ໂຢຮັນ 1:1 - ພຣະຄຳພີສັກສິ1 ເມື່ອຕົ້ນເດີມນັ້ນ ພຣະທຳຊົງເປັນຢູ່ແລ້ວ ພຣະທຳນັ້ນຊົງສະຖິດຢູ່ກັບພຣະເຈົ້າ ແລະພຣະທຳນັ້ນແຫຼະ ຊົງເປັນພຣະເຈົ້າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່1 ເມື່ອຕົ້ນເດີມນັ້ນພຣະທຳດຳລົງຢູ່ ແລະ ພຣະທຳຢູ່ກັບພຣະເຈົ້າ, ແລະ ພຣະທຳເປັນພຣະເຈົ້າ. Uka jalj uñjjattʼäta |
ເຮົາຕ້ອງຍອມຮັບເຖິງຄວາມຍິ່ງໃຫຍ່ໃນຂໍ້ລັບເລິກແຫ່ງຄວາມເຊື່ອຂອງພວກເຮົາຄື: ພຣະອົງໄດ້ປາກົດໃນສະພາບມະນຸດ ໄດ້ຖືກຊົງສຳແດງໃຫ້ເຫັນເປັນຜູ້ຊອບທຳ ໂດຍພຣະວິນຍານ ຊົງສຳແດງພຣະອົງແກ່ພວກເທວະດາ. ມີຜູ້ປະກາດເລື່ອງພຣະອົງ ໃນທ່າມກາງພວກຕ່າງຊາດ. ມີຜູ້ເຊື່ອຖືພຣະອົງທົ່ວທັງໂລກ ແລະຖືກຮັບຂຶ້ນສູ່ສະຫງ່າຣາສີ.