Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 10:4 - ພຣະຄຳພີສັກສິ

4 ເມື່ອ​ນຳ​ຝູງແກະ​ຂອງຕົນ ເພິ່ນ​ກໍ​ນຳ​ໜ້າ​ຝູງແກະ​ໄປ ແລະ​ຝູງແກະ​ກໍຕາມ​ເພິ່ນ​ໄປ ເພາະ​ຮູ້ຈັກ​ສຽງ​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ເມື່ອ​ເພິ່ນ​ໄດ້​ພາ​ແກະ​ທັງໝົດ​ຂອງ​ຕົນ​ອອກມາ​ແລ້ວ ເພິ່ນ​ກໍ​ນຳໜ້າ​ພວກມັນ​ໄປ ແລະ ແກະ​ຂອງ​ເພິ່ນ​ກໍ​ຕິດຕາມ​ເພິ່ນ​ໄປ​ເພາະ​ພວກມັນ​ຮູ້ຈັກ​ສຽງ​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña




ໂຢຮັນ 10:4
23 Jak'a apnaqawi uñst'ayäwi  

ຈົ່ງ​ຟັງ​ເຖີດ ນັ້ນ​ແມ່ນ​ສຽງ​ຄົນ​ຮັກ​ຂອງຂ້ອຍ​ໃດ ຈົ່ງ​ເບິ່ງ​ພຸ້ນ​ດູ ລາວ​ກຳລັງ​ແລ່ນ​ມາ​ໃກ້ ລາວ​ແລ່ນ​ມາ​ຫາ​ຂ້ອຍ ກະໂດດ​ຂ້າມ​ໜ່ວຍ​ພູ​ມາ ແລ່ນ​ແຂ່ງ​ຂ້າມ​ເນີນພູ​ຟ້າວຟັ່ງ​ມາ​ຫາ​ຂ້ອຍ.


ຈິດໃຈ​ນ້ອງ​ຮູ້ເມື່ອ​ຂຶ້ນ​ໃນ​ຂະນະທີ່​ນອນຫລັບ​ໄປ ນ້ອງ​ຝັນ​ວ່າ​ຄົນຮັກ​ຢືນ​ເຄາະ​ຢູ່​ທີ່​ປະຕູ​ຫ້ອງ. ທີ່ຮັກ​ຂອງອ້າຍ ຂໍ​ໃຫ້​ເຂົ້າ​ໄປ​ຂ້າງ​ໃນ​ຫ້ອງ​ນ້ອງ​ສາ ນ້ອງສາວ​ຂອງ​ອ້າຍ, ຄູ່ຮັກ​ຂອງອ້າຍ​ເອີຍ ນົກເຂົາ​ຂອງອ້າຍ, ຍິງ​ດີ​ທີ່ສຸດ​ຂອງ​ອ້າຍ​ເອີຍ. ສ່ວນ​ນໍ້າ​ຄ້າງ​ນັ້ນ​ກໍ​ເຕັມ​ຢູ່​ເທິງ​ຫົວ ຜົມ​ຂອງອ້າຍ​ກໍ​ຊຸ່ມ​ໄປ​ດ້ວຍ​ນໍ້າໝອກ​ໃນ​ກາງຄືນ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຖ້າ​ຜູ້ໃດ​ຢາກ​ຕາມ​ເຮົາ​ມາ ໃຫ້​ຜູ້ນັ້ນ​ຕັດ​ສິດ​ຂອງຕົນ, ຮັບ​ແບກ​ໄມ້ກາງແຂນ​ຂອງຕົນ​ແລ້ວ​ຕິດຕາມ​ເຮົາ​ມາ.


ມີ​ຝູງແກະ​ອື່ນ​ທີ່​ເປັນ​ຝູງແກະ​ຂອງເຮົາ ແຕ່​ບໍ່​ຢູ່​ໃນ​ຄອກ​ນີ້ ເຮົາ​ຈະ​ຕ້ອງ​ພາ​ແກະ​ເຫຼົ່ານັ້ນ​ມາ​ເໝືອນກັນ ພວກເຂົາ​ຈະ​ຟັງ​ສຽງ​ຂອງເຮົາ ເຮົາ​ຈະ​ເຕົ້າໂຮມ​ພວກເຂົາ​ເຂົ້າ​ເປັນ​ຝູງ​ດຽວ​ທີ່​ມີ​ຜູ້​ລ້ຽງ​ແຕ່​ຜູ້​ດຽວ.


ແກະ​ຂອງເຮົາ​ກໍ​ຟັງ​ສຽງ​ຂອງເຮົາ, ເຮົາ​ຮູ້ຈັກ​ພວກເຂົາ ແລະ​ພວກເຂົາ​ກໍຕາມ​ເຮົາ​ໄປ.


ຄົນ​ເຝົ້າ​ປະຕູ ກໍ​ໄຂ​ປະຕູ​ໃຫ້​ແກ່​ຜູ້ນັ້ນ ແລະ​ຝູງແກະ​ກໍ​ຟັງ​ສຽງ​ຂອງ​ເພິ່ນ ເພິ່ນ​ເອີ້ນ​ແກະ​ຂອງຕົນ​ຕາມ​ຊື່ ແລະ​ພາ​ອອກ​ໄປ.


ຝູງແກະ​ຈະ​ບໍ່​ຕາມ​ຄົນ​ແປກໜ້າ ແຕ່​ຈະ​ແລ່ນ​ໜີໄປ​ຈາກ​ຄົນ​ນັ້ນ ເພາະ​ບໍ່​ຮູ້ຈັກ​ສຽງ​ຂອງ​ຄົນ​ແປກ​ໜ້າ​ນັ້ນ.”


ບັນດາ​ຜູ້​ທີ່​ມາ​ກ່ອນ​ເຮົາ​ນັ້ນ ເປັນ​ຂະໂມຍ​ແລະ​ໂຈນ ແຕ່​ຝູງແກະ​ບໍ່ໄດ້​ຟັງ​ພວກເຂົາ.


ຖ້າ​ຜູ້ໃດ​ບົວລະບັດ​ຮັບໃຊ້​ເຮົາ ໃຫ້​ຜູ້ນັ້ນ​ຕິດຕາມ​ເຮົາ​ມາ ເຮົາ​ຢູ່​ທີ່​ໃດ​ຜູ້​ບົວລະບັດ​ຮັບໃຊ້​ເຮົາ ກໍຈະ​ຢູ່​ທີ່​ນັ້ນ​ເໝືອນກັນ ຝ່າຍ​ພຣະບິດາເຈົ້າ​ຂອງເຮົາ ຈະ​ໃຫ້​ກຽດຕິຍົດ​ແກ່​ທຸກຄົນ ທີ່​ບົວລະບັດ​ຮັບໃຊ້​ເຮົາ.”


ດ້ວຍວ່າ, ເຮົາ​ໄດ້​ວາງ​ແບບ​ຢ່າງ​ໄວ້​ໃຫ້​ພວກເຈົ້າ​ແລ້ວ ເພື່ອ​ໃຫ້​ພວກເຈົ້າ​ເຮັດ​ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ແກ່​ພວກເຈົ້າ​ນັ້ນ.


ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ຖ້າດັ່ງນັ້ນ ເຈົ້າ​ເປັນ​ກະສັດ​ບໍ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ເອງ​ເປັນ​ຜູ້​ບອກ​ວ່າ ເຮົາ​ເປັນ​ກະສັດ ເຮົາ​ເກີດ​ແລະ​ເຂົ້າ​ມາ​ໃນ​ໂລກນີ້ ກໍ​ເພື່ອ​ຈຸດປະສົງ​ອັນ​ດຽວ​ນີ້​ແຫຼະ ຄື​ເປັນ​ພະຍານ​ເຖິງ​ຄວາມຈິງ, ທຸກຄົນ​ທີ່​ຢູ່​ຝ່າຍ​ຄວາມຈິງ ກໍ​ຍ່ອມ​ຟັງ​ສຽງ​ຂອງເຮົາ.”


ເຈົ້າສາວ​ຍ່ອມ​ເປັນ​ຂອງ​ເຈົ້າບ່າວ, ແຕ່​ພໍ​ໄດ້ຍິນ​ສຽງ​ເຈົ້າບ່າວ ເພື່ອນ​ຂອງ​ເຈົ້າບ່າວ​ທີ່​ຢືນ​ຟັງ​ຢູ່ ກໍ​ດີໃຈ​ຢ່າງ​ເຕັມປ່ຽມ ຢ່າງ​ນັ້ນ​ແຫຼະ ຄວາມ​ຍິນດີ​ຂອງເຮົາ​ກໍ​ຄົບຖ້ວນ​ແລ້ວ.


ເຈົ້າ​ທັງຫລາຍ​ຈົ່ງ​ປະຕິບັດ​ຕາມ​ແບບຢ່າງ​ຂອງເຮົາ ເໝືອນ​ເຮົາ​ປະຕິບັດ​ຕາມ​ແບບຢ່າງ​ຂອງ​ພຣະຄຣິດ.


ເພາະສະນັ້ນ ເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ຜູ້​ດຳເນີນ​ຊີວິດ​ຕາມ​ແບບຢ່າງ​ພຣະເຈົ້າ ເໝືອນ​ເປັນ​ບຸດ​ທີ່​ຊົງ​ຮັກ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເປັນ​ຜູ້​ນຳພາ​ພວກເຈົ້າ ແລະ​ພຣະອົງ​ຈະ​ຕໍ່ສູ້​ພວກເຂົາ​ແທນ​ພວກເຈົ້າ ເໝືອນ​ດັ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​ພຣະອົງ​ເຮັດ​ໃນ​ປະເທດ​ເອຢິບ


ຈົ່ງ​ປັກຕາ​ເບິ່ງ​ພຣະເຢຊູເຈົ້າ ຄື​ຜູ້​ບຸກເບີກ​ຄວາມເຊື່ອ ແລະ​ຜູ້​ຊົງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ພວກເຮົາ​ເຖິງ​ທີ່​ສຳເລັດ. ພຣະອົງ​ໄດ້​ຊົງ​ອົດທົນ​ຕໍ່​ໄມ້ກາງແຂນ ເພາະ​ເຫັນ​ແກ່​ຄວາມ​ຍິນດີ​ທີ່​ຕັ້ງ​ໄວ້​ຕໍ່ໜ້າ​ພຣະອົງ ພຣະອົງ​ຊົງ​ຖື​ວ່າ​ຄວາມ​ລະອາຍ​ນັ້ນ​ບໍ່​ເປັນ​ສິ່ງ​ສຳຄັນ ຈຶ່ງ​ໄດ້​ປະທັບ​ລົງ​ເບື້ອງ​ຂວາ​ພຣະທີ່ນັ່ງ​ຂອງ​ພຣະເຈົ້າ.


ທີ່​ພຣະເຢຊູເຈົ້າ​ຜູ້​ຊົງ​ນຳ​ໜ້າ ໄດ້​ສະເດັດ​ເຂົ້າ​ໄປ​ກ່ອນ​ແທນ​ພວກເຮົາ​ແລ້ວ ເພາະ​ພຣະອົງ​ໄດ້​ຊົງ​ກາຍເປັນ​ພຣະ​ມະຫາ​ປະໂຣຫິດ​ຕະຫລອດໄປ ໃນ​ລຳດັບ​ດຽວ​ກັບ​ເມຄີເຊເດັກ.


ເພາະວ່າ ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໄວ້​ສຳລັບ​ການ​ນີ້​ແຫຼະ ເພາະ​ພຣະຄຣິດ​ກໍໄດ້​ຊົງ​ທົນທຸກ​ທໍລະມານ ແທນ​ເຈົ້າ​ທັງຫລາຍ​ເໝືອນກັນ ໂດຍ​ໃຫ້​ເປັນ​ແບບຢ່າງ​ແກ່​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ໄດ້​ຕິດຕາມ​ຮອຍ​ພຣະບາດ​ຂອງ​ພຣະອົງ.


ດ້ວຍວ່າ, ພຣະຄຣິດ​ໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ​ທາງ​ຮ່າງກາຍ ພວກເຈົ້າ​ເອງ​ກໍ​ຕ້ອງ​ເຮັດ​ໃຫ້​ຕົນ​ເຂັ້ມແຂງ ໂດຍ​ມີ​ຄວາມ​ຄິດ​ຢ່າງ​ດຽວ​ກັບ​ພຣະອົງ ເພາະ​ຜູ້​ທີ່​ໄດ້​ທົນທຸກ​ທໍລະມານ​ທາງ​ຮ່າງກາຍ ກໍ​ບໍ່​ພົວພັນ​ໃນ​ຄວາມ​ຜິດບາບ​ອີກ​ຕໍ່ໄປ.


ບໍ່ແມ່ນ​ເໝືອນ​ເປັນ​ເຈົ້ານາຍ ເໜືອ​ພວກ​ທີ່​ຊົງ​ຝາກ​ໄວ້​ກັບ​ພວກເຈົ້າ ແຕ່​ໃຫ້​ເປັນ​ແບບຢ່າງ​ອັນ​ດີ​ແກ່​ຝູງແກະ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka