4 ພຣະທຳນັ້ນ ຊົງມີຊີວິດຢູ່ໃນພຣະອົງເອງ ແລະຊີວິດນັ້ນເປັນຄວາມສະຫວ່າງຂອງມະນຸດ.
4 ໃນພຣະອົງຄືຊີວິດ ແລະ ຊີວິດນັ້ນເປັນຄວາມສະຫວ່າງຂອງມະນຸດ.
ເມື່ອຖືກຄົນຊົ່ວຮ້າຍຜູ້ທີ່ວາງໃຈໃນຄວາມຮັ່ງມີ ອວດດີໃນຊັບສິນອັນໃຫຍ່ໂຕຂອງເຂົາເຈົ້າ.
ພຣະເຈົ້າຢາເວ ພຣະເຈົ້າເປັນຕາເວັນແລະເປັນໂລ້ກຳບັງ ຊົງປະທານພຣະຄຸນແລະສະຫງ່າຣາສີ. ດ້ວຍຄວາມເມດຕາແລະກຽດສັກສີ ພຣະເຈົ້າຢາເວໃຫ້ຂອງດີ ແກ່ຜູ້ທີ່ເດີນຕາມທາງອັນຊອບທຳຢ່າງບໍ່ອັ້ນ.
ປະຊາຊົນຂອງເຮົາຜູ້ຕາບອດ ເຮົາຈະນຳພາ ໃຫ້ເດີນໄປຕາມທາງທີ່ພວກເຂົາບໍ່ເຄີຍທຽວຈັກເທື່ອ. ເຮົາຈະປ່ຽນມືດໃຫ້ເປັນແຈ້ງສຳລັບພວກເຂົາ ທີ່ຫລຸບທີ່ໂນນໃຫ້ເປັນທີ່ຮາບພຽງແລະອ່ອນນຸ້ມ. ສິ່ງເຫຼົ່ານີ້ແຫລະ ເປັນຄຳສັນຍາຂອງເຮົາ ເຮົາຈະຮັກສາສິ່ງນັ້ນໄວ້ຢ່າງແນ່ແທ້.
ແຕ່ສຳລັບພວກທີ່ຢຳເກງນາມຂອງເຮົາ ເຮົາຈະນຳຄວາມພົ້ນມາໃຫ້ພວກເຂົາ ດ້ວຍອານຸພາບອັນຮຸ່ງເຮືອງຂອງເຮົາ ດັ່ງດວງຕາເວັນຂຶ້ນ ແລະຈະນຳເອົາການປິ່ນປົວມາສູ່ພວກເຂົາ ດັ່ງແສງດວງອາທິດ. ພວກເຈົ້າຈະເປັນອິດສະຫລະເສລີແລະມີຄວາມສຸກ ດັ່ງລູກງົວທີ່ອອກມາຈາກຄອກ.
ປະຊາຊົນຜູ້ທີ່ໃຊ້ຊີວິດຢູ່ໃນຄວາມມືດໜາ ໄດ້ເຫັນແສງແຈ້ງອັນຍິ່ງໃຫຍ່. ສຳລັບພວກທີ່ຢູ່ໃນເງົາແຫ່ງຄວາມຕາຍ ແສງແຈ້ງໃສໄດ້ສ່ອງໃສ່ເຂົາເຈົ້າ.”
ຄືແສງສະຫວ່າງສ່ອງແຈ້ງ ເປີດເຜີຍພຣະປະສົງ ແກ່ບັນດາປະຊາຊາດ ແລະນຳເອົາສະຫງ່າຣາສີມາສູ່ ອິດສະຣາເອນພົນລະເມືອງ ຂອງພຣະເຈົ້າ.”
ພຣະເຢຊູເຈົ້າກ່າວແກ່ນາງວ່າ, “ເຮົານີ້ແຫຼະ ເປັນເຫດໃຫ້ຄົນທັງປວງເປັນຄືນມາ ທັງເປັນຊີວິດ, ຜູ້ທີ່ວາງໃຈເຊື່ອໃນເຮົາ ເຖິງແມ່ນວ່າຕາຍໄປແລ້ວ ກໍຍັງມີຊີວິດຢູ່.
ພຣະເຢຊູເຈົ້າຕອບວ່າ, “ຄວາມສະຫວ່າງຈະຍັງຢູ່ກັບພວກເຈົ້າອີກໜ້ອຍໜຶ່ງ ເມື່ອຍັງມີຄວາມສະຫວ່າງຢູ່ກໍຈົ່ງຍ່າງໄປເທາະ ເພາະຢ້ານວ່າຄວາມມືດຈະຕາມມາທັນພວກເຈົ້າ. ດ້ວຍວ່າ, ຜູ້ທີ່ຍ່າງໃນຄວາມມືດນັ້ນ ກໍບໍ່ຮູ້ວ່າຕົນກຳລັງໄປໃສ.
ເຮົາເປັນຄວາມສະຫວ່າງທີ່ເຂົ້າມາໃນໂລກນີ້ ເພື່ອທຸກຄົນທີ່ເຊື່ອໃນເຮົາຈະບໍ່ຢູ່ໃນຄວາມມືດ.
ພຣະເຢຊູເຈົ້າຕອບເພິ່ນວ່າ, “ເຮົານີ້ແຫຼະ ເປັນທາງນັ້ນ ເປັນຄວາມຈິງ ແລະເປັນຊີວິດ ບໍ່ມີຜູ້ໃດມາເຖິງພຣະບິດາເຈົ້າໄດ້ ນອກຈາກມາທາງເຮົາ.
ການຕັດສິນລົງໂທດເປັນດັ່ງນີ້: ຄືວ່າ ຄວາມສະຫວ່າງໄດ້ເຂົ້າມາໃນໂລກ ແຕ່ມະນຸດໄດ້ຮັກຄວາມມືດຫລາຍກວ່າຮັກຄວາມສະຫວ່າງ ເພາະການກະທຳຂອງພວກເຂົາຊົ່ວ.
ພຣະບິດາເຈົ້າບັນດານໃຫ້ຄົນທີ່ຕາຍແລ້ວ ເປັນຄືນມາສູ່ຊີວິດສັນໃດ ຖ້າພຣະບຸດຢາກໃຫ້ຊີວິດແກ່ຜູ້ໃດ ກໍຈະເຮັດສັນນັ້ນເໝືອນກັນ.
ພຣະບິດາເຈົ້າມີຊີວິດໃນພຣະອົງເອງສັນໃດ ພຣະອົງກໍໄດ້ໃຫ້ພຣະບຸດມີຊີວິດໃນພຣະອົງເອງສັນນັ້ນ.
ພຣະເຢຊູເຈົ້າໄດ້ກ່າວຕໍ່ພວກຟາຣີຊາຍອີກວ່າ, “ເຮົານີ້ແຫຼະ ເປັນຄວາມສະຫວ່າງຂອງໂລກ ຜູ້ທີ່ຕາມເຮົາມາຈະມີຄວາມສະຫວ່າງແຫ່ງຊີວິດ ແລະຈະບໍ່ເດີນຢູ່ໃນຄວາມມືດຈັກເທື່ອ.”
ຕາບໃດທີ່ເຮົາຍັງຢູ່ໃນໂລກນີ້ ເຮົາກໍເປັນຄວາມສະຫວ່າງຂອງໂລກ.”
ພຣະຄຣິດຕ້ອງທົນທຸກທໍລະມານ ແລະເປັນຜູ້ທຳອິດ ທີ່ເປັນຄືນມາຈາກຕາຍ ເພື່ອຈະປະກາດຄວາມສະຫວ່າງທີ່ນຳໄປສູ່ຄວາມລອດພົ້ນແກ່ຄົນຢິວ ແລະແກ່ຄົນຕ່າງຊາດ.”
ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ພຣະເຈົ້າໄດ້ສ້າງມະນຸດຜູ້ທຳອິດ ຄືອາດາມໃຫ້ເປັນຜູ້ທີ່ມີຊີວິດ, ແຕ່ອາດາມຄົນສຸດທ້າຍເປັນພຣະວິນຍານ ຜູ້ທີ່ປະທານຊີວິດ.”
ດ້ວຍເຫດນີ້ຈຶ່ງມີຄຳກ່າວວ່າ, “ຄົນທີ່ນອນຫລັບເອີຍ, ຈົ່ງຕື່ນຂຶ້ນເຖີດ, ຈົ່ງຟື້ນຂຶ້ນມາຈາກຄວາມຕາຍ ແລະພຣະຄຣິດຈະສ່ອງສະຫວ່າງໃສ່ເຈົ້າ.”
ຊີວິດທີ່ແທ້ຈິງຂອງພວກເຈົ້າຄືພຣະຄຣິດ ແລະເມື່ອໃດພຣະອົງສະເດັດມາປາກົດ ເມື່ອນັ້ນແຫຼະ ພວກເຈົ້າກໍຈະໄດ້ມາປາກົດກັບພຣະອົງ ແລະຮ່ວມໃນສະຫງ່າຣາສີຂອງພຣະອົງ.
ຊຶ່ງມີຢູ່ແຕ່ປະຖົມມະການ ຊຶ່ງເຮົາໄດ້ຍິນ ຊຶ່ງເຮົາໄດ້ເຫັນກັບຕາ ຊຶ່ງເຮົາໄດ້ພິຈາລະນາເບິ່ງ ແລະມືຂອງເຮົາໄດ້ຈັບຕ້ອງນັ້ນກ່ຽວກັບພຣະທຳອັນຊົງຊີວິດ.
ເມື່ອຊີວິດນັ້ນໄດ້ມາປາກົດ ພວກເຮົາກໍໄດ້ເຫັນ. ດັ່ງນັ້ນ ພວກເຮົາຈຶ່ງເປັນພະຍານເຖິງຊີວິດນັ້ນ ແລະປະກາດແກ່ພວກເຈົ້າເຖິງຊີວິດນິຣັນດອນ ຊຶ່ງໄດ້ມີຢູ່ກັບພຣະບິດາເຈົ້າ ແລະໄດ້ປາກົດແກ່ພວກເຮົາ.
ນີ້ແຫຼະ ເປັນພະຍານຫຼັກຖານນັ້ນ ຄືວ່າພຣະເຈົ້າໄດ້ຊົງໂຜດປະທານຊີວິດນິຣັນດອນໃຫ້ເຮົາທັງຫລາຍ ແລະຊີວິດນີ້ມີຢູ່ໃນພຣະບຸດຂອງພຣະອົງ.
ແລ້ວເທວະດາຕົນນັ້ນ ກໍໄດ້ຊີ້ໃຫ້ຂ້າພະເຈົ້າເຫັນແມ່ນໍ້າແຫ່ງຊີວິດ ທີ່ໃສເໝືອນແກ້ວ ໄຫຼອອກມາຈາກພຣະບັນລັງຂອງພຣະເຈົ້າ ແລະຈາກພຣະເມສານ້ອຍ.
“ຝ່າຍເຮົາ ຄື ເຢຊູ ເຮົາໄດ້ໃຊ້ເທວະດາຂອງເຮົາໄປເປັນພະຍານ ເພື່ອສຳແດງເຫດການເຫຼົ່ານີ້ແກ່ພວກເຈົ້າ ສຳລັບຄຣິສຕະຈັກທັງຫລາຍ ເຮົານີ້ເປັນຮາກເຄົ້າ ແລະໜໍ່ເຊື້ອຂອງດາວິດ ເປັນດາວເພັກດວງໃສຮຸ່ງເຮືອງ.”