ໂຢຮັນ 10:1 - ພຣະຄຳພີສັກສິ1 “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຄົນທີ່ບໍ່ເຂົ້າຄອກແກະທາງປະຕູ ແຕ່ປີນເຂົ້າທາງອື່ນກໍເປັນຂະໂມຍແລະໂຈນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່1 “ພວກເຈົ້າທີ່ເປັນພວກຟາຣີຊາຍເອີຍ ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຄົນທີ່ບໍ່ໄດ້ເຂົ້າຄອກແກະທາງປະຕູແຕ່ປີນເຂົ້າທາງອື່ນນັ້ນກໍເປັນຂະໂມຍ ແລະ ໂຈນ. Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ຈົ່ງຮັບຟັງສິ່ງທີ່ເຮົາກ່າວ ເຮົາຕໍ່ສູ້ຜູ້ທຳນວາຍທັງຫລາຍຜູ້ທີ່ເລົ່າຄວາມຝັນຕ່າງໆຂອງຕົນ ຊຶ່ງເຕັມໄປດ້ວຍຄຳຕົວະຍົວະ. ພວກເຂົາເລົ່າຄວາມຝັນນັ້ນ ແລະນຳປະຊາຊົນຂອງເຮົາໃຫ້ຫລົງຜິດໄປ ດ້ວຍຄຳຕົວະຍົວະ ແລະຄຳໂອ້ອວດຂອງພວກເຂົາ. ເຮົາບໍ່ໄດ້ໃຊ້ ຫລືສັ່ງພວກເຂົາໄປ ແລະພວກເຂົາກໍບໍ່ໄດ້ຊ່ວຍເຫລືອປະຊາຊົນຫຍັງເລີຍ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ບັນດາຜູ້ປະກາດພຣະທຳປອມ ໄດ້ເກີດມີຂຶ້ນໃນທ່າມກາງໄພ່ພົນຂອງພຣະເຈົ້າໃນເມື່ອກ່ອນສັນໃດ ກໍຈະມີຄູສອນປອມເກີດຂຶ້ນໃນທ່າມກາງພວກເຈົ້າສັນນັ້ນ ພວກເຂົາຈະນຳເອົາຄຳສອນບໍ່ຈິງ ທີ່ເປັນການທຳລາຍມາສິດສອນ ຈົນເຖິງກັບປະຕິເສດພຣະອົງ ຜູ້ຊົງເປັນພຣະເຈົ້າທີ່ໄດ້ໄຖ່ພວກເຂົາໄວ້ ຊຶ່ງຈະນຳຄວາມຈິບຫາຍມາເຖິງຕົວພວກເຂົາໂດຍໄວ.