Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 1:44 - ພຣະຄຳພີສັກສິ

44 ຟີລິບ​ເປັນ​ຄົນ​ມາ​ຈາກ​ເບັດສາອີດາ​ເປັນ​ເມືອງ​ທີ່​ອັນເດອາ ແລະ ເປໂຕ​ຢູ່).

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

44 ຟີລິບ​ເປັນ​ຄົນ​ມາ​ຈາກ​ເມືອງ​ເບັດຊາອີດາ​ເໝືອນ​ກັນ​ກັບ​ອັນເດອາ ແລະ ເປໂຕ.

Uka jalj uñjjattʼäta Copia luraña




ໂຢຮັນ 1:44
18 Jak'a apnaqawi uñst'ayäwi  

ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍ​ຄົນ​ເກັບພາສີ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ ແລະ ທາດາຍ,


ວ່າ, “ວິບັດ​ແກ່​ເຈົ້າ ເມືອງ​ໂຂຣາຊິນ​ເອີຍ ວິບັດ​ແກ່​ເຈົ້າ ເມືອງ​ເບັດສາອີດາ​ກໍ​ເໝືອນກັນ ການ​ອັດສະຈັນ​ທີ່​ໄດ້​ຖືກ​ກະທຳ​ໃນ​ທ່າມກາງ​ພວກເຈົ້າ ຖ້າ​ໄດ້​ຖືກ​ກະທຳ​ທີ່​ເມືອງ​ຕີເຣ​ແລະ​ເມືອງ​ຊີໂດນ​ແລ້ວ ປະຊາຊົນ​ໃນ​ເມືອງ​ທັງສອງ​ນີ້​ກໍ​ຄົງ​ຈະ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ແລະ​ເອົາ​ຂີ້ເຖົ່າ​ໂຮຍ​ໃສ່​ຫົວ​ແຕ່​ດົນນານ​ແລ້ວ


ອັນເດອາ, ຟີລິບ, ບາຣະໂທໂລມາຍ, ມັດທາຍ, ໂທມາ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ທາດາຍ, ຊີໂມນ​ຜູ້ຮັກຊາດ,


ໃນ​ທັນໃດນັ້ນ ພຣະເຢຊູເຈົ້າ​ກໍ​ຈັດ​ໃຫ້​ພວກ​ສາວົກ​ຂອງ​ພຣະອົງ ລົງ​ຂີ່​ເຮືອ​ໄປ​ເມືອງ​ເບັດສາອີດາ ຊຶ່ງ​ຢູ່​ຟາກ​ໜຶ່ງ​ອີກ​ກ່ອນ ສ່ວນ​ພຣະອົງ​ນັ້ນ​ໄດ້​ບອກ​ປະຊາຊົນ​ໃຫ້​ເລີກ​ເມືອ.


ແລ້ວ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ກໍ​ເຂົ້າ​ໄປ​ເບັດສາອີດາ ຊາວ​ເມືອງ​ນັ້ນ​ໄດ້​ພາ​ຄົນ​ຕາບອດ​ຜູ້ໜຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຂໍຮ້ອງ​ພຣະອົງ​ໃຫ້​ວາງ​ມື​ໃສ່​ລາວ.


“ວິບັດ​ແກ່​ເຈົ້າ ເມືອງ​ໂຂຣາຊິນ​ເອີຍ ເມືອງ​ເບັດສາອີດາ​ກໍ​ເຊັ່ນດຽວ​ກັນ ວິບັດ​ສຳລັບ​ເຈົ້າ ຖ້າ​ການ​ອັດສະຈັນ​ທີ່​ໄດ້​ຖືກ​ກະທຳ​ໃນ​ເມືອງ​ຂອງ​ເຈົ້າ ໄດ້​ຖືກ​ກະທຳ​ທີ່​ເມືອງ​ຕີເຣ ແລະ ຊີໂດນ​ແລ້ວ ປະຊາຊົນ​ໃນ​ເມືອງ​ເຫຼົ່ານີ້​ກໍ​ຄົງ​ຈະ​ນັ່ງ​ລົງ ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ໃຊ້​ຂີ້ເທົ່າ​ໂຮຍ​ຫົວ​ແຕ່​ດົນນານ​ມາ​ແລ້ວ ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ ພວກເຂົາ​ຖິ້ມໃຈເກົ່າ​ເອົາໃຈໃໝ່,


ຄື​ຊີໂມນ (ທີ່​ພຣະອົງ​ຕັ້ງ​ຊື່​ໃຫ້​ວ່າ, “ເປໂຕ”) ແລະ ອັນເດອາ​ນ້ອງຊາຍ​ຂອງຕົນ, ຢາໂກໂບ ແລະ ໂຢຮັນ, ຟີລິບ ແລະ ບາຣະໂທໂລມາຍ,


ແລ້ວ​ພວກ​ອັກຄະສາວົກ​ກໍໄດ້​ກັບຄືນ​ມາ ເມື່ອ​ພວກເພິ່ນ​ລາຍງານ​ແກ່​ພຣະເຢຊູເຈົ້າ ເຖິງ​ສິ່ງ​ທີ່​ພວກ​ຕົນ​ເຮັດ ແລ້ວ​ພຣະອົງ​ກໍ​ພາ​ພວກເພິ່ນ​ໄປ​ຕ່າງຫາກ ທີ່​ເມືອງ​ໜຶ່ງ​ຊື່​ວ່າ ເບັດສາອີດາ.


ວັນ​ຕໍ່ມາ​ອີກ ພຣະເຢຊູເຈົ້າ​ໄດ້​ຕັດສິນໃຈ​ໄປ​ແຂວງ​ຄາລີເລ ພຣະອົງ​ໄດ້​ພົບ​ຟີລິບ ແລະ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.” (


ຟີລິບ​ໄດ້​ໄປ​ຫາ​ນະທານາເອັນ ແລະ​ບອກ​ລາວ​ວ່າ, “ຂ້ອຍ​ໄດ້​ພົບ​ຜູ້​ທີ່​ໂມເຊ​ໄດ້​ຂຽນ​ເລື່ອງ​ຂອງ​ເພິ່ນ ໃນ​ໜັງສື​ກົດບັນຍັດ​ແລ້ວ ແລະ​ທັງ​ພວກ​ຜູ້ທຳນວາຍ​ກໍໄດ້​ຂຽນ​ໄວ້​ເໝືອນກັນ ເພິ່ນ​ແມ່ນ​ເຢຊູ ລູກ​ຂອງ​ໂຢເຊັບ​ໄທ​ນາຊາເຣັດ.”


ນະທານາເອັນ​ຖາມ​ຟີລິບ​ວ່າ, “ມີ​ສິ່ງ​ດີ​ອັນ​ໃດ ມາ​ຈາກ​ນາຊາເຣັດ​ບໍ?” ຟີລິບ​ຕອບ​ວ່າ, “ໃຫ້​ມາ​ເບິ່ງ​ເອົາ.”


ນະທານາເອັນ ຈຶ່ງ​ຖາມ​ພຣະອົງ​ວ່າ, “ທ່ານ​ຮູ້ຈັກ​ຂ້ານ້ອຍ​ໄດ້​ຢ່າງ​ໃດ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ເຫັນ​ເຈົ້າ​ແລ້ວ ຕອນ​ທີ່​ເຈົ້າ​ຢູ່​ກ້ອງ​ຕົ້ນ​ເດື່ອ ກ່ອນ​ທີ່​ຟີລິບ​ເອີ້ນ​ເຈົ້າ.”


ພວກເຂົາ​ໄດ້​ໄປ​ຫາ​ຟີລິບ ຜູ້​ທີ່​ມາ​ຈາກ​ເບັດສາອີດາ​ໃນ​ແຂວງ​ຄາລີເລ ແລະ​ເວົ້າ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ຢາກ​ເຫັນ​ພຣະເຢຊູເຈົ້າ.”


ຟີລິບ​ຈຶ່ງ​ໄປ​ບອກ​ອັນເດອາ ແລ້ວ​ທັງສອງ​ກໍ​ໄປ​ບອກ​ພຣະເຢຊູເຈົ້າ.


ພຣະເຢຊູເຈົ້າ​ຫລຽວ​ໄປ​ເຫັນ​ປະຊາຊົນ​ໝູ່ໃຫຍ່​ກຳລັງ​ມາ​ຫາ​ພຣະອົງ ພຣະອົງ​ເວົ້າ​ຕໍ່​ຟີລິບ​ວ່າ, “ພວກເຮົາ​ຈະ​ຊື້​ອາຫານ​ຢູ່​ໃສ​ໃຫ້​ຄົນ​ເຫຼົ່ານີ້​ກິນ?” (


ຟີລິບ​ຕອບ​ພຣະອົງ​ວ່າ, “ແມ່ນແຕ່​ເງິນ​ສອງຮ້ອຍ​ຫລຽນ ຊື້​ອາຫານ​ໃຫ້​ຄົນ​ເຫຼົ່ານີ້​ກິນ​ຜູ້​ລະ​ໜ້ອຍ​ກໍ​ຍັງ​ບໍ່​ພໍ.”


ເມື່ອ​ເຂົ້າ​ໄປ​ໃນ​ນະຄອນ​ແລ້ວ ພວກເພິ່ນ​ກໍ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນ​ເທິງ ບ່ອນ​ທີ່​ພວກເພິ່ນ​ເຄີຍ​ພັກ​ເຊົາ ໃນ​ພວກເພິ່ນ​ມີ ເປໂຕ, ໂຢຮັນ, ຢາໂກໂບ ແລະ ອັນເດອາ, ຟີລິບ​ກັບ​ໂທມາ, ບາຣະໂທໂລມາຍ ກັບ​ມັດທາຍ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ​ຜູ້ຮັກຊາດ ແລະ ຢູດາ ລູກຊາຍ​ຂອງ​ຢາໂກໂບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka