Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 12:3 - ພຣະຄຳພີສັກສິ

3 ແລ້ວ​ນາງ​ມາຣີ​ກໍ​ເອົາ​ນໍ້າມັນ​ຫອມ​ເຄິ່ງ​ລິດ ຊຶ່ງ​ມີ​ລາຄາ​ແພງ​ຖອກ​ໃສ່​ຕີນ​ພຣະອົງ ແລະ​ໃຊ້​ຜົມ​ຂອງຕົນ​ເຊັດ​ຕີນ​ພຣະອົງ ຈົນ​ທົ່ວ​ທັງ​ເຮືອນ​ຫອມ​ກຸ້ມ​ດ້ວຍ​ກິ່ນ​ນໍ້າຫອມ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ແລ້ວ​ນາງ​ມາຣີ​ກໍ​ໄດ້​ເອົາ​ນ້ຳຫອມ​ບໍລິສຸດ​ປະມານ​ເຄິ່ງ​ລິດ​ທີ່​ມີ​ລາຄາ​ແພງ​ມາ ນາງ​ໄດ້​ຖອກ​ນໍ້າຫອມ​ນັ້ນ​ຫົດ​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ ໃຊ້​ຜົມ​ຂອງ​ຕົນ​ເຊັດ​ຕີນ​ຂອງ​ພຣະອົງ. ຈົນ​ທົ່ວ​ທັງ​ເຮືອນ​ຫອມກຸ້ມ​ດ້ວຍ​ກິ່ນ​ນ້ຳຫອມ​ນັ້ນ.

Uka jalj uñjjattʼäta Copia luraña




ໂຢຮັນ 12:3
16 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຈື່ຈຳ​ສິ່ງ​ທີ່​ເພິ່ນ​ໄດ້​ສາບານ ສາບານ​ກັບ​ອົງ​ຊົງ​ຣິດ​ອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ​ວ່າ,


ບອກ​ໃຫ້​ນາງ​ຢຸດ​ກໍ​ສໍ່າກັບ​ຫ້າມ​ລົມ ຫລື​ໃຊ້​ມື​ກຳ​ນໍ້າມັນ​ມື່ນ.


ພະຣາຊາ​ຂອງນ້ອງ​ກຳລັງ​ຢຽດ​ຢູ່​ເທິງ​ທີ່​ນອນ ກິ່ນ​ນໍ້າຫອມ​ທີ່​ນ້ອງ​ທາ​ຫອມຫວນ​ຢູ່​ທົ່ວ​ຫ້ອງ.


ກິ່ນ​ຫອມຫວນ​ໃນ​ຕົວ​ອ້າຍ​ເຮັດ​ໃຫ້​ນ້ອງ​ໄດ້​ຊື່ນໃຈ ຊື່​ຂອງ​ອ້າຍ​ພາ​ໃຫ້​ນ້ອງ​ຄໍ່າຄວນ​ເຝົ້າ​ສະເໜ່ຫາ​ຢູ່​ບໍ່​ຂາດ ຈຶ່ງ​ບໍ່​ເປັນ​ສິ່ງ​ປະຫລາດ​ທີ່​ຍິງສາວ​ໃດໆ ຈຳ​ຕ້ອງ​ຫລົງໄຫລ​ຍ້ອນ​ຮັກ​ອ້າຍ​ແຕ່​ຜູ້ດຽວ.


ຄວາມຮັກ​ຂອງນ້ອງ ເຮັດ​ໃຫ້​ອ້າຍ​ຊື່ນໃຈ ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ຄວາມຮັກ​ຂອງນ້ອງ ກໍດີກວ່າ​ເຫຼົ້າ​ອະງຸ່ນ ກິ່ນໂຕ​ນ້ອງ ຫອມຫວນ​ກວ່າ​ນໍ້າຫອມ​ໃດໆ​ທັງສິ້ນ.


ສິ່ງ​ຊຶ່ງ​ຈຳເປັນ​ນັ້ນ ກໍ​ມີ​ແຕ່​ສິ່ງ​ດຽວ ມາຣີ​ໄດ້​ເລືອກ​ເອົາ​ສິ່ງ​ທີ່​ດີ​ນັ້ນ​ແລ້ວ ແລະ​ຜູ້ໃດ​ຈະ​ຍາດ​ເອົາ​ສິ່ງ​ນີ້​ໄປ​ຈາກ​ນາງ​ບໍ່ໄດ້.”


ເຈົ້າ​ບໍ່ໄດ້​ເອົາ​ນໍ້າຫອມ​ຫົດ​ຫົວ​ຂອງເຮົາ ແຕ່​ນາງ​ໄດ້​ເອົາ​ນໍ້າຫອມ​ລາຄາ​ແພງ​ຫົດ​ຕີນ​ຂອງເຮົາ.


ມາຣີ​ແມ່ນ​ຜູ້​ທີ່​ເອົາ​ນໍ້າມັນ​ຫອມ​ຖອກ​ໃສ່​ຕີນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເອົາ​ຜົມ​ຂອງຕົນ​ເຊັດ​ຕີນ​ຂອງ​ພຣະອົງ ລາຊະໂຣ​ຜູ້​ທີ່​ປ່ວຍ​ຢູ່​ນັ້ນ​ເປັນ​ນ້ອງຊາຍ​ຂອງ​ນາງ.


ຫລັງຈາກ​ມາທາ​ກ່າວ​ດັ່ງນີ້​ແລ້ວ ນາງ​ກໍ​ກັບຄືນ​ເຂົ້າ​ໄປ ແລະ​ເອີ້ນ​ມາຣີ ນ້ອງສາວ​ຂອງຕົນ​ໄປ​ຕ່າງຫາກ ມາທາ​ບອກ​ວ່າ, “ອາຈານ​ມາ​ທີ່​ນີ້​ແລ້ວ ແລະ​ຕ້ອງການ​ພົບ​ເຈົ້າ.”


ພໍ​ນາງ​ມາຣີ​ຮອດ​ບ່ອນ​ທີ່​ພຣະເຢຊູເຈົ້າ​ຢູ່ ແລະ​ເຫັນ​ພຣະອົງ​ແລ້ວ ນາງ​ກໍ​ກົ້ມ​ກາບ​ລົງ​ທີ່​ຕີນ​ພຣະອົງ ແລະ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຖ້າ​ທ່ານ​ຢູ່​ນີ້ ນ້ອງຊາຍ​ຂ້ານ້ອຍ​ຄົງ​ບໍ່​ຕາຍ.”


ນີໂກເດມ ຜູ້​ທີ່​ມາ​ຫາ​ພຣະເຢຊູເຈົ້າ​ຄັ້ງ​ໜຶ່ງ​ໃນ​ຕອນ​ກາງຄືນ​ນັ້ນ ກໍ​ໄປ​ເໝືອນກັນ ໂດຍ​ຖື​ເຄື່ອງຫອມ​ປະມານ​ສາມ​ກິໂລກຼາມ​ປະສົມ​ຢາງ​ໄມ້​ຫອມ​ກັບ​ອາໂຣເອ ມາ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka