Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 11:3 - ພຣະຄຳພີສັກສິ

3 ທັງສອງ​ເອື້ອຍ​ນ້ອງ​ໄດ້​ໃຊ້​ຄົນ​ໄປ​ບອກ​ພຣະເຢຊູເຈົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ເພື່ອນ​ທີ່​ພຣະອົງ​ຮັກ​ນັ້ນ​ກຳລັງ​ປ່ວຍ​ຢູ່.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ດັ່ງນັ້ນ ເອື້ອຍ​ທັງ​ສອງ​ຈຶ່ງ​ໃຫ້​ຄົນ​ໄປ​ບອກ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຜູ້​ທີ່​ພຣະອົງ​ຮັກ​ນັ້ນ​ກຳລັງ​ປ່ວຍ​ຢູ່”.

Uka jalj uñjjattʼäta Copia luraña




ໂຢຮັນ 11:3
16 Jak'a apnaqawi uñst'ayäwi  

ພຣະເຈົ້າ​ສັ່ງ​ວ່າ, “ເອົາ​ອີຊາກ​ລູກຊາຍ​ຂອງ​ເຈົ້າ ຄື​ລູກຊາຍ​ຄົນ​ດຽວ​ທີ່​ເຈົ້າ​ຮັກ​ຫລາຍ​ນັ້ນ ໄປ​ທີ່​ແຄວ້ນ​ໂມຣິຢາ. ໃຫ້​ເຈົ້າ​ເຜົາ​ລາວ​ຖວາຍ​ເປັນ​ເຄື່ອງ​ບູຊາ​ແກ່​ເຮົາ​ຢູ່​ເທິງ​ພູເຂົາ​ແຫ່ງ​ໜຶ່ງ ຊຶ່ງ​ເຮົາ​ຈະ​ບອກ​ເຈົ້າ​ທີ່​ນັ້ນ.”


ປະຊາຊົນ​ຜູ້​ສັດຊື່​ທີ່​ອາໄສ​ຢູ່​ໃນ​ດິນແດນ ຄື​ພວກ​ທີ່​ຂ້ານ້ອຍ​ຊົມຊື່ນ​ຍິນດີ​ກັບ​ພວກເຂົາ.


ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເຫັນ​ຍິງ​ນັ້ນ ພຣະອົງ​ກໍ​ມີ​ຈິດໃຈ​ເມດຕາ​ນາງ​ຫລາຍ ແລະ​ກ່າວ​ຕໍ່​ນາງ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ.”


ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ລາຊະໂຣ​ກຳລັງ​ປ່ວຍ​ຢູ່ ລາວ​ຢູ່​ໃນ​ບ້ານ​ເບັດທານີ ຊຶ່ງ​ເປັນ​ບ້ານ​ຂອງ​ສອງ​ເອື້ອຍ​ນ້ອງ​ທີ່​ຊື່​ວ່າ ມາຣີ ແລະ ມາທາ.


ເມື່ອ​ພຣະເຢຊູເຈົ້າ​ກ່າວ​ດັ່ງນັ້ນ​ແລ້ວ ພຣະອົງ​ຍັງ​ກ່າວ​ຕື່ມ​ອີກ​ວ່າ, “ລາຊະໂຣ​ເພື່ອນ​ຂອງເຮົາ​ນອນ​ຫລັບ​ໄປ ແຕ່​ເຮົາ​ຈະ​ໄປ​ປຸກ​ລາວ​ໃຫ້​ຕື່ນ.”


ມາຣີ​ແມ່ນ​ຜູ້​ທີ່​ເອົາ​ນໍ້າມັນ​ຫອມ​ຖອກ​ໃສ່​ຕີນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເອົາ​ຜົມ​ຂອງຕົນ​ເຊັດ​ຕີນ​ຂອງ​ພຣະອົງ ລາຊະໂຣ​ຜູ້​ທີ່​ປ່ວຍ​ຢູ່​ນັ້ນ​ເປັນ​ນ້ອງຊາຍ​ຂອງ​ນາງ.


ນາງ​ມາທາ​ເວົ້າ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຖ້າ​ທ່ານ​ຢູ່​ທີ່​ນີ້ ນ້ອງຊາຍ​ຂອງ​ຂ້ານ້ອຍ​ຄົງ​ບໍ່​ຕາຍ


ປະຊາຊົນ​ເວົ້າ​ກັນ​ວ່າ, “ເບິ່ງດູ ເພິ່ນ​ຮັກ​ລາວ​ເທົ່າ​ໃດ.”


ພຣະເຢຊູເຈົ້າ​ຮັກແພງ​ມາທາ​ກັບ​ນ້ອງສາວ​ຂອງ​ນາງ ແລະ ລາຊະໂຣ.


ພວກເຈົ້າ​ເອີ້ນ​ເຮົາ​ວ່າ ພຣະອາຈານ ແລະ​ພຣະອົງເຈົ້າ ພວກເຈົ້າ​ເອີ້ນ​ຖືກຕ້ອງ​ແລ້ວ ເພາະ​ເຮົາ​ເປັນ​ຢ່າງ​ນັ້ນ​ແທ້.


ມີ​ຄົນ​ໜຶ່ງ​ໃນ​ພວກ​ສາວົກ​ທີ່​ພຣະອົງ​ຊົງ​ຮັກ​ນັ່ງ​ເນີ້ງຕົວ​ອີງ​ພຣະເຢຊູເຈົ້າ.


ເອຣາຊະໂຕ ໄດ້​ຄ້າງ​ຢູ່​ທີ່​ເມືອງ​ໂກຣິນໂທ ແລະ​ເຮົາ​ໄດ້​ປະ​ໂທຟີໂມ​ໄວ້​ທີ່​ເມືອງ​ມີເລໂຕ ເພາະວ່າ​ລາວ​ປ່ວຍ.


ຝ່າຍ​ເຮົາ ເຮົາ​ຮັກ​ຜູ້ໃດ ເຮົາ​ກໍ​ຕິຕຽນ​ຂ້ຽນ​ສອນ​ຜູ້ນັ້ນ. ເຫດສະນັ້ນ ຈົ່ງ​ມີ​ໃຈ​ຮ້ອນຮົນ​ແລະ​ກັບໃຈ​ເສຍ​ໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka