Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 10:5 - ພຣະຄຳພີສັກສິ

5 ຝູງແກະ​ຈະ​ບໍ່​ຕາມ​ຄົນ​ແປກໜ້າ ແຕ່​ຈະ​ແລ່ນ​ໜີໄປ​ຈາກ​ຄົນ​ນັ້ນ ເພາະ​ບໍ່​ຮູ້ຈັກ​ສຽງ​ຂອງ​ຄົນ​ແປກ​ໜ້າ​ນັ້ນ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ແຕ່​ຝູງແກະ​ຈະ​ບໍ່​ຕິດຕາມ​ຄົນແປກໜ້າ, ແທ້ຈິງແລ້ວ, ພວກມັນ​ຈະ​ແລ່ນ​ໜີ​ໄປ​ຈາກ​ຄົນ​ນັ້ນ​ເພາະ​ພວກມັນ​ບໍ່​ຮູ້ຈັກ​ສຽງ​ຂອງ​ຄົນແປກໜ້າ”.

Uka jalj uñjjattʼäta Copia luraña




ໂຢຮັນ 10:5
15 Jak'a apnaqawi uñst'ayäwi  

ແຕ່​ກະສັດ​ເຢໂຮຊາຟັດ​ຖາມ​ວ່າ, “ບໍ່ມີ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ​ຄົນອື່ນ​ອີກ​ບໍ ທີ່​ພວກເຮົາ​ຈະ​ປຶກສາ​ໄດ້.”


ຄົນ​ທີ່​ເຊົາ​ຮຽນຮູ້​ກໍ​ຈະ​ລະເລີຍ​ຕໍ່​ສິ່ງ​ທີ່​ຕົນ​ໄດ້​ຮຽນຮູ້​ມາ.


ພຣະອົງ​ກ່າວ​ຕໍ່ໄປ​ອີກ​ວ່າ, “ຈົ່ງ​ລະວັງ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຟັງ ພວກເຈົ້າ​ຈະ​ຕວງ​ໃຫ້​ຄົນອື່ນ​ດ້ວຍ​ເຄື່ອງ​ຜອງ​ຢ່າງ​ໃດ, ພຣະເຈົ້າ​ກໍ​ຈະ​ຕວງ​ໃຫ້​ກັບ​ພວກເຈົ້າ​ດ້ວຍ​ເຄື່ອງ​ຜອງ​ຢ່າງ​ນັ້ນ ທັງ​ຈະ​ຊົງ​ເພີ່ມເຕີມ​ໃຫ້​ອີກ.


“ເຫດສະນັ້ນ ຈົ່ງ​ລະວັງ​ໃຫ້​ດີ​ວ່າ ພວກເຈົ້າ​ຟັງ​ດ້ວຍ​ທ່າທີ​ຢ່າງ​ໃດ ເພາະ​ຜູ້ໃດ​ທີ່​ມີ​ຢູ່​ແລ້ວ ກໍ​ຈະ​ຊົງ​ເພີ່ມ​ເຕີມ​ໃຫ້​ອີກ, ແຕ່​ຜູ້ໃດ​ທີ່​ບໍ່ມີ ແມ່ນແຕ່​ສິ່ງ​ທີ່​ຕົນ​ຄິດ​ວ່າ​ມີ​ຢູ່​ນັ້ນ ກໍ​ຈະ​ຖືກ​ຍົກ​ເອົາ​ໄປ​ເສຍ​ຈາກ​ລາວ.”


ມີ​ຝູງແກະ​ອື່ນ​ທີ່​ເປັນ​ຝູງແກະ​ຂອງເຮົາ ແຕ່​ບໍ່​ຢູ່​ໃນ​ຄອກ​ນີ້ ເຮົາ​ຈະ​ຕ້ອງ​ພາ​ແກະ​ເຫຼົ່ານັ້ນ​ມາ​ເໝືອນກັນ ພວກເຂົາ​ຈະ​ຟັງ​ສຽງ​ຂອງເຮົາ ເຮົາ​ຈະ​ເຕົ້າໂຮມ​ພວກເຂົາ​ເຂົ້າ​ເປັນ​ຝູງ​ດຽວ​ທີ່​ມີ​ຜູ້​ລ້ຽງ​ແຕ່​ຜູ້​ດຽວ.


ເມື່ອ​ນຳ​ຝູງແກະ​ຂອງຕົນ ເພິ່ນ​ກໍ​ນຳ​ໜ້າ​ຝູງແກະ​ໄປ ແລະ​ຝູງແກະ​ກໍຕາມ​ເພິ່ນ​ໄປ ເພາະ​ຮູ້ຈັກ​ສຽງ​ຂອງ​ເພິ່ນ.


ເພາະ​ຈະ​ເຖິງ​ເວລາ​ທີ່​ຄົນ​ຈະ​ບໍ່​ຍອມ​ຟັງ​ຫລັກ​ຄຳສອນ​ອັນ​ແທ້ຈິງ ແຕ່​ຈະ​ປະຕິບັດ​ຕາມ​ຄວາມ​ປາຖະໜາ​ຂອງ​ເຂົາ​ເອງ ແລະ​ຈະ​ຮວບຮວມ​ຄຳສອນ​ໄວ້​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ເຂົາ.


ພວກເຂົາ​ເຫຼົ່ານັ້ນ​ໄດ້​ອອກ​ໄປ​ຈາກ​ພວກເຮົາ, ແຕ່​ພວກເຂົາ​ບໍ່ແມ່ນ​ຝ່າຍ​ພວກເຮົາ. ເພາະວ່າ ຖ້າ​ພວກເຂົາ​ແມ່ນ​ຝ່າຍ​ພວກເຮົາ ພວກເຂົາ​ກໍ​ຈະ​ໄດ້​ຕັ້ງ​ຢູ່​ກັບ​ພວກເຮົາ​ຕໍ່ໄປ, (ແຕ່​ພວກເຂົາ​ໄດ້​ອອກ​ໄປ​ແລ້ວ) ເພື່ອ​ປາກົດ​ແຈ້ງ​ວ່າ ເຂົາ​ເຫຼົ່ານັ້ນ​ບໍ່ແມ່ນ​ຝ່າຍ​ພວກເຮົາ​ຈັກ​ຄົນ.


ທີ່​ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ນີ້ ບໍ່ແມ່ນ​ເພາະ​ພວກເຈົ້າ​ບໍ່​ຮູ້​ຄວາມຈິງ, ແຕ່​ຍ້ອນ​ພວກເຈົ້າ​ຮູ້​ຄວາມຈິງ​ແລ້ວ ແລະ​ພວກເຈົ້າ​ກໍ​ຮູ້​ອີກ​ວ່າ ບໍ່ມີ​ຄວາມ​ຕົວະ​ໃດໆ​ທີ່​ມາ​ຈາກ​ຄວາມຈິງ.


ເຮົາ​ຮູ້ຈັກ​ການ​ກະທຳ​ຂອງ​ເຈົ້າ ເຮົາ​ຮູ້ຈັກ​ພາລະກິດ​ອັນ​ຍາກ​ລຳບາກ ແລະ​ຄວາມ​ອົດທົນ​ຂອງ​ເຈົ້າ ເຮົາ​ຮູ້​ວ່າ​ເຈົ້າ​ທົນ​ຕໍ່​ຄົນຊົ່ວຮ້າຍ​ບໍ່ໄດ້. ເຈົ້າ​ໄດ້​ລອງໃຈ​ຄົນ​ເຫຼົ່ານັ້ນ​ທີ່​ອວດ​ວ່າ ເປັນ​ອັກຄະສາວົກ, ແຕ່​ພວກເຂົາ​ບໍ່ໄດ້​ເປັນ ແລະ​ເຈົ້າ​ກໍ​ຮູ້ຈັກ​ແລ້ວ​ວ່າ​ພວກເຂົາ​ເປັນ​ຄົນ​ຂີ້ຕົວະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka