Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 11:9 - ພຣະຄຳພີສັກສິ

9 ພຣະເຢຊູເຈົ້າ​ຕອບ​ວ່າ, “ກາງເວັນ​ມີ​ຢູ່​ສິບສອງ​ຊົ່ວໂມງ​ບໍ່ແມ່ນ​ບໍ? ສະນັ້ນ ຜູ້ໃດ​ທີ່​ຍ່າງ​ໃນ​ກາງເວັນ​ກໍ​ຈະ​ບໍ່​ຊູນ​ສະດຸດ ເພາະວ່າ​ລາວ​ເຫັນ​ຄວາມ​ສະຫວ່າງ​ແຫ່ງ​ໂລກນີ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ພຣະເຢຊູເຈົ້າ​ຕອບ​ວ່າ, “ກາງເວັນ​ມີ​ສິບສອງ​ຊົ່ວໂມງ​ບໍ່​ແມ່ນ​ບໍ? ຜູ້​ທີ່​ຍ່າງ​ໃນ​ເວລາ​ກາງເວັນ​ຈະ​ບໍ່​ຊູນສະດຸດ ເພາະ​ພວກເຂົາ​ເບິ່ງ​ເຫັນ​ໂດຍ​ຄວາມສະຫວ່າງ​ຂອງ​ໂລກ​ນີ້.

Uka jalj uñjjattʼäta Copia luraña




ໂຢຮັນ 11:9
7 Jak'a apnaqawi uñst'ayäwi  

ດັ່ງນັ້ນ ເຈົ້າ​ຈະ​ເດີນ​ໄປ​ໄດ້​ຢ່າງ​ປອດໄພ ແລະ​ຕີນ​ຂອງເຈົ້າ​ຈະ​ບໍ່​ເຕະ​ສະດຸດ​ລົ້ມ​ລົງ.


ປະຊາຊົນ​ຈະ​ກັບ​ມາ​ດ້ວຍ​ນໍ້າຕາ​ຫລັ່ງໄຫລ ໂດຍ​ພາວັນນາ​ອະທິຖານ​ຕໍ່​ເຮົາ​ໃຫ້​ນຳ​ພວກເຂົາ​ຄືນ​ເມືອ​ບ້ານ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ສູ່​ຫ້ວຍນໍ້າ​ທີ່​ຫລັ່ງໄຫລ ຕາມ​ທາງພຽງ​ທີ່​ພວກເຂົາ​ຈະ​ບໍ່​ຕໍາ​ສະດຸດ​ໄດ້. ເຮົາ​ເປັນ​ດັ່ງ​ພໍ່​ຜູ້ໜຶ່ງ​ຂອງ​ຊາດ​ອິດສະຣາເອນ ເອຟຣາອິມ​ກໍ​ເປັນ​ລູກຊາຍກົກ​ຂອງເຮົາ​ດ້ວຍ.”


ແຕ່​ຖ້າ​ລາວ​ຍ່າງ​ໃນ​ກາງຄືນ ລາວ​ກໍ​ຈະ​ຊູນ​ສະດຸດ ເພາະ​ລາວ​ບໍ່ມີ​ຄວາມ​ສະຫວ່າງ​ໃນ​ຕົວ.”


ພຣະເຢຊູເຈົ້າ​ຕອບ​ວ່າ, “ຄວາມ​ສະຫວ່າງ​ຈະ​ຍັງ​ຢູ່​ກັບ​ພວກເຈົ້າ​ອີກ​ໜ້ອຍໜຶ່ງ ເມື່ອ​ຍັງ​ມີ​ຄວາມ​ສະຫວ່າງ​ຢູ່​ກໍ​ຈົ່ງ​ຍ່າງ​ໄປ​ເທາະ ເພາະ​ຢ້ານ​ວ່າ​ຄວາມມືດ​ຈະ​ຕາມ​ມາ​ທັນ​ພວກເຈົ້າ. ດ້ວຍວ່າ, ຜູ້​ທີ່​ຍ່າງ​ໃນ​ຄວາມມືດ​ນັ້ນ ກໍ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ.


ເມື່ອ​ຍັງ​ເວັນ​ຢູ່ ເຮົາ​ທັງຫລາຍ​ຕ້ອງ​ເຮັດ​ພາລະກິດ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ ເວລາ​ກາງຄືນ​ກໍ​ໃກ້​ຈະ​ມາ​ເຖິງ​ແລ້ວ ຄື​ເວລາ​ທີ່​ບໍ່ມີ​ຜູ້ໃດ​ເຮັດ​ການ​ໄດ້.


ຜູ້​ທີ່​ຮັກ​ພີ່ນ້ອງ​ຂອງຕົນ ກໍ​ຕັ້ງ​ຢູ່​ໃນ​ຄວາມ​ສະຫວ່າງ ແລະ​ເຫດ​ທີ່​ຈະ​ໃຫ້​ສະດຸດ​ໃຈ​ກໍ​ບໍ່ມີ​ໃນ​ຄົນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka