ໂຢຮັນ 1:51 - ພຣະຄຳພີສັກສິ51 ພຣະເຢຊູເຈົ້າກ່າວຕື່ມວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ພວກເຈົ້າຈະເຫັນທ້ອງຟ້າໄຂອອກ ແລະຝູງເທວະດາຂອງພຣະເຈົ້າ ກໍຂຶ້ນໆລົງໆເທິງບຸດມະນຸດ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່51 ແລ້ວພຣະອົງກ່າວຕໍ່ໄປວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ພວກເຈົ້າຈະເຫັນສະຫວັນເປີດອອກ ແລະ ບັນດາເທວະດາຂອງພຣະເຈົ້າຂຶ້ນ ແລະ ລົງເທິງບຸດມະນຸດ”. Uka jalj uñjjattʼäta |
ເຮົາຕ້ອງຍອມຮັບເຖິງຄວາມຍິ່ງໃຫຍ່ໃນຂໍ້ລັບເລິກແຫ່ງຄວາມເຊື່ອຂອງພວກເຮົາຄື: ພຣະອົງໄດ້ປາກົດໃນສະພາບມະນຸດ ໄດ້ຖືກຊົງສຳແດງໃຫ້ເຫັນເປັນຜູ້ຊອບທຳ ໂດຍພຣະວິນຍານ ຊົງສຳແດງພຣະອົງແກ່ພວກເທວະດາ. ມີຜູ້ປະກາດເລື່ອງພຣະອົງ ໃນທ່າມກາງພວກຕ່າງຊາດ. ມີຜູ້ເຊື່ອຖືພຣະອົງທົ່ວທັງໂລກ ແລະຖືກຮັບຂຶ້ນສູ່ສະຫງ່າຣາສີ.