Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 13:3 - ພຣະຄຳພີສັກສິ

3 ພຣະເຢຊູເຈົ້າ​ຮູ້​ວ່າ ພຣະບິດາເຈົ້າ​ໄດ້​ມອບ​ທຸກສິ່ງ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ ແລະ​ຮູ້​ວ່າ​ພຣະອົງ​ເອງ​ມາ​ຈາກ​ພຣະເຈົ້າ ແລະ ກຳລັງ​ຈະ​ກັບ​ເມືອ​ຫາ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ພຣະເຢຊູເຈົ້າ​ຮູ້​ວ່າ​ພຣະບິດາເຈົ້າ​ໄດ້​ມອບ​ທຸກ​ສິ່ງ​ໄວ້​ໃຕ້​ອຳນາດ​ຂອງ​ພຣະອົງ ແລະ ຮູ້​ວ່າ​ພຣະອົງ​ມາ​ຈາກ​ພຣະເຈົ້າ ແລະ ກຳລັງ​ກັບ​ເມືອ​ຫາ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ໂຢຮັນ 13:3
22 Jak'a apnaqawi uñst'ayäwi  

“ພຣະບິດາ​ຂອງເຮົາ​ໄດ້​ມອບ​ສິ່ງ​ສາລະພັດ​ໃຫ້​ແກ່​ເຮົາ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ​ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”


ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ຫຍັບ​ເຂົ້າ​ມາ​ໃກ້ ແລ້ວ​ຊົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ອຳນາດ​ທັງໝົດ​ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.


“ພຣະບິດາເຈົ້າ​ຂອງເຮົາ​ໄດ້​ຊົງ​ມອບ​ສິ່ງສາລະພັດ​ໃຫ້​ແກ່​ເຮົາ ບໍ່ມີ​ຜູ້ໃດ​ຮູ້​ພຣະບຸດ ນອກຈາກ​ພຣະບິດາເຈົ້າ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”


ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ທີ່​ເປັນ​ພຣະເຈົ້າ ຊຶ່ງ​ຢູ່​ໃນ​ຊວງ​ເອິກ​ຂອງ​ພຣະບິດາເຈົ້າ ພຣະອົງ​ນັ້ນ​ແຫຼະ ໄດ້​ເຮັດ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະເຈົ້າ.


ກ່ອນ​ເຖິງ​ວັນ​ເທດສະການ​ປັດສະຄາ ພຣະເຢຊູເຈົ້າ​ຮູ້​ດີ​ວ່າ ເວລາ​ທີ່​ພຣະອົງ​ຈະ​ຈາກ​ໂລກນີ້ ໄປ​ຫາ​ພຣະບິດາເຈົ້າ​ກໍ​ມາ​ເຖິງ​ແລ້ວ ພຣະອົງ​ຮັກ​ພວກ​ຂອງ​ພຣະອົງ​ຢູ່​ໃນ​ໂລກນີ້ ແລະ​ພຣະອົງ​ຮັກ​ພວກເຂົາ​ຈົນເຖິງ​ທີ່ສຸດ.


ດ້ວຍວ່າ, ພຣະອົງ​ໃຫ້​ພຣະບຸດ​ມີ​ສິດ​ອຳນາດ​ເໜືອ​ມະນຸດ​ທັງປວງ ເພື່ອ​ວ່າ​ພຣະບຸດ​ຈະ​ໄດ້​ໃຫ້​ຊີວິດ​ນິຣັນດອນ​ແກ່​ທຸກຄົນ ທີ່​ພຣະອົງ​ໄດ້​ມອບ​ໃຫ້​ພຣະບຸດ​ນັ້ນ.


ບໍ່ມີ​ຜູ້ໃດ​ເຄີຍ​ຂຶ້ນ​ໄປ​ສະຫວັນ ນອກຈາກ​ບຸດ​ມະນຸດ​ຜູ້​ທີ່​ໄດ້​ລົງ​ມາ​ຈາກ​ສະຫວັນ.


ພຣະບິດາ​ຮັກ​ພຣະບຸດ ແລະ​ມອບ​ທຸກສິ່ງ​ໄວ້​ໃນ​ກຳມື​ຂອງ​ພຣະບຸດ.


ແຕ່​ເຮົາ​ຮູ້ຈັກ​ພຣະອົງ ເພາະ​ເຮົາ​ມາ​ຈາກ​ພຣະອົງ ແລະ​ແມ່ນ​ພຣະອົງ​ນີ້​ແຫຼະ​ໄດ້​ໃຊ້​ເຮົາ​ມາ.”


ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ຕໍ່ໄປ​ອີກ​ໜ້ອຍໜຶ່ງ ແລ້ວ​ເຮົາ​ກໍ​ຈະ​ກັບ​ໄປ​ຫາ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.


ພຣະເຢຊູເຈົ້າ​ໄດ້ຕອບ​ພວກເຂົາ​ວ່າ, “ເຖິງ​ແມ່ນ​ເຮົາ​ເປັນ​ພະຍານ​ໃຫ້​ຕົນເອງ ຄຳ​ພະຍານ​ຂອງເຮົາ​ກໍ​ເປັນ​ຄວາມຈິງ ເພາະ​ເຮົາ​ຮູ້​ວ່າ​ເຮົາ​ມາ​ແຕ່​ໃສ ແລະ​ຈະ​ໄປ​ໃສ ສ່ວນ​ພວກເຈົ້າ​ບໍ່​ຮູ້​ວ່າ ເຮົາ​ໄດ້​ມາ​ແຕ່​ໃສ ແລະ​ຈະ​ໄປ​ໃສ.


ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກເຂົາ​ວ່າ, “ຖ້າ​ພຣະເຈົ້າ​ເປັນ​ພຣະບິດາ​ຂອງ​ພວກເຈົ້າ​ແທ້​ແລ້ວ ພວກເຈົ້າ​ກໍ​ຈະ​ໄດ້​ຮັກ​ເຮົາ ເພາະ​ເຮົາ​ມາ​ຈາກ​ພຣະເຈົ້າ ແລະ​ເຮົາ​ຢູ່​ທີ່​ນີ້. ເຮົາ​ບໍ່ໄດ້​ມາ​ຕາມ​ລຳພັງໃຈ​ຂອງເຮົາ​ເອງ ແຕ່​ພຣະອົງ​ຊົງ​ໃຊ້​ເຮົາ​ມາ.


ເຫດສະນັ້ນ ປະຊາຊົນ​ອິດສະຣາເອນ​ທຸກຄົນ​ເອີຍ ພວກທ່ານ​ຈຳເປັນ​ຕ້ອງ​ຮູ້​ຢ່າງ​ຄັກແນ່​ວ່າ ພຣະເຢຊູເຈົ້າ​ອົງ​ນີ້ ຜູ້​ທີ່​ພວກທ່ານ​ໄດ້​ຕອກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ນັ້ນ​ແຫຼະ ແມ່ນ​ຜູ້​ທີ່​ຖືກ​ຕັ້ງ​ໄວ້​ໃຫ້​ເປັນ​ທັງ​ພຣະອົງເຈົ້າ ແລະ​ເປັນ​ພຣະຄຣິດ.”


ເຫດວ່າ, “ພຣະເຈົ້າ​ຊົງ​ປາບ​ສິ່ງສາລະພັດ​ລົງ​ໃຕ້​ພຣະບາດ​ຂອງ​ພຣະອົງ​ແລ້ວ.” ເປັນ​ທີ່​ຈະແຈ້ງ​ຢ່າງ​ຄັກແນ່​ແລ້ວ ຄຳ​ວ່າ, “ສິ່ງສາລະພັດ” ບໍ່​ລວມເອົາ​ພຣະເຈົ້າ​ເຂົ້າ​ນຳ ຄື​ອົງ​ທີ່​ຊົງ​ປາບ​ທຸກສິ່ງ​ໃຫ້​ຢູ່​ໃຕ້​ພຣະບາດ​ຂອງ​ພຣະຄຣິດ.


ແຕ່​ໃນ​ຍຸກ​ສຸດທ້າຍ​ນີ້ ພຣະອົງ​ໄດ້​ຊົງ​ກ່າວ​ແກ່​ເຮົາ​ທັງຫລາຍ​ທາງ​ພຣະບຸດ ຜູ້​ຊຶ່ງ​ພຣະອົງ​ໄດ້​ຊົງ​ຕັ້ງ​ໃຫ້​ເປັນ​ຜູ້​ຮັບ​ສັບພະທຸກສິ່ງ​ທັງປວງ​ເປັນ​ມໍຣະດົກ ແລະ​ດ້ວຍ​ພຣະບຸດ​ນັ້ນ​ພຣະອົງ​ໄດ້​ຊົງ​ສ້າງ​ໂລກ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka