ໃນເວລາດຽວກັນນັ້ນ ພຣະເຢຊູເຈົ້າໄດ້ໄປທີ່ເຮືອນຂອງຊີໂມນ, ຊາຍທີ່ເປັນໂຣກຂີ້ທູດໃນບ້ານເບັດທານີ, ຂະນະທີ່ພຣະເຢຊູເຈົ້າຮັບປະທານຢູ່ນັ້ນ ກໍມີຍິງຜູ້ໜຶ່ງຖືເຕົ້າຫີນຂາວ ຊຶ່ງບັນຈຸນໍ້າມັນຫອມຊະນິດໜຶ່ງ ລາຄາແພງຫລາຍເຂົ້າມາຫາພຣະອົງ ແລ້ວຫັກຄໍເຕົ້ານັ້ນ ແລະຖອກນໍ້າມັນຫອມຫົດສົງຫົວພຣະອົງ.