Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 1:21 - ພຣະຄຳພີສັກສິ

21 ພວກເຂົາ​ຈຶ່ງ​ຖາມ​ອີກ​ວ່າ, “ຖ້າດັ່ງນັ້ນ ທ່ານ​ແມ່ນ​ຜູ້ໃດ? ທ່ານ​ແມ່ນ​ເອລີຢາ​ບໍ?” ໂຢຮັນ​ຕອບ​ວ່າ, “ເຮົາ​ບໍ່ແມ່ນ​ເອລີຢາ.” ພວກເຂົາ​ຖາມ​ວ່າ, “ທ່ານ​ເປັນ​ຜູ້ທຳນວາຍ​ບໍ”? ໂຢຮັນ​ຕອບ​ວ່າ, “ບໍ່ແມ່ນ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ພວກເຂົາ​ຈຶ່ງ​ຖາມ​ເພິ່ນ​ວ່າ, “ຖ້າ​ດັ່ງນັ້ນ ທ່ານ​ແມ່ນ​ຜູ້ໃດ? ທ່ານ​ແມ່ນ​ເອລີຢາ​ບໍ?” ເພິ່ນ​ຕອບ​ວ່າ, “ເຮົາ​ບໍ່ແມ່ນ”. ພວກເຂົາ​ຖາມ​ວ່າ, “ທ່ານ​ແມ່ນ​ຜູ້ທຳນວາຍ​ບໍ?” ເພິ່ນ​ຕອບ​ວ່າ, “ບໍ່ແມ່ນ”.

Uka jalj uñjjattʼäta Copia luraña




ໂຢຮັນ 1:21
12 Jak'a apnaqawi uñst'ayäwi  

ແຕ່​ກ່ອນ​ວັນ​ຍິ່ງໃຫຍ່​ແລະ​ວັນ​ອັນ​ໜ້າຢ້ານ​ຂອງ​ພຣະເຈົ້າຢາເວ​ຈະ​ມາເຖິງ ເຮົາ​ຈະ​ໃຊ້​ເອລີຢາ​ຜູ້ທຳນວາຍ​ຂອງເຮົາ​ມາ.


ແລະ ຖ້າ​ພວກເຈົ້າ​ຍອມ​ຮັບ​ເອົາ​ຖ້ອຍຄຳ​ນີ້ ກໍ​ແມ່ນ​ໂຢຮັນ​ຜູ້​ນີ້​ແຫຼະ ທີ່​ເປັນ​ເອລີຢາ​ຜູ້​ທີ່​ທຳນວາຍ​ໄວ້​ລ່ວງໜ້າ​ວ່າ​ຈະ​ມາ.


ພວກເພິ່ນ​ຕອບ​ວ່າ, “ບາງຄົນ​ເວົ້າ​ວ່າ​ທ່ານ​ເປັນ​ໂຢຮັນ​ບັບຕິສະໂຕ ຄົນອື່ນ​ເວົ້າ​ວ່າ​ທ່ານ​ເປັນ​ເອລີຢາ, ສ່ວນ​ຄົນ​ອື່ນ​ອີກ​ເວົ້າ​ວ່າ​ທ່ານ​ເປັນ​ເຢເຣມີຢາ ຫລື​ເປັນ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໃນ​ບັນດາ​ຜູ້ທຳນວາຍ.”


ປະຊາຊົນ​ຕອບ​ວ່າ, “ຄົນ​ນີ້​ແມ່ນ​ພຣະເຢຊູເຈົ້າ ຜູ້ທຳນວາຍ​ທີ່​ມາ​ຈາກ​ເມືອງ​ນາຊາເຣັດ ແຂວງ​ຄາລີເລ.”


ເພິ່ນ​ຈະ​ອອກ​ໜ້າ​ກ່ອນ ອົງພຣະ​ຜູ້​ເປັນເຈົ້າ​ຢ່າງ​ເຂັ້ມແຂງ​ແລະ​ອົງ​ອາດ ເໝືອນ​ດັ່ງ​ຜູ້ທຳນວາຍ​ເອລີຢາ ເພິ່ນ​ຈະ​ນຳ​ພໍ່​ກັບ​ລູກ​ໃຫ້​ຄືນ​ດີ​ກັນ ເພິ່ນ​ຈະ​ນຳ​ຄົນ​ດື້ດ້ານ​ກັບ​ໃຫ້​ມີ​ປັນຍາ​ຢ່າງ​ຄົນ​ສິນທຳ​ ເພິ່ນ​ຈະ​ຕຽມ​ປະຊາຊົນ​ໄວ້​ພ້ອມ​ສຳລັບ​ອົງພຣະ​ຜູ້​ເປັນເຈົ້າ.”


ພວກເຂົາ​ຈຶ່ງ​ຖາມ​ຕື່ມ​ອີກ​ວ່າ, “ຖ້າດັ່ງນັ້ນ ບອກ​ພວກເຮົາ​ແດ່​ວ່າ ທ່ານ​ແມ່ນ​ຜູ້ໃດ​ແທ້? ເພື່ອ​ພວກເຮົາ​ຈະ​ໄດ້​ນຳ​ເອົາ​ຄຳຕອບ​ໄປ​ບອກ​ຄົນ​ທີ່​ໄດ້​ໃຊ້​ພວກເຮົາ​ມາ, ທ່ານ​ວ່າ ທ່ານ​ເອງ​ເປັນ​ຜູ້ໃດ?”


ພວກເຂົາ​ຖາມ​ໂຢຮັນ​ວ່າ, “ຖ້າ​ທ່ານ​ບໍ່ແມ່ນ​ພຣະຄຣິດ, ບໍ່ແມ່ນ​ເອລີຢາ ແລະ​ບໍ່ແມ່ນ​ຜູ້ທຳນວາຍ​ແລ້ວ, ເປັນຫຍັງ​ທ່ານ​ຈຶ່ງ​ໃຫ້​ຮັບ​ບັບຕິສະມາ?”


ເມື່ອ​ຄົນ​ທັງຫລາຍ​ໄດ້​ເຫັນ​ໝາຍສຳຄັນ​ການ​ອັດສະຈັນ ທີ່​ພຣະອົງ​ເຮັດ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ແນ່ນອນ​ຜູ້​ນີ້​ຕ້ອງ​ແມ່ນ​ຜູ້ທຳນວາຍ ທີ່​ຕ້ອງ​ກຳນົດ​ວ່າ​ຈະ​ມາ​ໃນ​ໂລກນີ້.”


ເມື່ອ​ປະຊາຊົນ​ບາງຄົນ​ໄດ້ຍິນ​ພຣະເຢຊູເຈົ້າ​ກ່າວ​ດັ່ງນັ້ນ, ຈຶ່ງ​ເວົ້າ​ວ່າ, “ຈິງ​ແທ້​ແລ້ວ ຊາຍ​ຄົນ​ນີ້​ເປັນ​ຜູ້ທຳນວາຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka