Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 10:8 - ພຣະຄຳພີສັກສິ

8 ບັນດາ​ຜູ້​ທີ່​ມາ​ກ່ອນ​ເຮົາ​ນັ້ນ ເປັນ​ຂະໂມຍ​ແລະ​ໂຈນ ແຕ່​ຝູງແກະ​ບໍ່ໄດ້​ຟັງ​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ບັນດາ​ຜູ້​ທີ່​ມາ​ກ່ອນໜ້າ​ເຮົາ​ນັ້ນ​ເປັນ​ຂະໂມຍ ແລະ ໂຈນ, ແຕ່​ແກະ​ບໍ່​ໄດ້​ຟັງ​ພວກເຂົາ.

Uka jalj uñjjattʼäta Copia luraña




ໂຢຮັນ 10:8
11 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກ່າວ​ວ່າ, “ວິບັດ​ແກ່​ພວກ​ຜູ້ລ້ຽງແກະ​ຜູ້​ທີ່​ທຳລາຍ ແລະ​ເຮັດ​ໃຫ້​ກະຈັດ​ກະຈາຍ​ໄປ​ທົ່ວ​ທົ່ງຫຍ້າ​ຂອງເຮົາ.”


“ມະນຸດ​ເອີຍ ຈົ່ງ​ປະນາມ​ບັນດາ​ພວກ​ຜູ້ລ້ຽງແກະ​ຂອງ​ຊາດ​ອິດສະຣາເອນ. ຈົ່ງ​ປະກາດ​ສູ່​ພວກເຂົາ​ຟັງ ແລະ​ບອກ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ແກ່​ພວກເຂົາ​ດັ່ງນີ້: ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ຜູ້ລ້ຽງແກະ​ຂອງ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ດູແລ​ຕົນເອງ​ແຕ່​ບໍ່ໄດ້​ດູແລ​ຝູງແກະ​ເລີຍ.


ບັນດາ​ຂ້າຣາຊການ​ໃນ​ເມືອງນີ້​ເປັນ​ດັ່ງ​ຝູງ​ສິງ​ທີ່​ຮ້ອງ​ຄຳຣາມ; ບັນດາ​ຜູ້​ຕັດສິນ​ຄວາມ​ກໍ​ເປັນ​ດັ່ງ​ໝາປ່າ​ທີ່​ອຶດຫິວ​ໃນ​ຕອນ​ກາງຄືນ ໂລພາ​ໂພດ​ຈົນ​ບໍ່​ຍອມ​ປະ​ກະດູກ​ໃຫ້​ເຖິງ​ຕອນເຊົ້າ.


ເຮົາ​ໄດ້​ໃຫ້​ຄົນລ້ຽງແກະ​ຜູ້ໜຶ່ງ​ເບິ່ງແຍງ​ຝູງແກະ​ຂອງເຮົາ ແຕ່​ລາວ​ບໍ່ໄດ້​ຊ່ວຍ​ແກະ​ທີ່​ກຳລັງ​ຈະ​ຈິບຫາຍ​ໄປ; ລາວ​ບໍ່ໄດ້​ຊອກຫາ​ໂຕ​ທີ່​ເສຍໄປ ຫລື​ປິ່ນປົວ​ໂຕ​ທີ່​ຖືກ​ບາດເຈັບ ຫລື​ລ້ຽງດູ​ໂຕ​ທີ່​ລອດຊີວິດ​ຢູ່, ແຕ່​ລາວ​ກັບ​ກິນ​ຊີ້ນ​ຂອງ​ແກະ​ໂຕ​ທີ່​ຕຸ້ຍພີ ແລະ​ຈີກ​ກີບ​ຕິນ​ຂອງ​ມັນ​ອອກ​ເສຍ.


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນ​ທີ່​ບໍ່​ເຂົ້າ​ຄອກ​ແກະ​ທາງ​ປະຕູ ແຕ່​ປີນ​ເຂົ້າ​ທາງ​ອື່ນ​ກໍ​ເປັນ​ຂະໂມຍ​ແລະ​ໂຈນ.


ແກະ​ຂອງເຮົາ​ກໍ​ຟັງ​ສຽງ​ຂອງເຮົາ, ເຮົາ​ຮູ້ຈັກ​ພວກເຂົາ ແລະ​ພວກເຂົາ​ກໍຕາມ​ເຮົາ​ໄປ.


ຝູງແກະ​ຈະ​ບໍ່​ຕາມ​ຄົນ​ແປກໜ້າ ແຕ່​ຈະ​ແລ່ນ​ໜີໄປ​ຈາກ​ຄົນ​ນັ້ນ ເພາະ​ບໍ່​ຮູ້ຈັກ​ສຽງ​ຂອງ​ຄົນ​ແປກ​ໜ້າ​ນັ້ນ.”


ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້​ມີ​ຊາຍ​ຄົນ​ໜຶ່ງ ຊື່​ວ່າ ທູດາ ທີ່​ອ້າງ​ຕົວ​ເອງ​ວ່າ​ເປັນ​ຜູ້​ສຳຄັນ ແລະ​ມີ​ຄົນ​ປະມານ​ສີ່ຮ້ອຍ​ຄົນ ຮ່ວມ​ຕິດຕາມ​ລາວ​ໄປ, ແຕ່​ທູດາ​ຖືກ​ຂ້າ​ເສຍ ຜູ້​ທີ່​ຕິດຕາມ​ລາວ​ທັງໝົດ ກໍ​ແຕກ​ກະຈັດ​ກະຈາຍ ແລະ​ຂະບວນ​ການ​ຂອງ​ລາວ ກໍ​ດັບສູນ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka