Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 12:1 - ພຣະຄຳພີສັກສິ

1 ຫົກ​ວັນ​ກ່ອນ​ເທດສະການ​ປັດສະຄາ ພຣະເຢຊູເຈົ້າ​ມາ​ເຖິງ​ບ້ານ​ເບັດທານີ ຊຶ່ງ​ເປັນ​ບ່ອນ​ຢູ່​ຂອງ​ລາຊະໂຣ ຜູ້​ທີ່​ພຣະອົງ​ໄດ້​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ຫົກ​ວັນ​ກ່ອນ​ເຖິງ​ເທດສະການ​ປັດສະຄາ ພຣະເຢຊູເຈົ້າ​ມາ​ຮອດ​ບ້ານ​ເບັດທານີ, ເຊິ່ງ​ເປັນ​ທີ່ຢູ່​ຂອງ​ລາຊາໂຣ​ຜູ້​ທີ່​ພຣະເຢຊູເຈົ້າ​ໄດ້​ເຮັດ​ໃຫ້​ເປັນຄືນມາຈາກຕາຍ.

Uka jalj uñjjattʼäta Copia luraña




ໂຢຮັນ 12:1
13 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຢຊູເຈົ້າ​ກໍ​ສະເດັດ​ຈາກ​ພວກເຂົາ ອອກ​ຈາກ​ເມືອງ​ໄປ​ຍັງ​ບ້ານ​ເບັດທານີ ເພື່ອ​ພັກ​ນອນ​ຢູ່​ທີ່​ນັ້ນ.


ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ນະຄອນ​ເຢຣູຊາເລັມ ແລ້ວ​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ລຽບ​ເບິ່ງ​ທົ່ວ​ໄປ ເມື່ອ​ຄໍ່າ​ຫລາຍ​ແລ້ວ ພຣະອົງ​ຈຶ່ງ​ກັບຄືນ​ໄປ​ບ້ານ​ເບັດທານີ​ກັບ​ສາວົກ​ສິບສອງ​ຄົນ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ພາ​ພວກເພິ່ນ​ອອກ​ຈາກ​ນະຄອນ​ໄປ​ຍັງ​ບ້ານ​ເບັດທານີ ແລະ​ໃນ​ທີ່ນັ້ນ ພຣະອົງ​ຍົກ​ມື​ຂຶ້ນ​ອວຍພອນ​ພວກເພິ່ນ.


ຍັງ​ມີ​ຍິງ​ຊົ່ວ​ຄົນ​ໜຶ່ງ​ໃນ​ເມືອງ​ນັ້ນ ເມື່ອ​ນາງ​ໄດ້ຍິນ​ວ່າ, ພຣະເຢຊູເຈົ້າ​ໄດ້​ມາ​ກິນ​ເຂົ້າ​ຢູ່​ໃນ​ເຮືອນ​ຂອງ​ຄົນ​ຟາຣີຊາຍ ນາງ​ຈຶ່ງ​ຖື​ເຕົ້າ​ຫີນ​ຂາວ ທີ່​ມີ​ນໍ້າຫອມ​ລາຄາ​ແພງ​ເຕັມ​ຢູ່​


ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ລາຊະໂຣ​ກຳລັງ​ປ່ວຍ​ຢູ່ ລາວ​ຢູ່​ໃນ​ບ້ານ​ເບັດທານີ ຊຶ່ງ​ເປັນ​ບ້ານ​ຂອງ​ສອງ​ເອື້ອຍ​ນ້ອງ​ທີ່​ຊື່​ວ່າ ມາຣີ ແລະ ມາທາ.


ເມື່ອ​ພຣະອົງ​ກ່າວ​ດັ່ງນັ້ນ​ແລ້ວ ພຣະອົງ​ຈຶ່ງ​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ລາຊະໂຣ​ເອີຍ ຈົ່ງ​ອອກ​ມາ.”


ຜູ້​ຕາຍ​ນັ້ນ​ກໍ​ອອກ​ມາ ມີ​ຜ້າ​ພັນ​ຕີນ​ພັນ​ມື ທັງ​ມີ​ຜ້າປົກ​ໜ້າ​ໄວ້​ຢູ່, ພຣະເຢຊູເຈົ້າ​ບອກ​ພວກເຂົາ​ວ່າ, “ແກ້​ຜ້າ​ໃຫ້​ລາວ ແລ້ວ​ປ່ອຍ​ລາວ​ໄປ.”


ເວລາ​ສະຫລອງ​ເທດສະການ​ປັດສະຄາ​ໃກ້​ຈະ​ມາ​ເຖິງ​ແລ້ວ ມີ​ຫລາຍ​ຄົນ​ໄດ້​ຈາກ​ບ້ານ​ເມືອງ​ຂອງຕົນ ຂຶ້ນ​ໄປ​ສູ່​ນະຄອນ​ເຢຣູຊາເລັມ ເພື່ອ​ປະກອບ​ພິທີ​ຊຳລະ​ຕົວ​ກ່ອນ​ວັນ​ເທດສະການ.


ວັນ​ຕໍ່ມາ ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ທີ່​ມາ​ໃນ​ເທດສະການ​ປັດສະຄາ ໄດ້ຍິນ​ວ່າ​ພຣະເຢຊູເຈົ້າ​ເຂົ້າ​ມາ​ໃນ​ນະຄອນ​ເຢຣູຊາເລັມ.


ພວກ​ທີ່​ໄປ​ນະມັດສະການ ເນື່ອງ​ໃນ​ໂອກາດ​ເທດສະການ​ທີ່​ນະຄອນ​ເຢຣູຊາເລັມ ມີ​ຊາວ​ກຣີກ​ບາງຄົນ​ຮ່ວມ​ຢູ່​ດ້ວຍ.


ຄົນ​ຈຳນວນ​ຫລວງຫລາຍ​ໄດ້ຍິນ​ວ່າ ພຣະເຢຊູເຈົ້າ​ຢູ່​ໃນ​ທີ່ນັ້ນ ພວກເຂົາ​ໄດ້​ພາກັນ​ມາ ບໍ່ແມ່ນແຕ່​ຢາກ​ເຫັນ​ພຣະເຢຊູເຈົ້າ​ເທົ່ານັ້ນ ແຕ່​ຢາກ​ເຫັນ​ລາຊະໂຣ ຜູ້​ທີ່​ພຣະອົງ​ໄດ້​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka