Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 12:2 - ພຣະຄຳພີສັກສິ

2 ພວກເຂົາ​ໄດ້​ຈັດແຈງ​ອາຫານ​ລ້ຽງ ເພື່ອ​ເປັນ​ກຽດ​ແກ່​ພຣະອົງ​ຢູ່​ທີ່​ນັ້ນ ຊຶ່ງ​ແມ່ນ​ນາງ​ມາທາ​ເປັນ​ຜູ້ຮັບໃຊ້​ທີ່​ໂຕະ​ອາຫານ, ລາຊະໂຣ​ແມ່ນ​ຜູ້ໜຶ່ງ​ໃນ​ພວກ​ທີ່​ນັ່ງ​ຮ່ວມ​ໂຕະ​ຮັບປະທານ​ອາຫານ​ກັບ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ມີ​ການ​ຈັດ​ງານລ້ຽງ​ຢູ່​ທີ່​ນັ້ນ​ເພື່ອ​ເປັນ​ກຽດ​ແກ່​ພຣະເຢຊູເຈົ້າ, ນາງ​ມາທາ​ກໍ​ຮັບໃຊ້​ຢູ່, ໃນຂະນະ​ນັ້ນ​ລາຊາໂຣ​ເປັນ​ຜູ້​ໜຶ່ງ​ໃນ​ທ່າມກາງ​ຜູ້​ທີ່​ນັ່ງ​ຮ່ວມ​ໂຕະ​ກັບ​ພຣະອົງ.

Uka jalj uñjjattʼäta Copia luraña




ໂຢຮັນ 12:2
12 Jak'a apnaqawi uñst'ayäwi  

ຈົ່ງ​ຕື່ນ​ຂຶ້ນ​ເຖີດ ລົມ​ໃຕ້​ລົມເໜືອ​ເອີຍ ຈົ່ງ​ພັດ​ເອົາ​ກິ່ນ​ຫອມ​ມາ​ທີ່​ສວນ​ຂອງຂ້ອຍ; ຈົ່ງ​ພັດ​ກິ່ນ​ຫອມ​ນັ້ນ​ໃຫ້​ເຕັມ​ທົ່ວ​ເທິງ​ເວຫາ ໃຫ້​ຄົນຮັກ​ຂອງຂ້ອຍ​ມາ​ທີ່​ສວນ ກິນ​ໝາກໄມ້​ທີ່​ດີເລີດ.


ໃນ​ເວລາ​ດຽວກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ໄປ​ທີ່​ເຮືອນ​ຂອງ​ຊີໂມນ ຜູ້​ທີ່​ເຄີຍ​ເປັນ​ພະຍາດ​ຂີ້ທູດ​ໃນ​ບ້ານ​ເບັດທານີ.


ໃນ​ເວລາ​ດຽວກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ໄປ​ທີ່​ເຮືອນ​ຂອງ​ຊີໂມນ, ຊາຍ​ທີ່​ເປັນ​ໂຣກ​ຂີ້ທູດ​ໃນ​ບ້ານ​ເບັດທານີ, ຂະນະທີ່​ພຣະເຢຊູເຈົ້າ​ຮັບປະທານ​ຢູ່​ນັ້ນ ກໍ​ມີ​ຍິງ​ຜູ້ໜຶ່ງ​ຖື​ເຕົ້າ​ຫີນ​ຂາວ ຊຶ່ງ​ບັນຈຸ​ນໍ້າມັນ​ຫອມ​ຊະນິດ​ໜຶ່ງ ລາຄາ​ແພງ​ຫລາຍ​ເຂົ້າ​ມາ​ຫາ​ພຣະອົງ ແລ້ວ​ຫັກ​ຄໍ​ເຕົ້າ​ນັ້ນ ແລະ​ຖອກ​ນໍ້າມັນ​ຫອມ​ຫົດສົງ​ຫົວ​ພຣະອົງ.


ເມື່ອ​ພວກ​ຄົນ​ຮັບໃຊ້​ທີ່​ນາຍ​ຂອງຕົນ​ມາ​ພົບ ພວກເຂົາ​ຕຽມພ້ອມ​ຢູ່​ກໍ​ເປັນ​ສຸກ ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ໃຊ້​ຜ້າ​ຮັດ​ແອວ​ຂອງຕົນ ແລະ​ບອກ​ພວກ​ຄົນ​ຮັບໃຊ້​ນັ່ງ​ລົງ ເພື່ອ​ຮັບປະທານ​ອາຫານ​ແລ້ວ​ເພິ່ນ​ກໍ​ຈະ​ຮັບໃຊ້​ພວກເຂົາ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ຜູ້​ທີ່​ເຊີນ​ພຣະອົງ​ວ່າ, “ເມື່ອ​ເຈົ້າ​ຈັດ​ງານກິນລ້ຽງ​ຂຶ້ນ ບໍ່​ວ່າ​ນ້ອຍ​ຫລື​ໃຫຍ່​ກໍຕາມ ຢ່າ​ເຊີນ​ສະເພາະ​ແຕ່​ບັນດາ​ມິດ​ສະຫາຍ ຫລື​ອ້າຍ​ເອື້ອຍ​ນ້ອງ ຫລື​ຍາດຕິພີ່ນ້ອງ ຫລື​ເພື່ອນ​ຜູ້​ທີ່​ຮັ່ງມີ ເພາະ​ເຂົາ​ຈະ​ເຊີນ​ເຈົ້າ​ຄືນ​ເປັນ​ການ​ຕອບ​ແທນ.


ຜູ້ໃດ​ເປັນ​ໃຫຍ່​ກວ່າ​ກັນ ຜູ້​ທີ່​ນັ່ງ​ກິນ ຫລື​ຜູ້​ທີ່​ຮັບໃຊ້? ແນ່ນອນ​ແລ້ວ ຕ້ອງ​ແມ່ນ​ຜູ້​ທີ່​ນັ່ງ​ກິນ​ເທິງ​ໂຕະ, ແຕ່​ເຮົາ​ຢູ່​ທ່າມກາງ​ພວກເຈົ້າ ເໝືອນ​ດັ່ງ​ຄົນ​ທີ່​ຮັບໃຊ້​ຜູ້ໜຶ່ງ.


ແລ້ວ​ເລວີ​ກໍໄດ້​ຈັດ​ງານກິນລ້ຽງ​ອັນ​ໃຫຍ່​ຂຶ້ນ ໃນ​ເຮືອນ​ຂອງຕົນ​ເພື່ອ​ເປັນ​ກຽດ​ແກ່​ພຣະເຢຊູເຈົ້າ ແລະ​ມີ​ຄົນເກັບພາສີ​ກັບ​ຄົນອື່ນ​ອີກ ຈຳນວນ​ຫລວງຫລາຍ​ມາ​ຮ່ວມ​ນຳ​ດ້ວຍ.


ເບິ່ງແມ! ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະຕູ ຖ້າ​ຜູ້ໃດ​ໄດ້ຍິນ​ສຽງ​ຂອງເຮົາ ແລະ​ໄຂ​ປະຕູ ເຮົາ​ຈະ​ເຂົ້າ​ໄປ​ຫາ​ຜູ້ນັ້ນ ແລະ​ຈະ​ຮ່ວມ​ຮັບປະທານ​ອາຫານ​ກັບ​ຜູ້ນັ້ນ ແລະ​ຜູ້ນັ້ນ​ຈະ​ຮ່ວມ​ຮັບປະທານ​ອາຫານ​ກັບ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka