Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 10:7 - ພຣະຄຳພີສັກສິ

7 ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ອີກ​ວ່າ, “ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ເຮົາ​ນີ້​ແຫຼະ ເປັນ​ປະຕູ​ຂອງ​ແກະ​ທັງຫລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ເຫດສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ອີກ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເຮົາ​ນີ້​ແຫລະ​ເປັນ​ປະຕູ​ສຳລັບ​ແກະ.

Uka jalj uñjjattʼäta Copia luraña




ໂຢຮັນ 10:7
12 Jak'a apnaqawi uñst'ayäwi  

ຈົ່ງ​ຮູ້ຈັກ​ວ່າ​ພຣະເຈົ້າຢາເວ​ຄື​ພຣະເຈົ້າ​ຜູ້​ສ້າງ​ພວກເຮົາ ພວກເຮົາ​ເປັນ​ໄພ່ພົນ​ແລະ​ຝູງແກະ​ຂອງ​ພຣະອົງ.


ແລ້ວ​ພວກ​ຂ້ານ້ອຍ​ທີ່​ເປັນ​ປະຊາຊົນ​ຂອງ​ພຣະອົງ​ນັ້ນ ຄື​ເປັນ​ຝູງແກະ​ຂອງ​ພຣະອົງ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ ຕະຫລອດໄປ​ເປັນນິດ ແລະ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ທຸກຍຸກ​ທຸກສະໄໝ.


ດ້ວຍວ່າ, ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ​ພວກເຮົາ​ກໍ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ ຄື​ເປັນ​ໄພ່ພົນ​ທີ່​ພຣະອົງ​ຊົງ​ເຝົ້າເບິ່ງ​ຮັກສາ ເປັນ​ຝູງແກະ​ທີ່​ຊົງ​ລ້ຽງດູ.


ພວກເຮົາ​ທຸກຄົນ​ເປັນ​ດັ່ງ​ແກະ​ທີ່​ໄດ້​ຫຼົງເສຍ​ໄປ ແຕ່ລະຄົນ​ເດີນ​ຕາມ​ທາງ​ຂອງ​ຕົນເອງ​ທັງນັ້ນ. ແຕ່​ພຣະເຈົ້າຢາເວ​ໄດ້​ໃຫ້​ທ່ານ​ຮັບ​ໂທດທັນ ຄື​ໂທດກຳ​ທີ່​ເຮົາ​ທຸກຄົນ​ສົມຄວນ​ໄດ້​ຮັບ.


ພວກເຈົ້າ​ຜູ້​ເປັນ​ຝູງແກະ​ຂອງເຮົາ​ເອີຍ ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ເມືອງ​ຕ່າງໆ​ທີ່​ຮົກຮ້າງ​ເພພັງ​ໃນ​ປັດຈຸບັນ​ນີ້ ກໍ​ຈະ​ມີ​ຄົນ​ຢູ່​ເຕັມ​ດັ່ງ​ນະຄອນ​ເຢຣູຊາເລັມ ຊຶ່ງ​ຄັ້ງໜຶ່ງ ມີ​ແກະ​ຢ່າງ​ຫລວງຫລາຍ ເພື່ອ​ໃຊ້​ຖວາຍ​ເປັນ​ເຄື່ອງ​ບູຊາ​ໃນ​ຍາມ​ເທດສະການ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”’


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນ​ທີ່​ບໍ່​ເຂົ້າ​ຄອກ​ແກະ​ທາງ​ປະຕູ ແຕ່​ປີນ​ເຂົ້າ​ທາງ​ອື່ນ​ກໍ​ເປັນ​ຂະໂມຍ​ແລະ​ໂຈນ.


ເຮົາ​ນີ້​ແຫຼະ ເປັນ​ປະຕູ ຜູ້ໃດ​ກໍຕາມ​ທີ່​ເຂົ້າ​ມາ​ທາງ​ເຮົາ​ກໍ​ຈະ​ໄດ້​ພົ້ນ ແລ້ວ​ຈະ​ເຂົ້າ​ມາ​ແລະ​ອອກ​ໄປ ທັງ​ຈະ​ພົບ​ອາຫານ​ດ້ວຍ.


ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ​ເປັນ​ຊີວິດ ບໍ່ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້ ນອກຈາກ​ມາ​ທາງ​ເຮົາ.


ໂດຍ​ທາງ​ພຣະອົງ​ນີ້​ແຫຼະ ທີ່​ພວກເຮົາ​ທັງສອງ​ພວກ​ສາມາດ​ເຂົ້າ​ມາ​ເຝົ້າ​ພຣະບິດາເຈົ້າ ໂດຍ​ພຣະວິນຍານ​ອົງ​ດຽວກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka