັບໃຊ້​ພວກເຂົາ.


“ໃນ​ພວກເຈົ້າ ທີ່​ມີ​ຂ້ອຍໃຊ້​ໄຖ​ນາ​ຫລື​ລ້ຽງ​ແກະ ເມື່ອ​ຂ້ອຍໃຊ້​ນັ້ນ​ກັບ​ມາ​ແຕ່​ທົ່ງ ໃຜ​ຈະ​ກ່າວ​ແກ່​ຂ້ອຍໃຊ້​ນັ້ນ​ວ່າ, ‘ຈົ່ງ​ເຂົ້າ​ມາ​ນັ່ງ​ໂຕະ​ໂລດ?’


ແນ່ນອນ​ຄົງ​ບໍ່​ເປັນ​ເຊັ່ນນັ້ນ ແຕ່​ເຈົ້າ​ຄົງ​ຈະ​ເວົ້າ​ກັບ​ລາວ​ວ່າ, ‘ຈົ່ງ​ຕຽມ​ເຂົ້າ​ແລງ​ໃຫ້​ເຮົາ ແລະ​ລໍ​ຖ້າ​ຮັບໃຊ້​ເຮົາ ຈົນກວ່າ​ເຮົາ​ກິນ​ແລະ​ດື່ມ​ແລ້ວ ແລະ​ຫລັງຈາກ​ນັ້ນ​ເຈົ້າ​ຈຶ່ງ​ກິນ​ແລະ​ດື່ມ​ໄດ້.’


ຜູ້ໃດ​ເປັນ​ໃຫຍ່​ກວ່າ​ກັນ ຜູ້​ທີ່​ນັ່ງ​ກິນ ຫລື​ຜູ້​ທີ່​ຮັບໃຊ້? ແນ່ນອນ​ແລ້ວ ຕ້ອງ​ແມ່ນ​ຜູ້​ທີ່​ນັ່ງ​ກິນ​ເທິງ​ໂຕະ, ແຕ່​ເຮົາ​ຢູ່​ທ່າມກາງ​ພວກເຈົ້າ ເໝືອນ​ດັ່ງ​ຄົນ​ທີ່​ຮັບໃຊ້​ຜູ້ໜຶ່ງ.


ຫລັງຈາກ​ທີ່​ພຣະອົງ​ໄດ້​ລ້າງ​ຕີນ​ຂອງ​ພວກເພິ່ນ​ແລ້ວ ພຣະອົງ​ກໍ​ເອົາ​ເສື້ອ​ຊັ້ນນອກ​ມາ​ນຸ່ງ​ຄືນ ແລະ​ກັບ​ໄປ​ທີ່​ພາເຂົ້າ ແລ້ວ​ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ເຂົ້າໃຈ​ເຖິງ​ສິ່ງ​ທີ່​ເຮົາ​ຫາ​ກໍ​ເຮັດ​ຕໍ່​ພວກເຈົ້າ​ນີ້​ແລ້ວ​ບໍ?


ເພາະວ່າ ເຈົ້າ​ທັງຫລາຍ​ຮູ້ຈັກ​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ແລ້ວ​ວ່າ ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ຮັ່ງມີ ພຣະອົງ​ກໍ​ຍັງ​ຊົງ​ຍອມ​ກາຍເປັນ​ຄົນ​ຍາກຈົນ ເພາະ​ເຫັນ​ແກ່​ເຈົ້າ​ທັງຫລາຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ກາຍເປັນ​ຄົນ​ຮັ່ງມີ ເນື່ອງ​ຈາກ​ຄວາມ​ຍາກຈົນ​ຂອງ​ພຣະອົງ.


ຖ້ອຍຄຳ​ທີ່​ພວກເຈົ້າ​ໄດ້ຍິນ​ແລະ​ໄດ້​ຟັງ​ມາ​ຕັ້ງແຕ່​ຕອນ​ຕົ້ນ​ນັ້ນ ຄື​ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka