6 ພຣະເຈົ້າໄດ້ໃຊ້ຜູ້ໜຶ່ງມາ ຊື່ວ່າ, “ໂຢຮັນ”
6 ພຣະເຈົ້າໄດ້ໃຊ້ຜູ້ໜຶ່ງມາຊື່ວ່າໂຢຮັນ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຕອບວ່າ, “ເຮົາຈະໃຊ້ຜູ້ແຈ້ງຂ່າວຂອງເຮົາໄປຕຽມທາງໄວ້ສຳລັບເຮົາ. ແລ້ວອົງພຣະຜູ້ເປັນເຈົ້າ ຜູ້ທີ່ພວກເຈົ້າກຳລັງຊອກຫານັ້ນ ກໍຈະມາທີ່ພຣະວິຫານໃນທັນໃດ. ຜູ້ແຈ້ງຂ່າວທີ່ພວກເຈົ້າຢາກເຫັນນັ້ນຈະມາ ແລະປະກາດພັນທະສັນຍາຂອງເຮົາ.”
ດ້ວຍວ່າ, ໂຢຮັນຜູ້ນີ້ແຫຼະ ທີ່ພຣະຄຳພີກ່າວເຖິງວ່າ, ‘ເບິ່ງແມ! ເຮົາໃຊ້ຜູ້ຮັບໃຊ້ຂອງເຮົາໄປກ່ອນໜ້າເຈົ້າ ເພື່ອຈັດແຈງທາງໄວ້ສຳລັບເຈົ້າ.’
ຄືຜູ້ໃດໃຫ້ສິດແກ່ໂຢຮັນເພື່ອໃຫ້ຮັບບັບຕິສະມາ ພຣະເຈົ້າໃຫ້ຫລືວ່າມະນຸດໃຫ້?” ພວກເຂົາຈຶ່ງໄດ້ປຶກສາກັນວ່າ, “ພວກເຮົາຈະວ່າຢ່າງໃດ? ຖ້າພວກເຮົາຕອບວ່າ ‘ພຣະເຈົ້າໃຫ້’ ລາວກໍຈະຖາມວ່າ ‘ດ້ວຍເຫດໃດພວກເຈົ້າຈຶ່ງບໍ່ເຊື່ອໂຢຮັນ?’
ແຕ່ເທວະດາຕົນນັ້ນກ່າວແກ່ເພິ່ນວ່າ, “ເຊກາຣີຢາເອີຍ ຢ່າຢ້ານເລີຍ ພຣະເຈົ້າໄດ້ຍິນຄຳພາວັນນາອະທິຖານຂອງເຈົ້າແລ້ວ ແລະ ເອລີຊາເບັດເມຍຂອງເຈົ້າ ຈະເກີດລູກຊາຍຄົນໜຶ່ງໃຫ້ເຈົ້າ ເຈົ້າຈົ່ງໃສ່ຊື່ໃຫ້ລາວວ່າ ໂຢຮັນ.
ຝ່າຍເຈົ້າລູກນ້ອຍເອີຍ, ເຂົາຈະເອີ້ນເຈົ້າວ່າ, ຜູ້ທຳນວາຍຂອງຜູ້ສູງສຸດ. ເພາະວ່າເຈົ້າຈະໄປກ່ອນໜ້າອົງພຣະຜູ້ ເປັນເຈົ້າ ແລະຈັດແຈງບັນດາທາງ ຂອງພຣະອົງ
ເຮົາເອງຍັງບໍ່ຮູ້ຈັກ ແຕ່ຜູ້ທີ່ໄດ້ໃຊ້ເຮົາມາໃຫ້ຮັບບັບຕິສະມາໃນນໍ້າ ໄດ້ກ່າວແກ່ເຮົາວ່າ, ‘ເຈົ້າຈະເຫັນພຣະວິນຍານລົງມາຢູ່ເທິງຄົນໃດ ຄົນນັ້ນແຫຼະ ເປັນຜູ້ໃຫ້ຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດເຈົ້າ’
ພວກເຈົ້າເປັນພະຍານໄດ້ ໃນຄຳເວົ້າຂອງເຮົາທີ່ວ່າ, ‘ເຮົາບໍ່ແມ່ນພຣະຄຣິດ ແຕ່ເປັນຜູ້ທີ່ຖືກໃຊ້ມາກ່ອນໜ້າພຣະອົງ.’
ກ່ອນພຣະເຢຊູເຈົ້າສະເດັດມາ ໂຢຮັນໄດ້ປະກາດຕໍ່ປະຊາຊົນອິດສະຣາເອນທຸກຄົນແລ້ວ ກ່ຽວກັບການຖິ້ມໃຈເກົ່າເອົາໃຈໃໝ່ ແລະຮັບບັບຕິສະມາ.