Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 10:9 - ພຣະຄຳພີສັກສິ

9 ເຮົາ​ນີ້​ແຫຼະ ເປັນ​ປະຕູ ຜູ້ໃດ​ກໍຕາມ​ທີ່​ເຂົ້າ​ມາ​ທາງ​ເຮົາ​ກໍ​ຈະ​ໄດ້​ພົ້ນ ແລ້ວ​ຈະ​ເຂົ້າ​ມາ​ແລະ​ອອກ​ໄປ ທັງ​ຈະ​ພົບ​ອາຫານ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ເຮົາ​ນີ້​ແຫລະ​ເປັນ​ປະຕູ​ນັ້ນ ຜູ້ໃດ​ກໍ​ຕາມ​ທີ່​ເຂົ້າ​ມາ​ທາງ​ເຮົາ​ຈະ​ໄດ້​ພົ້ນ. ພວກເຂົາ​ຈະ​ເຂົ້າ​ມາ ແລະ ອອກ​ໄປ, ແລ້ວ​ກໍ​ພົບ​ທົ່ງຫຍ້າ.

Uka jalj uñjjattʼäta Copia luraña




ໂຢຮັນ 10:9
16 Jak'a apnaqawi uñst'ayäwi  

ດ້ວຍວ່າ, ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ​ພວກເຮົາ​ກໍ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ ຄື​ເປັນ​ໄພ່ພົນ​ທີ່​ພຣະອົງ​ຊົງ​ເຝົ້າເບິ່ງ​ຮັກສາ ເປັນ​ຝູງແກະ​ທີ່​ຊົງ​ລ້ຽງດູ.


ພຣະອົງ​ຈະ​ລ້ຽງ​ແກະ​ຂອງ​ພຣະອົງ​ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ ພຣະອົງ​ຈະ​ເຕົ້າໂຮມ​ລູກແກະ​ທຸກ​ໂຕ​ໄວ້ ແລະ​ອູ້ມ​ເຂົາ​ໄວ້​ຢູ່​ໃນ​ອ້ອມກອດ​ຂອງ​ພຣະອົງ ຈະ​ນຳ​ລູກແກະ ແມ່ແກະ​ເຫຼົ່ານັ້ນ​ຢ່າງ​ອ່ອນໂຍນ.


ເມືອງ​ຕ່າງໆ​ທີ່​ຮົກຮ້າງ​ເພພັງ​ໃນ​ປັດຈຸບັນ​ນີ້ ກໍ​ຈະ​ມີ​ຄົນ​ຢູ່​ເຕັມ​ດັ່ງ​ນະຄອນ​ເຢຣູຊາເລັມ ຊຶ່ງ​ຄັ້ງໜຶ່ງ ມີ​ແກະ​ຢ່າງ​ຫລວງຫລາຍ ເພື່ອ​ໃຊ້​ຖວາຍ​ເປັນ​ເຄື່ອງ​ບູຊາ​ໃນ​ຍາມ​ເທດສະການ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”’


ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເຂັ້ມແຂງ​ໃນ​ພຣະເຈົ້າຢາເວ ພວກເຂົາ​ຈະ​ເຊື່ອຟັງ ແລະ​ນະມັດສະການ​ ເຮົາ​ດ້ວຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນ​ທີ່​ບໍ່​ເຂົ້າ​ຄອກ​ແກະ​ທາງ​ປະຕູ ແຕ່​ປີນ​ເຂົ້າ​ທາງ​ອື່ນ​ກໍ​ເປັນ​ຂະໂມຍ​ແລະ​ໂຈນ.


ຄົນ​ເຝົ້າ​ປະຕູ ກໍ​ໄຂ​ປະຕູ​ໃຫ້​ແກ່​ຜູ້ນັ້ນ ແລະ​ຝູງແກະ​ກໍ​ຟັງ​ສຽງ​ຂອງ​ເພິ່ນ ເພິ່ນ​ເອີ້ນ​ແກະ​ຂອງຕົນ​ຕາມ​ຊື່ ແລະ​ພາ​ອອກ​ໄປ.


ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ອີກ​ວ່າ, “ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ເຮົາ​ນີ້​ແຫຼະ ເປັນ​ປະຕູ​ຂອງ​ແກະ​ທັງຫລາຍ.


ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ​ເປັນ​ຊີວິດ ບໍ່ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້ ນອກຈາກ​ມາ​ທາງ​ເຮົາ.


ໂດຍ​ທາງ​ພຣະອົງ​ນີ້​ແຫຼະ ທີ່​ພວກເຮົາ​ທັງສອງ​ພວກ​ສາມາດ​ເຂົ້າ​ມາ​ເຝົ້າ​ພຣະບິດາເຈົ້າ ໂດຍ​ພຣະວິນຍານ​ອົງ​ດຽວກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka