ໂຢຮັນ 1:3 - ພຣະຄຳພີສັກສິ3 ພຣະເຈົ້າໄດ້ຊົງສ້າງທຸກສິ່ງຂຶ້ນໂດຍທາງພຣະທຳ ໃນບັນດາສິ່ງທີ່ເປັນມານັ້ນ ບໍ່ມີສິ່ງໜຶ່ງສິ່ງໃດທີ່ເປັນມາໂດຍນອກຈາກພຣະທຳ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່3 ທຸກສິ່ງຖືກສ້າງຂຶ້ນໂດຍທາງພຣະອົງ, ໃນບັນດາສິ່ງທີ່ຖືກສ້າງຂຶ້ນມານັ້ນ, ບໍ່ມີຈັກສິ່ງທີ່ບໍ່ໄດ້ຖືກສ້າງຂຶ້ນໂດຍທາງພຣະອົງ. Uka jalj uñjjattʼäta |
ພຣະເຈົ້າຢາເວໄດ້ນິຣະມິດສ້າງຈັກກະວານ ແມ່ນພຣະອົງແຕ່ຜູ້ດຽວທີ່ເປັນພຣະເຈົ້າ ພຣະອົງໄດ້ຈັດຮູບຮ່າງສ້າງແຜ່ນດິນໂລກຂຶ້ນມາ ໄດ້ເຮັດໃຫ້ໂລກໝັ້ນຄົງ ແລະຢັ້ງຢືນຄົງຢູ່ໄດ້. ພຣະອົງບໍ່ໄດ້ເຮັດໃຫ້ເປັນທີ່ເປົ່າຮ້າງຫວ່າງຄົນ ແຕ່ເປັນບ່ອນທີ່ມະນຸດເຮົາພັກພາອາໄສຢູ່ ພຣະເຈົ້າລັ່ນປາກກ່າວໄຂວາຈາວ່າ, “ເຮົາຄືພຣະເຈົ້າຢາເວ ພຣະເຈົ້າອົງອື່ນບໍ່ມີ.