Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 13:2 - ພຣະຄຳພີສັກສິ

2 ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ກຳລັງ​ຮ່ວມ​ຮັບປະທານ​ອາຫານ​ຢູ່​ນັ້ນ ມານຮ້າຍ​ໄດ້​ເຂົ້າ​ສິງ​ຢູ່​ໃນ​ໃຈ​ຂອງ​ຢູດາ​ອິດສະກາຣີອົດ ລູກຊາຍ​ຂອງ​ຊີໂມນ ໃຫ້​ມີ​ຄວາມ​ຄິດ​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເມື່ອ​ພຣະອົງ​ກຳລັງ​ຮັບປະທານ​ອາຫານ​ຄ່ຳ​ຢູ່ ແລະ ມານຮ້າຍ​ກໍ​ໄດ້​ເຂົ້າ​ສິງ​ໃນ​ໃຈ​ຂອງ​ຢູດາ​ລູກ​ຂອງ​ຊີໂມນ ອິດສະກາຣີອົດ​ໃຫ້​ມີ​ຄວາມຄິດ​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña




ໂຢຮັນ 13:2
14 Jak'a apnaqawi uñst'ayäwi  

ແລ້ວ​ເອຊະຣາ​ກໍ​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ ພຣະອົງ​ໄດ້​ເຮັດ​ໃຫ້​ກະສັດ​ເຕັມໃຈ​ຍ້ອງຍໍ​ໃຫ້ກຽດ​ແກ່​ວິຫານ​ຂອງ​ພຣະເຈົ້າຢາເວ​ໃນ​ນະຄອນ​ເຢຣູຊາເລັມ.


ໂດຍ​ບໍ່ໄດ້​ບອກ​ໃຫ້​ຜູ້ໃດ​ຮູ້​ກ່ຽວກັບ​ສິ່ງ​ທີ່​ພຣະເຈົ້າ ບັນດານ​ໃຈ​ຂ້າພະເຈົ້າ​ໃຫ້​ເຮັດ​ສຳລັບ​ນະຄອນ​ເຢຣູຊາເລັມ. ແລ້ວ​ໃນ​ຕອນ​ກາງຄືນ​ນັ້ນ ຂ້າພະເຈົ້າ​ກໍໄດ້​ອອກ​ເດີນທາງ ໂດຍ​ມີ​ເພື່ອນ​ບາງຄົນ​ຕິດຕາມ​ໄປ​ດ້ວຍ. ພວກເຮົາ​ມີ​ລໍ​ພຽງ​ໂຕດຽວ​ທີ່​ເປັນ​ພາຫານະ​ຂີ່​ໄປ.


ຊີໂມນ​ຜູ້ຮັກຊາດ ແລະ ຢູດາ​ອິດສະກາຣີອົດ ຜູ້​ທີ່​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ​ນັ້ນ.


ແລ້ວ​ມານຊາຕານ ກໍ​ເຂົ້າ​ສິງ​ຢູ່​ໃນ​ໃຈ​ຂອງ​ຢູດາ ຜູ້​ທີ່​ຄົນ​ທັງຫລາຍ​ເອີ້ນ​ກັນ​ວ່າ ອິດສະກາຣີອົດ ລາວ​ເປັນ​ຜູ້ໜຶ່ງ​ໃນ​ພວກ​ສາວົກ​ສິບສອງ​ຄົນ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ຊົງ​ກ່າວ​ວ່າ, “ຊີໂມນ ຊີໂມນ​ເອີຍ ເບິ່ງແມ! ມານຊາຕານ​ໄດ້​ຂໍ​ອະນຸຍາດ​ທົດລອງ​ພວກເຈົ້າ ເພື່ອ​ຈະ​ຝັດ​ຮ່ອນ​ພວກເຈົ້າ​ເໝືອນ​ຝັດ​ເຂົ້າ​ເປືອກ.


ພຣະອົງ​ຮູ້​ແລ້ວ​ວ່າ​ແມ່ນ​ຜູ້ໃດ​ຈະ​ທໍລະຍົດ​ຕໍ່​ພຣະອົງ. ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ວ່າ, “ພວກເຈົ້າ​ເປັນ​ຄົນ​ສະອາດ​ແລ້ວ ແຕ່​ບໍ່ແມ່ນ​ໝົດ​ທຸກຄົນ.”


ດັ່ງນັ້ນ ພຣະອົງ​ຈຶ່ງ​ລຸກຂຶ້ນ​ຈາກ​ພາເຂົ້າ ແລ້ວ​ແກ້​ເສື້ອ​ຊັ້ນນອກ​ອອກ ແລະ​ໃຊ້​ຜ້າ​ມັດ​ແອວ.


ດັ່ງນັ້ນ ເປໂຕ​ຈຶ່ງ​ຖາມ​ລາວ​ວ່າ, “ອານາເນຍ​ເອີຍ ດ້ວຍເຫດໃດ​ໃຈ​ຂອງ​ເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ມານຊາຕານ, ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະວິນຍານ​ບໍຣິສຸດເຈົ້າ ໂດຍ​ເອົາ​ເງິນ​ສ່ວນ​ໜຶ່ງ ຊຶ່ງ​ເປັນ​ຄ່າ​ຂາຍ​ທີ່ດິນ​ນັ້ນ​ມ້ຽນ​ໄວ້?


ແຕ່​ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ທີ່​ຊົງ​ບັນດານ​ໃຫ້​ຕີໂຕ​ມີ​ໃຈ​ກະຕື​ລືລົ້ນ​ສຳລັບ​ພວກເຈົ້າ​ດັ່ງ​ທີ່​ເຮົາ​ເອງ​ມີ​ຢູ່.


ແທ້ຈິງ​ແລ້ວ, ພວກເຮົາ​ທຸກຄົນ​ເຄີຍ​ດຳເນີນ​ຊີວິດ​ເໝືອນ​ດັ່ງ​ຄົນ​ເຫຼົ່ານັ້ນ ຄື​ໄດ້​ດຳເນີນ​ຊີວິດ​ຕາມ​ກິເລດ​ຕັນຫາ​ທີ່​ເຮົາ​ຕ້ອງການ ຄື​ປະຕິບັດ​ຕາມ​ສິ່ງ​ທີ່​ຮ່າງກາຍ​ແລະ​ຈິດໃຈ​ຂອງ​ຕົນເອງ​ປາຖະໜາ​ຕາມ​ສັນດານ ພວກເຮົາ​ສົມຄວນ​ຖືກ​ພຣະເຈົ້າ​ລົງໂທດ​ເໝືອນ​ດັ່ງ​ຄົນອື່ນ.


ດ້ວຍວ່າ ພຣະເຈົ້າ​ໄດ້​ດົນໃຈ​ໃຫ້​ພວກເຂົາ​ປະຕິບັດ​ຕາມ​ພຣະປະສົງ​ຂອງ​ພຣະອົງ ໂດຍ​ໃຫ້​ພວກເຂົາ​ມີ​ຄວາມ​ຄິດ​ຢ່າງ​ດຽວກັນ ແລະ​ໄດ້​ມອບ​ອານາຈັກ​ຂອງ​ພວກເຂົາ​ໃຫ້​ແກ່​ສັດຮ້າຍ​ນັ້ນ ເພື່ອ​ປົກຄອງ​ຈົນກວ່າ​ຈະ​ສຳເລັດ ຕາມ​ພຣະທຳ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka